ເປີດຮັບສະໝັກ ຊາວໜຸ່ມລາວ ເຂົ້າຮ່ວມແລກປ່ຽນ ທີ່ກອງປະຊຸມຊາວໜຸ່ມ ອາຊຽນ–ຣັດເຊຍ ຄັ້ງທີ 6 ໂດຍງານ ຈະໄດ້ຈັດຂຶ້ນ ລະຫວ່າງ ວັນທີ 21–25 ຕຸລາ 2026 ທີ່ ມະຫາວິທະຍາໄລ Far Eastern Federal University (FEFU), ເມືອງ Vladivostok, ຣັດເຊຍ.
ເນື່ອງໃນໂອກາດຄົບຮອບ 35 ປີ ແຫ່ງສາຍພົວພັນ ອາຊຽນ–ຣັດເຊຍ, ກອງປະຊຸມຈະຈັດຂຶ້ນພາຍໃຕ້ຫົວຂໍ້
“ຊາວໜຸ່ມຣັດເຊຍ ແລະ ອາຊຽນ: ການສົນທະນາຂອງວັດທະນະທຳ ແລະ ພະລັງສ້າງສັນແຫ່ງຄວາມກ້າວໜ້າ”.
ຈຸດປະສົງ ແມ່ນເພື່ອທົບທວນຜົນສຳເລັດສຳຄັນຂອງການຮ່ວມມືດ້ານຊາວໜຸ່ມລະຫວ່າງຣັດເຊຍ ແລະ ປະເທດອາຊຽນ ແລະ ຮ່ວມກັນກຳນົດແນວທາງໃນການພັດທະນາການຮ່ວມມືໃນອະນາຄົດ.
ຄາດວ່າຈະມີຜູ້ເຂົ້າຮ່ວມຢ່າງໜ້ອຍ 155 ຄົນ ຈາກຣັດເຊຍ ແລະ ປະເທດໃນອາຊຽນ, ລວມທັງຕົວແທນຊາວໜຸ່ມ, ສະມາຊິກສຳນັກງານເລຂາທິການອາຊຽນ ແລະ ຜູ້ນຳຈາກກະຊວງທີ່ກ່ຽວຂ້ອງ.
4 ຫົວຂໍ້ຫຼັກ ຂອງການສົນທະນາ:
ການຮ່ວມມືດ້ານຊາວໜຸ່ມລະຫວ່າງປະເທດ
ມະຫາສະໝຸດໂລກ ແລະ ອາລະຍະທຳທາງທະເລ
ເຕັກໂນໂລຊີ ແລະ ປັນຍາປະດິດ (AI)
ອຸດສາຫະກຳສ້າງສັນ
ພາຍໃນງານຍັງມີກິດຈະກຳດ້ານວັດທະນະທຳ ແລະ ການຢ້ຽມຊົມສະຖານທີ່ສຳຄັນຕ່າງໆໃນນະຄອນ Vladivostok.
ກອງປະຊຸມຈະສິ້ນສຸດລົງດ້ວຍການລົງນາມໃນ ຖະແຫຼງການ ເຊິ່ງກຳນົດຫຼັກການຮ່ວມ ແລະ ທິດທາງຍຸດທະສາດສຳລັບການພັດທະນາການຮ່ວມມືດ້ານຊາວໜຸ່ມລະຫວ່າງອາຊຽນ ແລະ ຣັດເຊຍ.
ໝາຍເຫດ: ຜູ້ສະໝັກຕ້ອງມີທັກສະພາສາອັງກິດ.
ເປີດຮັບລົງທະບຽນເຖິງວັນທີ 1 ຕຸລາ 2026
ລົງທະບຽນໄດ້ທີ່ລິ້ງ register
ຂໍໃຫ້ທ່ານ ໂຊກດີ !



