ວັນວິສຸວັດ ກົງກັບວັນທີ 20 ມີນາ 2026 ດວງຕາເວັນຈະຂຶ້ນທາງທິດຕາເວັນອອກ ແລະ ຕົກທາງທິດຕາເວັນຕົກພໍດີ ແລະ ແສງຈາກດວງຕາເວັນ ຈະສາຍຕັ້ງສາກກັບເສັ້ນສູນສູດໂລກ ເຮັດໃຫ້ກາງເວັນ ແລະ ກາງຄືນຍາວເທົ່າກັນ, ຈາກນັ້ນໃນມື້ຕໍ່ໄປດວງຕາເວັນຈະຄອ່ຍໆຂັບເຄື່ອນໄປຢູ່ທາງທິດເໜືອໃນແຕ່ລະວັນ.
ວັນວິສຸວັດ ຈະເກີດຂຶ້ນສອງຄັ້ງຕໍ່ປີ ຫຼື ໃນຮອບໜຶ່ງທີ່ໂລກໂຄຈອນຮອບດວງອາທິດ ເພິ່ນເອີ້ນວັນນີ້ວ່າ: ວິສຸວັດ ຫຼື ສັບດາລາສາດເອີ້ນວ່າ Vernal Equinox.
ສຳລັບ “ລະດູການ” ເທິງໂລກ ແມ່ນເກີດມາຈາກແກນໂລກອຽງມຸມ 23.5 ອົງສາ ກັບແນວຕັ້ງສາກກັບລະນາບໂຄຈອນຂອງໂລກອ້ອມດວງຕາເວັນ ເຮັດໃຫ້ພື້ນທີ່ຕ່າງໆ ໃນທົ່ວໂລກຮັບແສງແດດໃນປະລິມານບໍ່ເທົ່າກັນ ສົ່ງຜົນໃຫ້ມີອຸນຫະພູມຕ່າງກັນ ລວມເຖິງໄລຍະເວລາກາງເວັນ ແລະ ກາງຄືນກໍ່ຕ່າງກັນດ້ວຍ.
ເຫດນີ້ ຈຶ່ງເຮັດໃຫ້ເກີດມີລະດູການຂຶ້ນເທິງໂລກ, ສັງເກດໄດ້ວ່າ ໃນລະດູຮ້ອນ ດວງຕາເວັນຈະຂຶ້ນໄວ ແລະ ຕົກຊ້າ ເວລາກາງເວັນຈະຍາວກວ່າກາງຄືນ ແຕກຕ່າງກັບລະດູໜາວ ທີ່ດວງຕາເວັນຈະຂຶ້ນຊ້າ ແລະ ຕົກໄວ ເວລາກາງຄືນຈະຍາວກວ່າກາງເວັນ.
ໃນໄລຍະເວລາ 1 ປີ ໂລກໂຄຈອນດວງຕາເວັນ ຈະເກີດປາກົດການສຳຄັນທີ່ກ່ຽວຂ້ອງກັບການຂຶ້ນ-ຕົກ ຂອງດວງຕາເວັນ ທັງໝົດ 4 ຄັ້ງ ໄດ້ແກ່:
ວັນວິສຸວັດ (Vernal Equinox): ວັນທີ່ມີກາງເວັນ ແລະ ກາງຄືນຍາວເທົ່າກັນ ໂດຍດວງຕາເວັນຈະຢູ່ໃນຕໍາແໜ່ງຕັ້ງສາກກັບເສັ້ນສູນສູດຂອງໂລກພໍດີ, ເຮັດໃຫ້ເປັນມື້ທີ່ກາງເວັນ ແລະ ກາງຄືນຍາວເທົ່າກັນ, ວັນດັ່ງກ່າວຈະຢູ່ໃນຊ່ວງວັນທີ 20-23 ມີນາ.
ວັນຄຣິສມາຍັນ Summer Solstice: ເປັນວັນທີ່ກາງເວັນຍາວທີ່ສຸດ, ເປັນວັນທີ່ດວງຕາເວັນຈະຂຶ້ນທາງທິດຕາເວັນອອກສຽງເໜືອຫຼາຍທີ່ສຸດ ແລະ ຕົກໄປທາງທິດຕາເວັນຕົກສຽງເໜືອຫຼາຍທີ່ສຸດ ແລະ ເປັນວັນທີ່ເຂົ້າສູ່ລະດູຮ້ອນຂອງປະເທດຂົ້ວໂລກເໜືອ ແລະ ເຂົ້າສູ່ລະດູໜາວໃນປະເທດຂົ້ວໂລກໃຕ້, ວັນດັ່ງກ່າວຢູ່ໃນຊ່ວງວັນທີ 20-23 ມິຖຸນາ.
ວັນສາດທະວິສຸວັດ (Autumnal Equinox): ເປັນວັນທີ່ກາງເວັນ ແລະ ກາງຄືນຍາວເທົ່າກັນ ວັນດັ່ງກ່າວຈະຢູ່ໃນຊ່ວງ ວັນທີ 20-23 ກັນຍາ.
ວັນເຫມາຍັນ (Winter Solstice): ເປັນວັນທີ່ຕາເວັນອ້ອມຂ້າງ ເປັນຊ່ວງເວລາກາງຄືນທີ່ຍາວນານທີ່ສຸດໃນຮອບປີ ເຮັດໃຫ້ຊ່ວງກາງເວັນສັ້ນ ແລະ ຊ່ວງກາງຄືນຍາວນານທີ່ສຸດ, ປະເທດທາງຂົ້ວໂລກເໜືອຈະເຂົ້າສູ່ລະດູໜາວ ສ່ວນປະເທດທາງຂົ້ວໂລກໃຕ້ຈະເຂົ້າສູ່ລະດູຮ້ອນ, ວັນດັ່ງກ່າວຢູ່ໃນຊ່ວງວັນທີ 20-23 ທັນວາ.
ທີ່ມາ: NASA,


