30 C
Vientiane
Saturday, June 14, 2025

ເປີດຂຶ້ນຢ່າງເປັນທາງການ ບໍລິສັດ ເອັສຊີລໍລຸກໂຊຕຕິກ້າ(EssilorLuxottica) ຂະຫຍາຍກຳລັງການຜະລິດໃນ ສປປ ລາວ ເພື່ອສະໜັບສະໜູນການເຕີບໂຕຂອງຕະຫຼາດໃນພາກພື້ນ

ໃນວັນທີ 11 ມິຖຸນາ 2025 ເອັສຊີລໍລຸກໂຊຕຕິກ້າ (EssilorLuxottica) ໄດ້ເປີດໂຕໂຮງງານຜະລິດແຫ່ງທີສອງຂອງບໍລິສັດທີ່ເອັສຊີລໍລາວ ຈໍາກັດ Essilor Lao Company Ltd. (ELCL) ຢູ່ ແຂວງສະຫວັນນະເຂດ, ສປປ ລາວ. ໂຮງງານໃຫມ່ນີ້ເສີມສ້າງຍຸດທະສາດຂອງກຸ່ມໃນການຂະຫຍາຍການດຳເນີນງານທົ່ວພາກພື້ນ ອາຊີ-ປາຊີຟິກ ເພື່ອຕອບສະໜອງຄວາມຕ້ອງການທາງດ້ານສາຍຕາທີ່ເພີ່ມຂຶ້ນຂອງປະຊາຊົນທົ່ວໂລກ.

ເອັສຊີລໍລຸກໂຊຕຕິກ້າ (EssilorLuxottica) ມີການດຳເນີນງານຢ່າງເຂັ້ມແຂງໃນ ລາວ ນັບຕັ້ງແຕ່ປີ 2013, ເມື່ອໂຮງງານຜະລິດແຫ່ງທຳອິດຂອງ ເອັສຊີລໍລາວ (ELCL) ໄດ້ຖືກສ້າງຕັ້ງຂຶ້ນຢູ່ ແຂວງສະຫວັນນະເຂດ, ສປປ ລາວ. ຕະຫຼອດໄລຍະເວລາເກືອບ 10 ປີ, ທີ່ເອັສຊີລໍລາວ ໄດ້ສະແດງໃຫ້ເຫັນຄວາມສາມາດໃນການຜະລິດເລັນຕາ ໂພລີຄາໂບເນດ (polycarbonate) ທີ່ມີຄຸນນະພາບສູງໃນພາກພື້ນ ການຂະຫຍາຍໂຮງງານຄັ້ງນີ້ຈະສະແດງໃຫ້ເຫັນວ່າ ເອັສຊີລໍລາວ ເປັນສູນຄຸນນະພາບຂອງກຸ່ມການຜະລິດເລັນຕາ ໂພລີຄາໂບເນດ (polycarbonate) ທີ່ຜະລິດແບບສຳເລັດຮູບ ແລະ ຍັງບໍ່ສຳເລັດຮູບ, ສອດຄ່ອງກັບບົດບາດທີ່ເພີ່ມຂຶ້ນຂອງລາວ ໃນຖານະເປັນສູນກາງຍຸດທະສາດດ້ານການຜະລິດໃນອາຊີຕາເວັນອອກສຽງ, ດ້ວຍຂະໜາດ 8,000 ຕາລາງແມັດ, ການຂະຫຍາຍໂຮງງານຄັ້ງນີ້ຈະເພີ່ມກຳລັງຜະລິດປັດຈຸບັນຂອງ ເອັສຊີລໍລາວ ເປັນສອງເທົ່າ, ເຮັດໃຫ້ສາມາດຜະລິດເລັນແວ່ນຕາໄດ້ຫຼາຍກວ່າ 56 ລ້ານເລັນຕໍ່ປີ ເມື່ອດຳເນີນການເຕັມຄວາມສາມາດ. ໂດຍໂຮງງານໄດ້ຮັບຜົນປະໂຫຍດຈາກການຮ່ວມມືກັນກັບໂຮງງານຜະລິດຂອງ ເອັສຊີລໍລຸກໂຊຕຕິກ້າ (EssilorLuxottica) ໃນບາງກອກ ປະເທດໄທ, ເຊິ່ງເປັນສູນກາງຂອງກຸ່ມສຳລັບການຜະລິດຂອບແວ່ນຕາ ແລະ ເລັນຕາຈຳນວນຫຼາຍ ນັບຕັ້ງແຕ່ປີ 2000, ເຊິ່ງເປັນບ່ອນດຽວກັບບຸກຄະລາກອນຈາກ ເອັສຊີລໍລາວ ໄດ້ເຂົ້າຮ່ວມຮັບການເຝີກອົບຮົມ.

ທ່ານ Davide Schinetti ຫົວໜ້າຝ່າຍດໍາເນີນງານ ຂອງ ບໍລິສັດ ເອັສຊີລໍລຸກໂຊຕຕິກ້າ (EssilorLuxottica) ໄດ້ກ່າວໃຫ້ຮູ້ວ່າ: ການລົງທຶນຢ່າງຕໍ່ເນື່ອງຂອງພວກເຮົາໃນລາວ ສອດຄ່ອງກັບຍຸດທະສາດໂດຍລວມຂອງບໍສິສັດ, ໃນການເສີມສ້າງການດຳເນີນງານທີ່ມີຄວາມຫຼາກຫຼາຍ ເພື່ອເສີມສ້າງຄວາມວ່ອງໄວໃນການສະໜອງຄວາມຕ້ອງການຂອງຕະຫຼາດທີ່ເພີ່ມຂຶ້ນ. ໂດຍການເພີ່ມປະລິມານ ພ້ອມດຽວກັນກັບການຮັກສາຄຸນນະພາບໄວ້ ແລະ ສືບຕໍ່ຂັບເຄື່ອນນະວັດຕະກຳເພື່ອບໍລິການຜູ້ຊ່ຽວຊານດ້ານສາຍຕາ ແລະ ຜູ້ບໍລິໂພກໃຫ້ດີຂຶ້ນ.”

ໂຮງງານໃໝ່ຈະຈ້າງແຮງງານເພີ່ມອີກ 400 ຕຳແໜ່ງ, ລວມເປັນ 750 ຕຳແໜ່ງ ໃນທັງສອງໂຮງງານ. ດ້ວຍຕຳແໜ່ງ ໃໝ່ໃນດ້ານວິສະວະກຳ, ການຄຸ້ມຄອງຄຸນນະພາບ, ລະບົບຕ່ອງໂສ້ການສະໜອງ, ສິ່ງແວດລ້ອມ, ຄວາມປອດໄພ ແລະ ການຂົນສົ່ງ, ຕຳແໜ່ງເຫຼົ່ານີ້ຈະສະໜັບສະໜູນການຂະຫຍາຍຕົວຂອງກຳລັງແຮງງານທີ່ມີທັກສະໃນລາວ, ພ້ອມທັງຍົກສູງຄວາມຊ່ຽວຊານດ້ານວິຊາການ ແລະ ເສດຖະກິດທ້ອງຖິ່ນຜ່ານການສ້າງວຽກເຮັດງານທຳ ແລະ ການໂອນຖ່າຍທອດເຕັກໂນໂລຊີ. ນັບຕັ້ງແຕ່ປີ 2014, ເອັສຊີລໍລາວ ຍັງໄດ້ສ້າງຕັ້ງສູນຝຶກອົບຮົມວິຊາຊີບໃນ ແຂວງສະຫວັນນະເຂດ ເຊິ່ງມີຈຸດປະສົງເພື່ອຊ່ວຍໃຫ້ພະນັກງານທ້ອງຖິ່ນພັດທະນາທັກສະທີ່ເໝາະສົມກັບຄວາມຕ້ອງການດ້ານອຸດສາຫະກຳໃໝ່.

• ເປີດໂຮງງານແຫ່ງທີສອງທີ່ ເອັສຊີລໍລາວ, ເຊິ່ງເປັນສູນຄຸນນະພາບຂອງກຸ່ມ ແລະ ເປັນສູນກາງຫຼັກສຳລັບການຜະລິດເລັນຕາທີ່ມີຄຸນນະພາບສູງ

• ສ້າງວຽກເຮັດງານທຳຈຳນວນກວ່າ 400 ຕໍາແໜ່ງໃນດ້ານວິສະວະກໍາ, ການບໍລິຫານຄຸນນະພາບ, ລະບົບຕ່ອງໂສ້ການສະໜອງ, ສິ່ງແວດລ້ອມ, ຄວາມປອດໄພ ແລະ ການຂົນສົ່ງ ເພື່ອສະໜັບສະໜູນການຂະຫຍາຍຕົວແຮງງານທີ່ມີທັກສະໃນລາວ

• ໂຮງງານໃໝ່ຈະໄດ້ຮັບການຮອງຮັບມາດຕະຖານ LEED Gold, ສະແດງໃຫ້ເຫັນວ່າ ເອັສຊີລໍລຸກໂຊຕຕິກ້າ (EssilorLuxottica) ເປັນຜູ້ນຳດ້ານການພັດທະນາອຸດສາຫະກຳທີ່ຍືນຍົງ

ໃນພິທີດັ່ງກ່າວ ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີ ກະຊວງອຸສາຫະກໍາແລະການຄ້າ ໄດ້ກ່າວວ່າ: ໃນຖານະປະເທດທີ່ກຳລັງຂະຫຍາຍຕົວໃນສູນກາງຂອງອາຊີຕາເວັນອອກສຽງໃຕ້, ສປປ ລາວ ມີການຮ່ວມມືຂ້າມຊາຍແດນທີ່ເຂັ້ມແຂງ, ການເຊື່ອມຕໍ່ທີ່ເພີ່ມຂຶ້ນ ແລະ ໂຄງລ່າງພື້ນຖານທີ່ເໝາະສົມ ເຮັດໃຫ້ເປັນເສັ້ນທາງຂົນສົ່ງທີ່ສຳຄັນສຳລັບ ອາຊຽນ ແລະ ສປ ຈີນ. ການຂະຫຍາຍໂຮງງານຂອງ ເອັສຊີລໍລຸກໂຊຕຕິກ້າ ຄັ້ງນີ້ຊ່ວຍເສີມສ້າງບົດ ບາດຂອງປະເທດລາວ ໃນຖານະແຫຼ່ງການລົງທຶນຈາກຕ່າງປະເທດທີ່ມີຄຸນນະພາບສູງ, ລວມເຖິງການສ້າງໂອກາດທີມີ ຄ່າສຳລັບປະຊາຊົນໃນທ້ອງຖິ່ນ.ພວກເຮົາຫວັງວ່າຈະໄດ້ເຫັນການຂະຫຍາຍຕົວຢ່າງຕໍ່ເນື່ອງຂອງ ເອັສຊີລໍລຸກໂຊຕຕິກ້າ (EssilorLuxottica) ແລະ ຊ່ວຍເສີມສ້າງສັກກາຍະພາບດ້ານອຸດສາຫະກຳການຜະລິດ ຕະຫຼອດຮອດການສ້າງໂອກາດໃນດ້ານການຈ້າງງານທີ່ມີຄ່າສຳລັບປະຊາຊົນລາວ.

ນອກຈາກນີ້ ທາງ ເອັສຊີລໍລຸກໂຊຕຕິກ້າ (EssilorLuxottica) ຍັງມີ ມູນນິທິ ວັນໄຊ໋ ເອັສຊີລໍລຸກໂຊຕຕິກ້າ ຟາວເດເຊິ້ນ (OneSight EssilorLuxottica Foundation )ໃນ ລາວ ໄດ້ສ້າງຄຸນຄ່າຕໍ່ສັງຄົມ ໂດຍໃຫ້ບໍລິການ ການວັດແທກສາຍຕາ ແລະ ແຈກແວ່ນຕາຟຣີ ໃຫ້ແກ່ຊຸມຊົນທ້ອງຖິ່ນທີ່ຂາດໂອກາດ ໃນ ບັນດາແຂວງ ສະຫວັນນະເຂດ, ຄຳມ່ວນ, ປາກເຊ, ຫຼວງພະບາງ, ອຸດົມໄຊ, ວຽງຈັນ ແລະ ນະຄອນຫຼວງວຽງຈັນ, ຕະຫຼອດເຖິງບັນດາພະນັກງານຂອງ ເອັສຊີລໍລຸກໂຊຕຕິກ້າ (EssilorLuxottica) ແລະ ຄອບຄົວ ໃຫ້ມີຄູນນະພາບຊີວິດທີ່ດີຂຶ້ນດ້ວຍການແນມເຫັນທີ່ດີກວ່າ ເຊັ່ນດຽວກັນ ໂດຍມີປະຊາຊົນຫຼາຍກວ່າ 70,000 ຄົນ ໃນຊຸມຊົນ ສປປ ລາວ ໄດ້ຮັບການຊ່ວຍເຫຼືອດ້ານສາຍຕາໂດຍບໍ່ເສຍຄ່າໃຊ້ຈ່າຍ.

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles