ປະມານ 600 ລ້ານປີກ່ອນ ໃນຊ່ວງປາຍຍຸກນີໂອໂພຣເທໂຣໂຊອິກ (Neoproterozoic) ຫຼັກຖານທາງທໍລະນີວິທະຍາຈາກ tidal rhythmites ເຊິ່ງແມ່ນຕະກອນຊັ້ນຫີນທີ່ບັນທຶກຮູບແບບການຂຶ້ນລົງຂອງນ້ຳທະເລບູຮານ ຊີ້ໃຫ້ເຫັນວ່າໃນເວລານັ້ນ 1 ມື້ເທິງໂລກມີຄວາມຍາວພຽງແຕ່ປະມານ 21 ຫາ 22 ຊົ່ວໂມງ.
ມື້ທີ່ສັ້ນກວ່ານີ້ເປັນຜົນມາຈາກການໝູນຮອບຕົວເອງທີ່ໄວກວ່າຂອງໂລກໃນຊ່ວງຕົ້ນໆຂອງປະຫວັດສາດ ຫຼັງຈາກການກຳເນີດຂອງດວງຈັນເມື່ອປະມານ 4.5 ພັນລ້ານປີກ່ອນ ເຊິ່ງໃນເວລານັ້ນ 1 ມື້ອາດຈະສັ້ນກວ່າ 10 ຊົ່ວໂມງ. ສາເຫດຫຼັກຂອງການໝູນຊ້າລົງຢ່າງຕໍ່ເນື່ອງນີ້ແມ່ ແຮງສຽດທານຂອງນ້ຳຂຶ້ນນ້ຳລົງ.
ແຮງດຶງດູດຂອງດວງຈັນເຮັດໃຫ້ເກີດການໂປ່ງພອງຂອງນ້ຳໃນມະຫາສະໝຸດ. ເນື່ອງຈາກໂລກໝູນຮອບຕົວເອງໄວກວ່າການໂຄຈອນຂອງດວງຈັນ ສ່ວນທີ່ໂປ່ງພອງນີ້ຈຶ່ງຖືກລາກໄປທາງໜ້າເລັກນ້ອຍ ເຮັດໃຫ້ເກີດແຮງບິດທີ່ສົ່ງຕໍ່ໂມເມນຕຳມຸມ (angular momentum) ຈາກການໝູນຂອງໂລກໄປຫາວົງໂຄຈອນຂອງດວງຈັນ. ສິ່ງນີ້ເຮັດໃຫ້ໂລກໝູນຊ້າລົງ ແລະ ເຮັດໃຫ້ 1 ມື້ຍາວຂຶ້ນ ໃນຂະນະດຽວກັນກໍຄ່ອຍໆຍູ້ດວງຈັນໃຫ້ຫ່າງອອກໄປປະມານ 3.8 ຊັງຕີແມັດຕໍ່ປີ.
ເຖິງຢ່າງໃດກໍຕາມ, ງານວິໄຈໄດ້ເປີດເຜີຍເຖິງການຢຸດສະງັກທີ່ໜ້າສົນໃຈຂອງຂະບວນການນີ້. ໃນຊ່ວງປະມານ 2 ພັນລ້ານປີຫາ 600 ລ້ານປີກ່ອນ ແຮງດຶງດູດຂອງຄວາມຮ້ອນໃນຊັ້ນບັນຍາກາດທີ່ຂັບເຄື່ອນໂດຍດວງອາທິດ ໄດ້ມາຄານອຳນາດກັບແຮງດຶງດູດຂອງນ້ຳທະເລຈາກດວງຈັນຍ້ອນເກີດການກຳທອນ (resonance) ໃນຊັ້ນບັນຍາກາດທີ່ອົບອຸ່ນກວ່າ ເຮັດໃຫ້ຄວາມຍາວຂອງມື້ຄົງທີ່ຢູ່ທີ່ປະມານ 19.5 ຊົ່ວໂມງ ເປັນເວລາດົນກວ່າພັນລ້ານປີ.
ຫຼັງຈາກຫຼຸດພົ້ນຈາກສະພາວະການກຳທອນນີ້ເມື່ອປະມານ 600 ລ້ານປີກ່ອນ ເຊິ່ງອາດຈະກ່ຽວຂ້ອງກັບຍຸກນ້ຳແຂງທົ່ວໂລກການໝູນຊ້າລົງກໍໄດ້ເລີ່ມຄືນໃໝ່. ໃນປັດຈຸບັນ, ໂດຍສະເລ່ຍແລ້ວ 1 ມື້ຈະຍາວຂຶ້ນປະມານ 1.7 ຫາ 2.3 ມິນລິວິນາທີຕໍ່ສະຕະວັດ ເຊິ່ງສາເຫດຫຼັກມາຈາກຜົນກະທົບຂອງນ້ຳຂຶ້ນນ້ຳລົງ ເຖິງວ່າການປ່ຽນແປງຂອງສະພາບພູມອາກາດເມື່ອບໍ່ດົນມານີ້ເຊັ່ນ: ການລະລາຍຂອງນ້ຳແຂງ ຈະເຂົ້າມາມີສ່ວນເສີມນຳກໍຕາມ. ໃນໄລຍະຍາວມະຫາສານມື້ຈະຍິ່ງຍາວຂຶ້ນເລື້ອຍໆ ຈົນນຳໄປສູ່ສະພາວະ ໄທດັລ ລັອກກິງ (tidal locking) ໃນອະນາຄົດອັນໄກ.”
ທີ່ມາ: NASA (Solar System Exploration)

