ຫ້ອງການ ກະຊວງສຶກສາທິການ ແລະ ກິລາ ຂໍຖືເປັນກຽດແຈ້ງມາຍັງພະນັກງານ, ລັດຖະກອນ, ນັກສຶກສາ ແລະ ທົ່ວປວງຊົນຊາບວ່າ: ລັດຖະບານ ແຫ່ງ ສສ. ຫວຽດນາມ ໃຫ້ທຶນການສຶກສາແກ່ ສປປ ລາວ ປະຈໍາປີ 2026 ໃນລະດັບປະລິນຍາໂທ ຈໍານວນ 73 ທຶນ ແລະ ປະລິນຍາເອກ ຈໍານວນ 17 ທຶນ, ຫຼັກສູດການຮຽນ-ການສອນ ເປັນ ພາສາຫວຽດ ແລະ ພາສາອັງກິດ ໂດຍເປີດກວ້າງຄືກັບປີຜ່ານມາ ລວມທັງພາກລັດ ແລະ ເອກະຊົນ ຜູ້ທີ່ມີຈຸດປະສົງ ຢາກໄປສຶກສາຕໍ່ປະເທດດັ່ງກ່າວ ສໍາລັບສາຂາວິສາຮຽນຄັດຕິດມາພ້ອມນີ້:
I. ນະໂຍບາຍທີ່ລັດຖະບານ ສສ. ຫວຽດນາມ ຊ່ວຍເຫຼືອ
ຄ່າເດີນທາງໄປ-ກັບລະຫວ່າງປະເທດ, ຄ່າຮຽນ, ທີ່ພັກ, ເບ້ຍລ້ຽງປະຈໍາເດືອນ, ຄ່າປະກັນສຸຂະພາບ ແລະ ຄ່າຮຽນກຽມພາສາຫວຽດຢູ່ ສປປ ລາວ ກ່ອນການເດີນທາງ.
II. ເງື່ອນໄຂຂອງຜູ້ສະຫມັກ
1. ເປັນຄົນລາວ ຖືສັນຊາດລາວອາຍຸບໍ່ໃຫ້ເກີນ 40 ປີ ສໍາລັບປະລີນຍາໂທ ແລະ ປະລິນຍາເອກ ບໍ່ໃຫ້ເກີນ 45 ປີ;
2. ຜູ້ທີ່ເປັນອາຈານສອນຢູ່ສະຖາບັນການສຶກສາແຫ່ງຕ່າງໆ ແມ່ນຈະໄດ້ຮັບບຸລິມະສິດເປັນພິເສດ ຕາມສາຍວິຊາສະເພາະ;
3. ຜູ້ສະຫມັກ ລະດັບປະລິນຍາໂທ ຕ້ອງມີລະດັບການສຶກສາຈົບປະລີນຍາຕີ ຄະແນນສະເລ່ຍ 70/100 (2,8) ຂຶ້ນໄປ ແລະ ວິຊາທີ່ຈະສະຫມັກຕ້ອງຕໍ່ເນື່ອງກັບວິຊາທີ່ຮຽນຈົບຜ່ານມາ, ກໍລະນີນັກສຶກສາທີ່ກໍາລັງຮຽນປະລິນຍາຕີປີສຸດທ້າຍ ຈະສະໝັກຮຽນຕໍ່ ປະລິນຍາໂທ ຕ້ອງມີໃບຢັ້ງຢືນການສຶກສາຈາກສະຖານການສຶກສາ ທີ່ຜູ້ກ່ຽວຈະຈົບໃນປີ 2026 ແລະ ສໍາເນົາຜົນການຮຽນແຕ່ປີ 1 ເຖິງປີສຸດ ທ້າຍ ຄັດຕິດມາພ້ອມ;
4. ຜູ້ທີ່ສະຫມັກ ລະດັບປະລິນຍາເອກ ຕ້ອງມີລະດັບການສຶກສາ ຈົບປະລິນຍາໂທ ຄະແນນສະເລ່ຍ 70/100 (2,8) ຂຶ້ນໄປ ວິຊາທີ່ຈະສະຫມັກຕ້ອງຕໍ່ເນື່ອງກັບວິຊາທີ່ຮຽນຈົບຜ່ານມາ ແລະ ຕ້ອງແມ່ນຜູ້ທີ່ຮຽນຈົບ ລະດັບປະລິນຍາຕີ ຫຼື ປະລິນຍາໂທ ຈາກ ສສ. ຫວຽດນາມມາກ່ອນ, ກໍລະນີນັກສຶກສາທີ່ກໍາລັງ ປະລິນຍາໂທປີສຸດທ້າຍ ຈະສະຫມັກຮຽນຕໍ່ ປະລິນຍາເອກ ຕ້ອງມີໃບຢັ້ງຢືນການເປັນນັກສຶກສາຈາກ ສະຖານການສຶກສາ ທີ່ຜູ້ກ່ຽວຈະຈົບໃນປີ 2026 ແລະ ສໍາເນົາຜົນການຮຽນແຕ່ປີ 1 ເຖິງປີສຸດທ້າຍ ຄັດ ຕິດມາພ້ອມ;
5. ມີຫນັງສືສະເຫນີຈາກກົມກອງທີ່ຕົນເອງສັງກັດຢູ່ (ກົມຈັດຕັ້ງ) ສະເພາະພະນັກງານລັດຖະກອນ; 6. ຜູ້ທີ່ສະຫມັກຮຽນຫຼັກສູດພາສາອັງກິດຕ້ອງມີໃບຢັ້ງຢືນລະດັບພາສາອັງກິດດີຄະແນນ IELTS 5,5 ຂຶ້ນໄປ.
III. ວິທີສະຫມັກ
ຜູ້ສົນໃຈສະຫມັກໃຫ້ໄປພົວພັນ, ສອບຖາມຂໍ້ມູນລາຍລະອຽດ ແລະ ແບບຟອມສະຫມັກ ຢູ່ທີ່ກົມກິດຈະການ ນັກສຶກສາ ກະຊວງສຶກສາທິການ ແລະ ກິລາ (ເຂດສະຫນາມກິລາເຈົ້າອານຸວົງ) ແລະ ຕິດຕໍ່ສອບຖາມຂໍ້ມູນໄດ້ທີ່ສູນບໍລິການນັກສຶກສາຕາມ ເບີໂທລະສັບ: 021 255 035 ພາຍຫຼັງປະກອບເອກະສານຄົບຖ້ວນໃຫ້ສົ່ງແບບຟອມສະຫມັກມາຍັງ ພະແນກຄຸ້ມຄອງ ທຶນການສຶກສາ ແລະ ນັກສຶກສາ, ຫ້ອງ 107-108 ຕາມໂມງລັດຖະການ ກ່ອນວັນວັນສຸກ ວັນທີ 03 ເມສາ 2026 ເປັນມື້ປິດຮັບສະຫມັກ.
ສາມາດດາວໂຫຼດເອົາແບບຟອມທີ່ ເວັບໄຊຂອງກົມ: www.moes.dsa.edu.la

