ພະແນກ ຍທຂ ແລະ ຂົນສົ່ງ ຊີ້ແຈງ ບັນຫາຄວາມຄຸມນ້ຳໜັກລົດບັນທຸກເກີນ ໃນ ນວ ຍ້ອນຜູ້ປະກອບການຫຼົບຫຼີກ ບໍ່ໄປສະຖານີຊັ່ງນ້ຳໜັກ

ໃນວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາປະຊາຊົນ ນະຄອນ ຫລວງວຽງຈັນ ຊຸດທີ IV ໃນວັນທີ 16 ທັນວາ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫລວງວຽງຈັນ, ທ່ານ ບຸນຍະວັດ ນິຣະໄຊ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫລວງວຽງຈັນ(ນວ) ໄດ້ຊີ້ແຈງຕໍຄໍາຊັກຖາມຂອງສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 1 ນວ ແລະ ສະມາຊິກ ສະພາປະຊາຊົນ ນວ ກ່ຽວກັບບັນຫາການຄວບຄຸມນໍ້າໜັກລົດ, ວິທີການແກ້ໄຂບັນຫານໍ້າຖ້ວມຂັງ ແລະ ບັນຫາອື່ນໆ ທີ່ຕິດພັນກັບຂະແໜງ ຍທຂ.

ຕໍ່ບັນຫາດັ່ງກ່າວ, ທ່ານ ບຸນຍະວັດ ນິຣະໄຊ ໄດ້ຊີ້ແຈ້ງວ່າ: ການຈັດຕັ້ງປະຕິບັດໃນໄລຍະຜ່ານມາ, ພະແນກ ຍທຂ ນວ ໄດ້ກວດກາລົດບັນທຸກໜັກ ທີ່ເຂົ້າມາຜ່ານສະຖານີຕິດຊັ່ງນໍ້າໜັກ ແລະ ຈຸດກວດກາສະເພາະກິດ ລົດບັນທຸກທີ່ເຂົ້າມາຕິດຊັ່ງ ຖ້າຫາກພົບເຫັນນໍ້າໜັກເກີນ ກໍໄດ້ປັບໃໝ ແລະ ຄ່ຽນຖ່າຍສິນຄ້າລົງຕາມລະບຽບການ; ການກວດກາການຂົນສົ່ງວັດສະດຸດິນດຳ, ດິນແດງ ແລະ ແຮ່ຊາຍ ເຫັນວ່າຍັງມີນໍ້າໜັກເກີນ ຍ້ອນຜູ້ປະກອບການມີການລົບຫລີກ ບໍ່ໄປຜ່ານສະຖານີຕິດຊັ່ງນໍ້າໜັກ ບວກກັບການຂະຫຍາຍຕາໜ່າງເສັ້ນທາງຫລາຍເສັ້ນ ເຮັດໃຫ້ຜູ້ປະກອບການຂົນສົ່ງ ສາມາດອອກໄດ້ຫລາຍທິດທາງ; ສະຖານີຕິດຊັ່ງນໍ້າໜັກທີ່ມີຢູ່ແລ້ວ ເປັນຕົ້ນ ສະຖານີຕິດຊັ່ງນໍ້າໜັກບ້ານໂຄກສີວິໄລເສັ້ນທາງ 13 ໃຕ້ ກິໂລແມັດທີ 21, ສະຖານີຕິດຊັ່ງນໍ້າໜັກ ບ້ານແຈ້ງສະຫວ່າງ ເສັ້ນທາງ 13 ເໜືອ ກິໂລແມັດທີ 28, ສະຖານີຕິດຊັ່ງນໍ້າໜັກ ບ້ານດົງໂພສີ ເສັ້ນທາງທ່າເດື່ອ ກິໂລແມັດທີ 19 ເຫັນວ່າບໍ່ມີຄວາມເໝາະສົມ ເນື່ອງຈາກວ່າຜູ້ປະກອບການນໍາໃຊ້ເສັ້ນທາງຫລາຍທິດທາງລົບຫລີກ. ນອກຈາກນີ້, ອຸປະກອນເຄື່ອງມືຮັບໃຊ້ ແລະ ບຸກຄະລາກອນ ຍັງມີຂໍ້ຈຳກັດ.

ທີ່ມາ: ຂ່າວສານປະເທດລາວ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles