ທ່ານພ້ອມທີ່ຈະປັບປ່ຽນວິຖີຊີວິດໃຫ້ເປັນມິດກັບຕໍ່ສິ່ງແວດລ້ອມ ແລະ ລົງມືເຮັດໂຕຈິງແລ້ວບໍ່? ມາຮ່ວມກິດຈະກຳກັບພວກເຮົາ ເລີ່ມແຕ່ວັນທີ 2–11 ຕຸລາ 2026 ໃນໂອກາດສະເຫຼີມສະຫຼອງສັບປະດາສີຂຽວ ຂອງສະຫະພາບ ເອີຣົບ ປະຈໍາປີ 2026 ເຊິ່ງຈະຈັດຂຶ້ນ ເພື່ອລວບລວມຄວາມສາມັກຄີ, ສ້າງແຮງບັນດາໃຈໃນການລົງມືເຮັດຮ່ວມກັນ ແລະ ຮ່ວມສ້າງອະນາຄົດທີ່ຍືນຍົງ ແລະ ເປັນມິດຕໍ່ສິ່ງແວດລ້ອມຫຼາຍຂຶ້ນ.
ມີກິດຈະກຳຫຍັງແດ່?
ຖືຖົງມາ ປ່ຽນໂລກໄດ້ – ເມື່ອທ່ານນໍາຖົງຂອງທ່ານມາໃຊ້ເວລາຊື້ເຄື່ອງ ກໍ່ມີສິດຮັບຂອງລາງວັນ
ງານວາງສະແດງຮູບພາບ ພາຍໃຕ້ຫົວຂໍ້ “ຊຸມຊົນທີ່ປາສະຈາກ ປລາສະຕິກແບບຍືນຍົງ ແລະ ການມີສ່ວນຮ່ວມຂອງທຸກຄົນ
ວົງຈອນຂອງການແລກປ່ຽນ – ກິດຈະກຳແລກປ່ຽນເຄື່ອງມືສອງ
ກິດຈະກໍາງານປະດິດຄືນໃໝ່ຈາກວັດສະດຸທີ່ໃຊ້ແລ້ວ
ກ້າວທີ່ຮັກໂລກ – ສະສົມຈໍານວນກ້າວແລ່ນຂອງທ່ານ ເພື່ອລຸ້ນຮັບຂອງລາງວັນຈາກສະຫະພາບ ເອີຣົບ
ເຂົ້າຮ່ວມຟຣີ!
ການລົງມືເຮັດຈາກຈຸດນ້ອຍໆ ສາມາດສ້າງການປ່ຽນແປງທີ່ຍິ່ງໃຫຍ່.
ມາຮ່ວມກັບພວກເຮົາ ແລະ ເຮັດໃຫ້ຄວາມຍືນຍົງກາຍເປັນສ່ວນໜຶ່ງຂອງຊີວິດປະຈຳວັນ!


