ແຈ້ງການຈາກພະແນກ ຍທຂ.ນວ: ວຽງຈັນກຳນົດຫຼີກລ້ຽງການສັນຈອນບາງເສັ້ນທາງ 20 ກັນຍາ

ນະຄອນຫຼວງວຽງຈັນ, 17 ກັນຍາ 2026 — ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ອອກແຈ້ງການເລກທີ 8384/ຍທຂ.ນວ, ລົງວັນທີ 16 ກັນຍາ 2026, ແຈ້ງໃຫ້ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງພາຍໃນ ແລະ ຕ່າງປະເທດ ທີ່ນຳໃຊ້ລົດໃຊ້ຖະໜົນໃນນະຄອນຫຼວງວຽງຈັນ ຮັບຊາບເຖິງການຫຼີກລ້ຽງການສັນຈອນຊົ່ວຄາວຕາມບາງເສັ້ນທາງ.

ການຈັດລະບຽບການສັນຈອນດັ່ງກ່າວ ເປັນສ່ວນໜຶ່ງຂອງການອຳນວຍຄວາມສະດວກໃຫ້ແກ່ການຈັດງານ ແຂ່ງຂັນກິລາແລ່ນ (Mini Marathon) ເພື່ອສະເຫຼີມສະຫຼອງວັນລັດຖະທຳມະນູນ ສປປ ລາວ ຄົບຮອບ 35 ປີ, ສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ ພ້ອມທັງກິດຈະກຳລະດົມທຶນເພື່ອຊ່ວຍເຫຼືອຜູ້ປະສົບໄພທຳມະຊາດ.

ກຳນົດການສຳຄັນ

ຕາມແຈ້ງການ, ວັນທີ 18-19 ກັນຍາ 2026 ແມ່ນກຳນົດສຳລັບການລົງທະບຽນ ແລະ ຮັບເສື້ອ ພ້ອມໝາຍເລກຜູ້ເຂົ້າຮ່ວມ ຢູ່ເດີ່ນສະໜາມຫຼວງ ບໍລິເວນໜ້າຫໍສະພາແຫ່ງຊາດ.

ສ່ວນວັນທີ 20 ກັນຍາ 2026 ເປັນມື້ຈັດການແຂ່ງຂັນ ໂດຍກຳນົດເວລາປະມານ 05:00-08:30 ໂມງ.

ເສັ້ນທາງທີ່ອາດກະທົບການສັນຈອນ

ແຈ້ງການລະບຸເສັ້ນທາງແຂ່ງຂັນ 2 ໄລຍະ ຄື 5 ກິໂລແມັດ ແລະ 10 ກິໂລແມັດ.

ເສັ້ນທາງ 5 ກິໂລແມັດ ເລີ່ມຈາກບໍລິເວນດ້ານໜ້າສະພາແຫ່ງຊາດ ໄປວົງວຽນ 450 ປີ, ປະຕູໄຊ, ຖະໜົນລ້ານຊ້າງ, ກ່ອນຈະວົນກັບມາຜ່ານຖະໜົນ 23 ສິງຫາ ແລະ ກັບເຂົ້າສູ່ເສັ້ນໄຊບໍລິເວນຫໍສະພາແຫ່ງຊາດ.

ຂະນະທີ່ ເສັ້ນທາງ 10 ກິໂລແມັດ ຈະຄອບຄຸມເສັ້ນທາງຫຼາຍຈຸດໃນເຂດໃຈກາງນະຄອນ ເຊັ່ນ ບໍລິເວນປະຕູໄຊ, ຖະໜົນລ້ານຊ້າງ, ຖະໜົນສາມແສນໄທ, ວົງວຽນທາດດຳ, ບໍລິເວນນ້ຳພຸ, ຖະໜົນເສດຖາທິລາດ, ຖະໜົນເຈົ້າຟ້າງຸ່ມ, ບໍລິເວນຫໍຄຳ, ຖະໜົນຄູວຽງ ແລະ ຖະໜົນ 23 ສິງຫາ ກ່ອນກັບເຂົ້າເສັ້ນໄຊ.

ພະແນກ ຍທຂ.ນວ ແນະນຳໃຫ້ຜູ້ທີ່ສັນຈອນຜ່ານເສັ້ນທາງໃນເສັ້ນທາງແຂ່ງຂັນ ເອົາໃຈໃສ່ປະຕິບັດຕາມການແນະນຳຂອງເຈົ້າໜ້າທີ່ຢ່າງເຄັ່ງຄັດ ເພື່ອໃຫ້ການຈະລາຈອນສາມາດດຳເນີນໄປໄດ້ຢ່າງສະດວກ ໂລ່ງລ່ຽນ ແລະ ປອດໄພ.

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles