ຍີ່ປຸ່ນ ການເຊືອບຫຼັບຢູ່ບ່ອນເຮັດວຽກ ບໍ່ແມ່ນຄົນຂີ້ຄ້ານ ແຕ່ເປັນການສະແດງເຖິງຄວາມດຸໝັ່ນ

ເຄີຍສົງໄສບໍ່? ຢູ່ຢີ່ປຸ່ນ ເປັນຫຍັງການນອນຫຼັບໃນບ່ອນເຮັດວຽກ ຫຼື ໃນກອງປະຊຸມ ຈຶ່ງບໍ່ຖືກຕຳນິ ແຕ່ພັດຖືກເບິ່ງວ່າ “ເປັນຄົນທຸ້ມເທ”? ມື້ນີ້ເຮົາຈະພາໄປຮູ້ຈັກກັບ “Inemuri” (ອິເນມຸຣິ) ສິລະປະການນອນທີ່ສະທ້ອນເຖິງຄວາມມານະອົດທົນຂອງຄົນຢີ່ປຸ່ນ.

Inemuri ຄືຫຍັງ?

ຄຳວ່າ Inemuri (居眠り) ແປຕົງຕົວວ່າ “ການນອນໃນຂະນະທີ່ຍັງປາກົດຕົວຢູ່” ມັນບໍ່ແມ່ນການແອບໄປນອນໃນຫ້ອງພັກ ຫຼື ກັບໄປນອນຢູ່ບ້ານ ແຕ່ແມ່ນການ “ເຊືອບຫຼັບ” ໃນບ່ອນສາທາລະນະເຊັ່ນ: ໃນລົດໄຟ, ໂຕະເຮັດວຽກ ຫຼື ແມ່ນແຕ່ໃນກອງປະຊຸມສຸດເຄັ່ງຄຽດ.

ເປັນຫຍັງຄົນຢີ່ປຸ່ນຈຶ່ງຍອມຮັບເລື່ອງນີ້?

ໃນສາຍຕາຂອງຄົນຕ່າງຊາດ (ໂດຍສະເພາະຊາວຕາເວັນຕົກ) ການນອນໃນບ່ອນເຮັດວຽກອາດເບິ່ງຄືວ່າ “ຂີ້ຄ້ານ” ແຕ່ສໍາລັບຢີ່ປຸ່ນແລ້ວ:

ມັນຄືເຄື່ອງໝາຍຂອງຄວາມດຸໝັ່ນ: ການທີ່ເຈົ້າຫຼັບຄາໂຕະເຮັດວຽກ ໝາຍຄວາມວ່າເຈົ້າເຮັດວຽກໜັກຈົນຮ່າງກາຍບໍ່ໄຫວແລ້ວ ມັນສະທ້ອນເຖິງຄວາມຕັ້ງໃຈ ແລະ ການເສຍສະລະເພື່ອວຽກງານ.

ຫຼັບແຕ່ຍັງ “ຢູ່”: ກົດເຫຼັກຂອງ Inemuri ຄື ເຈົ້າຕ້ອງສາມາດຕື່ນຂຶ້ນມາ ແລະ ເຂົ້າຮ່ວມການສົນທະນາໄດ້ທັນທີເມື່ອມີຄົນເອີ້ນ. ມັນຄືການພັກຜ່ອນພຽງຊົ່ວຄາວ ເພື່ອໃຫ້ມີແຮງໄປຕໍ່.

ມຸມມອງຈາກທົ່ວໂລກ

ນັກວິໄຈວັດທະນະທຳເຫັນວ່າ Inemuri ບໍ່ໄດ້ເປັນພຽງແຕ່ການນອນ, ແຕ່ມັນຄື “ພາບສະທ້ອນ” ຂອງສັງຄົມຢີ່ປຸ່ນທີ່ມີຄວາມກົດດັນສູງ ແລະ ມີຄວາມຄາດຫວັງໃນການທຸ້ມເທຕໍ່ໜ້າທີ່ຢ່າງຮຸນແຮງ. ມັນຄືວິທີການປັບຕົວຂອງມະນຸດໃນໂລກທີ່ເຮັດວຽກຕະຫຼອດ 24 ຊົ່ວໂມງ.

ສະຫຼຸບແລ້ວ…

Inemuri ບໍ່ແມ່ນການຂີ້ຄ້ານ ແຕ່ແມ່ນ “ການເຕີມພະລັງໃນສະໜາມຮົບ” ຂອງຄົນເຮັດວຽກ. ໃຜທີ່ກຳລັງງ່ວງນອນຢູ່ຕອນນີ້ ບາງທີການແອບເຊືອບຫຼັບແບບ Inemuri ຈັກ 5 ນາທີ ອາດຈະເຮັດໃຫ້ວຽກຂອງເຈົ້າອອກມາດີຂຶ້ນກໍໄດ້.

ແຫຼ່ງຂໍ້ມູນອ້າງອີງ: BBC Future

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles