ກອງປະຊຸມປຶກສາຫາລື ກ່ຽວກັບການຜັນຂະຫຍາຍຄຳສັ່ງຂອງນາຍົກລັດຖະມົນຕີ, ສະບັບເລກທີ 40/ນຍ, ລົງວັນທີ 13 ມີນາ 2026 ວ່າດ້ວຍການເພີ່ມທະວີແກ້ໄຂບັນຫາຜົນກະທົບຈາກລາຄານ້ຳມັນເຊື້ອໄຟ.
ວັນທີ 16 ມີນາ 2026 ກະຊວງອຸດສາຫະກຳ ແລະ ການຄ້າ (ກອຄ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຜັນຂະຫຍາຍຄຳສັ່ງເລກທີ 40/ນຍ, ລົງວັນທີ 13 ມີນາ 2026 ຮ່ວມກັບກະຊວງການເງິນ, ທະນາຄານ ແຫ່ງ ສປປ ລາວ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ສະພາແຫ່ງຊາດ ແລະ ພາກທຸລະກິດ (ສະມາຄົມນ້ຳມັນ ແລະ ອາຍແກັສ ແລະ ຜູ້ປະກອບການ) ໂດຍການເປັນປະທານຂອງ ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ.
ຈຸດປະສົງ ແມ່ນເພື່ອປຶກສາຫາລື, ຮັບຄຳສະເຫນີ ແລະ ຄົ້ນຄ້ວາປັບປຸງນະໂຍບາຍ ແລະ ມາດຕະການ ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ ເປັນຕົ້ນແມ່ນການຮັບປະກັນການສະໜອງນໍ້າມັນເຊື້ອໄຟພາຍໃນປະເທດ. ບັນດາບໍລິສັດຜູ້ນໍາເຂົ້າ ແລະ ຈໍາໜ່າຍ ຕ່າງກໍຢືນຢັນວ່າ ຈະສືບຕໍ່ສະໜອງນໍ້າມັນໃຫ້ແກ່ສັງຄົມຢ່າງສຸດຄວາມສາມາດ ເພື່ອບໍ່ໃຫ້ສັງຄົມແຕກຕື່ນ. ສຳລັບກະຊວງ ອຄ, ກໍຈະດຳເນີນການກວດກາຄືນສາງເກັບນໍ້າມັນສໍາຮອງ ເພື່ອຈັດສັນ ແລະ ແຈກຈ່າຍໃຫ້ທົ່ວເຖິງ, ໂດຍສະເພາະໃນເຂດຫ່າງໄກສອກຫຼີກ ເພື່ອບໍ່ໃຫ້ເກີດສະພາບວິກິດການຂາດແຄນ. ສ່ວນດ້ານນະໂຍບາຍລາຄາ ແລະ ພາສີ ໃນທີ່ປະຊຸມເຫັນດີເປັນເອກະພາບໃນການປັບປຸງໂຄງສ້າງລາຄາ ໂດຍການຫຼຸດອັດຕາພາສີນໍ້າມັນແອັດຊັງ (95) ລົງມາເທົ່າກັບອັດຕາແອັດຊັງ (91) ເພື່ອຫຼຸດຜ່ອນຕົ້ນທຶນການນໍາເຂົ້າ ແລະ ຫຼຸດຜ່ອນພາລະລາຄາຂາຍຍ່ອຍ.
ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ກະຊວງການເງິນ ຈະຮ່ວມກັນອອກແຈ້ງການລາຄາໃໝ່ໃຫ້ທັນກັບສະພາບການ. ຕິດພັນກັບການນຳໃຊ້ເງິນກອງທຶນອຸດໜູນ ໄດ້ການົດກົນໄກການນຳໃຊ້ເງິນກອງທຶນ (300-600 ຕື້ກີບ) ເພື່ອເຂົ້າມາແຊກແຊງລາຄາ ໃນໄລຍະທີ່ຕະຫຼາດໂລກມີຄວາມຜັນຜວນແຮງ ໂດຍຈະເນັ້ນໃສ່ການອຸດໜູນໃຫ້ຖືກຈຸດ ເພື່ອຮັກສາສະຖຽນລະພາບລາຄາຂາຍຍ່ອຍ ບໍ່ໃຫ້ມີການປັບຂຶ້ນແບບກະໂດດຂັ້ນ.
ທີ່ມາ: ກະຊວງອຸດສາຫະກຳ ແລະ ການຄ້າ

