ຍີ່ປຸ່ນຈະຕິດສະຕິກເກີໃສ່ລົດຜູ້ສູງອາຍຸ ເພື່ອເຕືອນໃຫ້ລົົດຄັນອື່ນລະມັດລະວັງ

ຢູ່ປະເທດຍີ່ປຸ່ນ, ຜູ້ຂັບຂີ່ທີ່ມີອາຍຸແຕ່ 70 ປີຂຶ້ນໄປ ຈະຕິດສະຕິກເກີເຄື່ອງໝາຍ “Kōreisha” ຫຼື ທີ່ຮູ້ຈັກກັນໃນຊື່ “ສັນຍາລັກຜູ້ສູງອາຍຸ” ໄວ້ຢູ່ດ້ານໜ້າ ແລະ ຫຼັງລົດຂອງພວກເຂົາ.

ເປັນຫຍັງຕ້ອງຕິດປ້າຍນີ້?

​ເພື່ອແຈ້ງເຕືອນໃຫ້ເພື່ອນຮ່ວມທາງ: ສັນຍາລັກທີ່ມີສີສັນໂດດເດັ່ນນີ້ ຈະຊ່ວຍໃຫ້ຜູ້ຂັບຂີ່ຄົນອື່ນໆຮັບຮູ້ວ່າ ມີຜູ້ສູງອາຍຸເປັນຄົນຂັບລົດຄັນດັ່ງກ່າວ.

ສ້າງຄວາມປອດໄພ: ເມື່ອນັກຂັບຂີ່ຄົນອື່ນ ເຫັນປ້າຍນີ້, ຜູ້ໃຊ້ລົດໃຊ້ຖະໜົນຄົນອື່ນໆຈະມີຄວາມລະມັດລະວັງຫຼາຍຂຶ້ນ ແລະ ເພີ່ມຄວາມອົດທົນຕໍ່ຜູ້ສູງອາຍຸ, ເຊິ່ງຊ່ວຍຫຼຸດຜ່ອນອຸບັດຕິເຫດໄດ້ເປັນຢ່າງດີ.

ສະທ້ອນວັດທະນະທຳ: ລະບົບນີ້ບໍ່ໄດ້ເນັ້ນການລົງໂທດ ແຕ່ເນັ້ນໃສ່ “ຄວາມມີມາລະຍາດ” ແລະ “ຄວາມຮັບຜິດຊອບຮ່ວມກັນ” ເຊິ່ງເປັນຫົວໃຈສຳຄັນຂອງສັງຄົມຍີ່ປຸ່ນ​ ​.

ໃນຖານະທີ່ຍີ່ປຸ່ນເປັນປະເທດທີ່ມີສັດສ່ວນປະຊາກອນຜູ້ສູງອາຍຸສູງທີ່ສຸດໃນໂລກ, ໂຄງການນີ້ຈຶ່ງເປັນສ່ວນໜຶ່ງຂອງຍຸດທະສາດຄວາມປອດໄພທາງຈະລາຈອນໃນວົງກວ້າງ ເພື່ອເຮັດໃຫ້ທຸກຄົນສາມາດໃຊ້ຖະໜົນຫົນທາງຮ່ວມກັນໄດ້ຢ່າງມີຄວາມສຸກ​ ແລະ​ ປອດໄພ.

ແລ້ວທ່ານເດ!​ ຢາກໃຫ້ນຳເອົາເຄື່ອງໝາຍທີ່ບົ່ງບອກວ່າເປັນລົດຂອງຜູ້ສູງອາຍຸຂັບ ມານຳໃຊ້ຢູ່ປະເທດລາວບໍ່?​ ຫຼື​ ຈະອອກຂໍ້ຫ້າມສຳລັບຄົນທີ່ມີອາຍຸ 70+ ຫ້າມ​ຂັບລົດ?

ທີ່ມາ: Did you know

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles