ທ່ານເຄີຍຮູ້ສຶກບໍ່ວ່າ ເວລາທີ່ທ່ານສົນທະນາກັບໃຜຜູ້ໜຶ່ງ ແລ້ວຄົນຟັງກັບເຮັດໜ້າງົງ ຫຼື ຖາມກັບວ່າ “ກີ້ນີ້ເວົ້າວ່າຫຍັງ?” ຫຼາຍຄົນອາດຈະເບິ່ງວ່ານັ້ນເປັນສັນຍານຂອງການເວົ້າບໍ່ຮູ້ເລື່ອງ ຫຼື ສື່ສານບໍ່ເກັ່ງ ແຕ່ວ່າຄວາມຈິງແລ້ວ ຄວາມສັບສົນໃນການສື່ສານນັ້ນອາດຈະບໍ່ໄດ້ມາຈາກຄວາມບໍ່ສະຫຼາດສະເໝີໄປ, ໃນທາງກັບກັນ ງານຄົ້ນຄ້ວາບາງສະບັບກັບສະເໜີວ່າ ຄົນທີ່ເວົ້າວົນໄປວົນມາ ຫຼື ສື່ສານໄດ້ບໍ່ເປັນລະບົບ ອາດຈະມີແນວໂນ້ມວ່າ “ສະຫຼາດເກີນໄປ” ຈົນສະໝອງຄິດໄວເກີນກວ່າທີ່ຄຳເວົ້າຈະຕາມທັນ.
ມີງານສຶກສາຈາກ University of Rochester ພົບວ່າ ຄົນທີ່ມີລະດັບສະຕິປັນຍາສູງມັກມີຄວາມສາມາດໃນການເຊື່ອມແນວຄິດໄດ້ຢ່າງໄວວາ ແລະ ຊັບຊ້ອນ ເຊິ່ງອາດຈະເຮັດໃຫ້ພວກເຂົາສື່ສານຂ້າມລຳດັບຂັ້ນຕອນໃນຫົວຂອງຕົນເອງ ໂດຍບໍ່ໄດ້ອະທິບາຍບໍລິບົດໃຫ້ຄົບຖ້ວນ ເຮັດໃຫ້ຜູ້ຟັງນຳບໍ່ທັນ ເຖິງແມ່ນວ່າສິ່ງທີ່ພວກເຂົາເວົ້າຈະສິ່ງໃດໜຶ່ງເຊື່ອງຊ້ອນຢູ່ກໍຕາມ (Krauss & Fussell, 1991) ແລະ ນອກຈາກນີ້, ນັກຈິດຕະສາດບາງຄົນຍັງເບິ່ງວ່າຄົນທີ່ມີຄວາມຄິດສ້າງສັນສູງ ອາດຈະໃຊ້ວິທີຄິດທີ່ແຫວກແນວ ຫຼື ບໍ່ເປັນເສັ້ນຕົງ ຈຶ່ງອາດຟັງເເລ້ວຄືເເບບວົກໄປວົນມາໃນບາງຄັ້ງ (Martindale, 1995).
ໃນທາງກັບກັນ ເຖິງແມ່ນວ່າການເວົ້າບໍ່ຮູ້ເລື່ອງຈະບໍ່ໄດ້ເປັນຕົວຊີ້ວັດຄວາມສະຫຼາດໂດຍກົງ ແຕ່ມັນອາດຈະເປັນຜົນພວງຂອງການຄິດເຊີງຊັບຊ້ອນ ທີ່ຕ້ອງໃຊ້ເວລາຫຼາຍຂຶ້ນໃນການແປອອກມາເປັນຄຳເວົ້າ ເພາະການທີ່ສະໝອງປະມວນຜົນໄວເກີນໄປຈົນຄຳເວົ້ານຳບໍ່ທັນ ຈຶ່ງກາຍເປັນບັນຫາເລື່ອງຈັງຫວະຂອງການສື່ສານ ບໍ່ເເມ່ນຄຸນນະພາບຂອງເນື້ອໃນ ຫຼາຍຄົນຈຶ່ງພົບວ່າພວກເຂົາສາມາດຖ່າຍທອດຄວາມຄິດໄດ້ດີຂຶ້ນໃນຮູບແບບຂອງການຂຽນ ຫຼື ການອະທິບາຍເປັນລຳດັບຂັ້ນ.
ແນ່ນອນວ່າ, ບໍ່ເເມ່ນທຸກກໍລະນີທີ່ເວົ້າບໍ່ຮູ້ເລື່ອງຈະມາຈາກຄວາມສະຫຼາດ ການຝຶກຝົນທັກສະການສື່ສານຍັງຄົງຈໍາເປັນ ໂດຍສະເພາະສໍາລັບຜູ້ທີ່ເຮັດວຽກເປັນທີມ ຫຼື ໃນບົດບາດທີ່ຕ້ອງຖ່າຍທອດຄວາມຄິດໃຫ້ເຂົ້າໃຈງ່າຍ, ການຝຶກເວົ້າໃຫ້ແຈ້ງ-ຊັດເຈນ ແລະ ຈັດລຳດັບຄວາມຄິດກ່ອນເວົ້າ ເພາະຈະຊ່ວຍໃຫ້ຄົນອື່ນເຂົ້າເຖິງສິ່ງທີ່ທ່ານຕ້ອງການສື່ສານໄດ້ດີຂຶ້ນ ແລະ ຍັງເປັນການເພີ່ມພະລັງໃຫ້ກັບຄວາມຄິດທີ່ມີຢູ່ ແລ້ວໃຫ້ປະກາຍຫຼາຍຂຶ້ນດ້ວຍ
ສຸດທ້າຍແລ້ວ ຫາກທ່ານຮູ້ສຶກວ່າຕົນເອງມັກເວົ້າຫຍັງແລ້ວຄົນອື່ນບໍ່ເຂົ້າໃຈ ຢ່າຟ້າວດ່ວນສະຫຼຸບວ່າທ່ານບໍ່ມີຄວາມສາມາດທາງການສື່ສານສະເໝີໄປ ເພາະທ່ານອາດພຽງເເຕ່”ຄິດໄວໄປ ເເລະ ເວົ້າຊ້າໄປ” ກໍເທົ່ານັ້ນເອງ ສິ່ງສໍາຄັນຄືການຮຽນຮູ້ທີ່ຈະປັບຈັງຫວະການສື່ສານໃຫ້ສົມດຸນ ແລະ ໃຊ້ຄວາມສະຫຼາດຂອງທ່ານໃນຮູບແບບທີ່ຄົນອື່ນເຂົ້າເຖິງໄດ້ຫຼາຍຂຶ້ນ.
ທີ່ມາ: Martindale