ເຈາະເລິກ 5 ເທຣນການຕະຫຼາດດີຈີຕອນປີ 2026: ເມື່ອໂລກປ່ຽນໄປ ແບຣນຕ້ອງປັບຕົວແນວໃດ?

Google ໄດ້ເປີດເຜີຍບົດວິເຄາະທີ່ຊີ້ໃຫ້ເຫັນວ່າ “ການຕະຫຼາດແບບເກົ່າອາດຈະບໍ່ພໍອີກຕໍ່ໄປ”. ເມື່ອສະພາບເສດຖະກິດ ແລະ ເຕັກໂນໂລຊີ AI ເຂົ້າມາມີບົດບາດຫຼາຍຂຶ້ນ ນີ້ຄື 5 ສິ່ງທີ່ແບຣນ ແລະ ນັກການຕະຫຼາດ “ຕ້ອງຮູ້” ເພື່ອໃຫ້ຢູ່ລອດໃນໃຈລູກຄ້າ:

1. ປີຂອງ “ຄວາມສຸກສະເພາະໜ້າ” (Micro-Joys)

ທ່າມກາງຄວາມບໍ່ແນ່ນອນຂອງເສດຖະກິດ ຜູ້ຄົນເລີ່ມຖອດໃຈຈາກການເກັບເງິນຊື້ຂອງໃຫຍ່ໆເຊັ່ນ: ເຮືອນ ຫຼື ລົດ ແລ້ວຫັນມາຫາ “ການໃຫ້ລາງວັນເລັກໆນ້ອຍໆແກ່ຕົນເອງ” ເພື່ອຜ່ອນຄາຍຄວາມຄຽດ.

ກົນລະຍຸດ: ແບຣນບໍ່ຄວນເນັ້ນແຕ່ລາງວັນໃຫຍ່. ລອງປ່ຽນມາໃຫ້ສ່ວນຫຼຸດ ຫຼື ຂອງແຖມທີ່ລູກຄ້າໄດ້ຮັບ “ໄວຂຶ້ນ” ແລະ “ງ່າຍຂຶ້ນ” ໃນລະຫວ່າງທາງ ຈະຊ່ວຍມັດໃຈລູກຄ້າໄດ້ດີກວ່າ.

2. ຍຸກຂອງ GEO: ເມື່ອຄົນຄົ້ນຫາຂໍ້ມູນຜ່ານ AI

ພຶດຕິກຳການຄົ້ນຫາປ່ຽນຈາກການພິມ “ຄີເວີດ” ມາເປັນການ “ຖາມ-ຕອບ” ກັບ AI ຫຼາຍຂຶ້ນ. ເທຣນ GEO ຈຶ່ງກາຍເປັນເລື່ອງສຳຄັນ.

ກົນລະຍຸດ: ປັບປ່ຽນຄອນເທັ້ນໃຫ້ຢູ່ໃນຮູບແບບ ຄຳຖາມ-ຄຳຕອບ ຫຼາຍຂຶ້ນ ເພື່ອໃຫ້ AI ສາມາດດຶງຂໍ້ມູນຂອງແບຣນເຮົາໄປຕອບໃຫ້ຜູ້ໃຊ້ໄດ້ໂດຍກົງ.

3. ພະລັງແຫ່ງ “ຄວາມຄິດຮອດ” ຮູບຖ່າຍຄົນ

ໃນໂລກທີ່ວຸ້ນວາຍ ຄົນຮຸ່ນໃໝ່ (ໂດຍສະເພາະ Gen Z) ເລີ່ມຫັນໄປຫາສິ່ງຂອງໃນອະດີດ ເພື່ອເປັນທີ່ພຶ່ງທາງໃຈເຊັ່ນ: ກ້ອງດີຈີຕອນເກົ່າໆ, ຫູຟັງມີສາຍ ຫຼື ແຜ່ນສຽງ.

ກົນລະຍຸດ: ການນຳເອົາໂລໂກ້ເກົ່າ, ສິນຄ້າລຸ້ນຄລາສສິກ ຫຼື ກິ່ນອາຍໃນອະດີດມາໃຊ້ ສາມາດເພີ່ມຄວາມຊື່ນຊອບໃນແບຣນໄດ້ສູງເຖິງ 20% ເລີຍທີດຽວ

4. “ຮັກໂລກ” ແບບຈັບຕ້ອງໄດ້

ຄຳວ່າ “ຮັກໂລກ” ທີ່ເປັນພຽງການໂຄສະນາ ຈະໃຊ້ບໍ່ໄດ້ຜົນອີກຕໍ່ໄປ. ໃນປີ 2026 ລູກຄ້າຕ້ອງການເຫັນວ່າ “ເຂົາເຈົ້າໄດ້ຫຍັງ” ແລະ “ໂລກໄດ້ຫຍັງ” ແບບເປັນຮູບປະທຳ.

ກົນລະຍຸດ: ແທນທີ່ຈະບອກໃຫ້ລູກຄ້າ “ງົດໃຊ້ຖົງຢາງ” ລ້າໆ ແບຣນຄວນມອບຜົນປະໂຫຍດກັບຄືນໃຫ້ລູກຄ້າເຊັ່ນ: ສ່ວນຫຼຸດພິເສດ ຫຼື ແຕ້ມສະສົມ ເພື່ອໃຫ້ເຂົາເຈົ້າຮູ້ສຶກມີສ່ວນຮ່ວມໃນການຊ່ວຍໂລກຢ່າງແທ້ຈິງ.

5. ເປີດໂອກາດໃຫ້ລູກຄ້າ “ຮ່ວມສ້າງ” ຄອນເທັ້ນ🎨🎬

ຜູ້ບໍລິໂພກຍຸກໃໝ່ບໍ່ຢາກເປັນພຽງ “ຜູ້ຟັງ” ແຕ່ຢາກເປັນ “ຜູ້ຫຼິ້ນ”. ເຂົາເຈົ້າຢາກມີສ່ວນຮ່ວມໃນການສ້າງເລື່ອງລາວໄປພ້ອມກັບແບຣນ.

ກົນລະຍຸດ: ແບຣນຄວນກຽມ “ວັດຖຸດິບ” ໃຫ້ລູກຄ້າເອົາໄປຫຼິ້ນຕໍ່ໄດ້ງ່າຍໆເຊັ່ນ: ສຽງເພງໃນ TikTok, ຟິວເຕີ IG, ຫຼື ແຄມເປນ #AddYours ເພື່ອໃຫ້ແບຣນກາຍເປັນສ່ວນໜຶ່ງໃນຊີວິດປະຈຳວັນຂອງເຂົາເຈົ້າ.

ສະຫຼຸບ: ການຕະຫຼາດປີ 2026 ແມ່ນເລື່ອງຂອງ “ຄວາມຈິງໃຈ ຄວາມໄວ ແລະ ການມີສ່ວນຮ່ວມ”. ໃຜທີ່ປັບຕົວໄດ້ໄວກ່ອນ ຍ່ອມມີໂອກາດຄອງໃຈຜູ້ບໍລິໂພກໄດ້ຫຼາຍກວ່າ.

ທີ່ມາ: TODAY Bizview

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles