ໃນເຊົ້າວັນແຕ່ງງານ, ຫຼຽວ ສຽວເຟິນ ຍິງສາວຊາວຈີນໄວ 29 ປີ, ນັ່ງຢູ່ເທິງກວຽນເຈົ້າສາວສີແດງ, ນຸ່ງຊຸດສີແດງແບບດັ້ງເດີມ ພ້ອມກັບແຕ່ງໜ້າ-ເຮັດຜົມຢ່າງສວຍງາມ ໃນຖານະທີ່ນາງເປັນເຈົ້າສາວໃນພິທີແຕ່ງງານອັນເປັນເອກະລັກ ທີ່ສືບທອດກັນມາຫຼາຍສະຕະວັດໃນແດນມັງກອນ. ຊາຍແປດຄົນຊ່ວຍກັນຍົກກວຽນຂຶ້ນ, ຂະບວນແຫ່ຄ່ອຍໆ ເຄື່ອນໄປຕາມຖະໜົນແຄບໆ ໃນໝູ່ບ້ານ ທ່າມກາງອາກາດທີ່ເຢັນສະບາຍຂອງລະດູໃບໄມ້ຫຼົ່ນ.
ບ້ານເກີດຂອງສາມີນາງ ຢູ່ເມືອງຫຼີວຫຼຽງ, ມົນທົນຊ່ານຊີ, ໄດ້ຖືກເນລະມິດໃຫ້ສວຍງາມ ເພື່ອເປັນສະຖານທີ່ຈັດງານແຕ່ງແບບບູຮານ. ໂຄມໄຟສີແດງສົດໃສ ແລະ ທຸງຜ້າໄໝປະດັບປະດາຕາມທ້ອງຖະໜົນ, ຂະນະທີ່ສຽງຄ້ອງ ແລະ ສຽງແກດັງກ້ອງສະນັ່ນ, ເຈົ້າບ່າວຂີ່ມ້ານຳໜ້າ ໂດຍມີແມ່ສື່ ແລະ ນັກດົນຕີຕິດຕາມມາຂ້າງໆ.
“ມັນໃຫ້ຄວາມຮູ້ສຶກຄືກັບຂະບວນແຫ່ແຕ່ງງານໃນສະໄໝບູຮານ,” ນາງກ່າວດ້ວຍຮອຍຍິ້ມ ພ້ອມກັບເປີດເຜີຍຄວາມຮູ້ສຶກວ່າ: ມັນເປັນງານທີ່ສະຫງ່າງາມ ແລະ ໜ້າຈົດຈຳເປັນຢ່າງຍິ່ງ. “ມັນແມ່ນການແຕ່ງງານໃນລະດັບສູງສຸດທີ່ຜູ້ຍິງຄົນໜຶ່ງຈະຫວັງໄດ້.” ເຈົ້າສາວເຕີບໃຫຍ່ໃນມົນທົນກວາງຕຸ້ງ ແຕ່ເລືອກທີ່ຈະມາຈັດງານແຕ່ງງານໃນມົນທົນຊ່ານຊີ ກໍ່ຍ້ອນວ່າ ຄວາມຫຼົງໄຫຼໃນປະເພນີອັນວິຈິດພັນລະນາ ແລະ ບັນຍາກາດອັນຍິ່ງໃຫຍ່.
ແຕ່ນາງກ່າວອີກວ່າ ສິ່ງທີ່ເຮັດໃຫ້ນາງຕັດສິນໃຈແນ່ວແນ່ຫຼາຍຂຶ້ນກໍຄື ການທີ່ໜ່ວຍງານທ້ອງຖິ່ນສະເໜີເງິນຈຸງໃຈໃຫ້ກັບຄູ່ຮັກທີ່ຈົດທະບຽນສົມລົດຢູ່ທີ່ເມືອງນີ້.
ນາງກ່າວວ່າ: “ເນື່ອງຈາກມີລາງວັນຕອບແທນ… ພວກເຮົາຈຶ່ງມີຄວາມສຸກຫຼາຍ ມັນເຮັດໃຫ້ປະສົບການທັງໝົດມີຄວາມໝາຍຫຼາຍຂຶ້ນ.” ທັງນີ້, ຄູ່ບ່າວສາວໄດ້ໄປທີ່ສຳນັກງານທ້ອງຖິ່ນ ເພື່ອຈົດທະບຽນສົມລົດ ແລະ ໄດ້ຮັບໃບທະບຽນສົມລົດ ພ້ອມກັບເງິນສົດ 1,500 ຢວນ (ຫຼື ປະມານ 4,700,000 ກີບ).
ໃນປີ 2024, ລາຍໄດ້ສຸດທິສະເລ່ຍຕໍ່ຫົວຄົນຕໍ່ເດືອນຂອງຊາວຊົນນະບົດຈີນ ຢູ່ທີ່ປະມານ 1,900 ຢວນ. ດັ່ງນັ້ນ, ເງິນໂບນັດ 1,500 ຢວນ ຈຶ່ງຖືວ່າເປັນສັດສ່ວນທີ່ສຳຄັນຂອງກຳລັງຊື້ໃນຫຼາຍພື້ນທີ່ໃນຊົນນະບົດ.
ທີ່ມາ: amarin tv

