ນະໂຍບາຍພິເສດ ປີ້ລົດເມ 10,000ກີບຕໍ່ສາຍທາງ ເລີ່ມແຕ່ວັນທີ 23 ມີນາ 2026 ຫາ ວັນທີ 30 ພຶດສະພາ 2026 ນີ້

ໂດຍປະຕິບັດຕາມແນວທາງນະໂຍບາຍຂອງພັກລັດຂອງພວກເຮົາ ໃນໄລຍະວິກິດການນໍ້າມັນນີ້ ລັດວິສາຫະກິດລົດເມ ນະຄອນຫຼວງວຽງຈັນ ຂອງພວກເຮົາ ຈະໄດ້ເປີດແລ່ນໃຫ້ບໍລິການລົດເມໃນລາຄານະໂຍບາຍພິເສດ 10,000 ກີບ/ປີ້/ສາຍທາງ, ນໍາໃຊ້ລົດເມໄຟຟ້າ ແອເຢັນສະບາຍ ເລີ່ມຕົ້ນ 3 ສາຍທາງ

ສາຍ48 ສີເກີດ-ສີໃຄ-ຕະຫຼາດເຊົ້າ

ສາຍ23 ທ່າງອນ-ສະຖານີລົດເມ BRT ສະພັງມືກ

ສາຍ40 ວົງວຽນໜອງໄຮ-ໄອເຕັກ-ສະຖານີລົດເມ BRT ໂພນເຄັງ

ແລະ ໃນວັນທີ 25ມີນາ2026 ຈະໄດ້ເປີດບໍລິການເພີ່ມຕື່ມອີກ2ສາຍທາງ:

ສາຍທາງ 28 ສະຖານີລົດໄຟລາວຈີນ-ສະຖານີລົດເມ BRT ສະພັງມືກ

ສາຍທາງ 20 ສາມແຍກໂຮງງານເບຍລາວ-ດົງຄຳຊ້າງ-ທາດຫຼວງ-ປະຕູໄຊ-ສະຖານີຕະຫຼາດເຊົ້າ

ສໍາລັບສາຍທາງລົດເມດ່ວນ BRT ຕະຫຼາດເຊົ້າ-ດົງໂດກ ພວກເຮົາຍັງບໍລິການຟຣີຄືເກົ່າ

ເພື່ອອໍານວຍຄວາມສະດວກ ແລະ ແບ່ງເບົາຄ່າໃຊ້ຈ່າຍຂອງພໍ່ແມ່ປະຊາຊົນໃນການເດີນທາງໄປມາໃນນະຄອນຫຼວງວຽງຈັນ

ຫຼຸດຜ່ອນການຊົມໃຊ້ພາຫະນະສ່ວນຕົວ, ຫັນມາຊົມໃຊ້ລົດເມສາທາລະນະໃນຕົວເມືອງ ທີ່ມີຄວາມສະດວກສະບາຍ ສະອາດປອດໄພ.

ລາຍລະອຽດໂມງເວລາຂອງການບໍລິການຢູ່ດ້ານລຸ່ມ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles