ທະນາຄານແຫ່ງ ສປປ ລາວ ຊີ້ແຈງຕໍ່ຄໍາຖາມເຈາະຈິ້ມຂອງສະມາຊິກສະພາເເຫ່ງຊາດໃນກອງປະຊຸມ ສະໄໝສາມັນ ເທື່ອທີ 9 ຂອງສະພາເເຫ່ງຊາດ ຊຸດທີ IX
ວັນທີ 10 ມິຖຸນາ 2025 ນີ້, ທີ່ຫໍປະຊຸມສະພາແຫ່ງຊາດ ຕາງໜ້າທະນາຄານແຫ່ງ ສປປ ລາວ (ທຫລ) ນໍາໂດຍ ທ່ານ ນ. ວັດທະນາ ດາລາລອຍ ຮັກສາການຜູ້ວ່າການ, ພ້ອມດ້ວຍຄະນະ, ໄດ້ຊີ້ແຈງຕໍ່ກອງປະຊຸມ ສະ ໄໝສາມັນ ເທື່ອທີ 9 ຂອງສະພາເເຫ່ງຊາດຊຸດທີ IX. ຄໍາຊັກຖາມຂອງຄະນະປະຈໍາສະພາເເຫ່ງຊາດ ແລະ ສະມາຊິກສະພາເເຫ່ງຊາດ ລວມມີຫຼາຍບັນຫາທີ່ສໍາຄັນ ເເລະ ເປັນອັນເຄັ່ງຮ້ອນຕິດພັນກັບການຈັດຕັ້ງປະຕິບັດເເຜນເງິນຕາ ໃນໄລຍະ 5 ເດືອນຕົ້ນປີ 2025 ເເລະ ເເຜນຈັດຕັ້ງປະຕິບັດຮອດທ້າຍປີ 2025 ນີ້. ໃນນີ້, ຕິດພັນກັບການຄຸ້ມຄອງມະຫາພາກດ້ານເງິນຕາ, ການຄຸ້ມຄອງເງິນຕາຕ່າງປະເທດ ແລະ ການສະໜອງສິນເຊື່ອໃຫ້ແກ່ວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ອື່ນໆ.
ຕໍ່ກັບບັນດາຄໍາຖາມເຈາະຈິ້ມທີ່ຖືກຍົກຂຶ້ນ, ທ່ານ ຮັກສາການຜູ້ວ່າການ ໄດ້ມີຄໍາເຫັນວ່າ: ທຫລ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດໜ້າວຽກຂອງຕົນດ້ວຍຄວາມຮັບຜິດຊອບສູງ ໂດຍການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມສະໄໝສາມັນ ຂອງສະພາເເຫ່ງຊາດໃນຄັ້ງຜ່ານມາ ແລະ ວາລະເເຫ່ງຊາດວ່າດ້ວຍການເເກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ມາເປັນເປົ້າໝາຍສູ້ຊົນທີ່ສໍາຄັນ ເພື່ອໃຫ້ບັນລຸຕາມລະດັບຄາດໝາຍທີ່ຕັ້ງໄວ້.
ໂດຍລວມເເລ້ວ, ເຫັນວ່າຜົນໄດ້ຮັບໃນການຈັດຕັ້ງປະຕິບັດເເຕ່ລະໜ້າວຽກ ແມ່ນມີທ່າອ່ຽງທີ່ຕັ້ງໜ້າຂຶ້ນກວ່າເກົ່າ ໂດຍສະເພາະ ອັດຕາເງິນເຟີ້ ຫຼຸດລົງຢ່າງຕໍ່ເນື່ອງ ສະເລ່ຍ 5 ເດືອນຕົ້ນປີ 2025 ເເມ່ນຢູ່ໃນລະດັບ 11.7% ແລະ ຄາດວ່າຈະສືບຕໍ່ຫຼຸດລົງມາຢູ່ໃນລະດັບ 1 ຕົວເລກໃນທ້າຍປີ 2025 ທີ່ສະພາເເຫ່ງຊາດຮັບຮອງ; ການຄຸ້ມຄອງອັດຕາເເລກປ່ຽນກໍ່ເຫັນວ່າມີຄວາມສະ ຫງົບຫຼາຍ.
ທຫລ ໄດ້ຈັດຕັ້ງປະຕິບັດການຄຸ້ມຄອງລາຍຮັບຈາກການສົ່ງອອກຜ່ານລະບົບທະນາຄານ ຮອດທ້າຍເດືອນ 5/2025 ສາມາດຄຸ້ມຄອງລາຍຮັບໄດ້ 68.74% ຂອງມູນຄ່າການສົ່ງອອກທັງໝົດ, ຄາດວ່າຮອດທ້າຍເດືອນ 6/2025 ຈະບັນລຸໄດ້ 70% ຂອງການສົ່ງອອກທັງໝົດ; ການສະໜອງສິນເຊື່ອຂອງຂະແໜງການທະນາຄານ ກໍ່ສາມາດເຂົ້າເຖິງຜູ້ປະກອບການ ແລະ ຫົວໜ່ວຍທຸລະກິດແຕ່ລະປະເພດ ຕາມນະໂຍບາຍທີ່ລັດຖະບານໄດ້ວາງອອກ ໂດຍສະເພາະນະໂຍບາຍສິນເຊື່ອເພື່ອກະຈາຍລົງສູ່ທ້ອງຖິ່ນ ແລະ ນະໂຍບາຍສິນເຊື່ອເພື່ອກະຕຸ້ນເສດຖະກິດ.
ທີ່ມາ: LNR