ອີງຕາມຜົນການຄົ້ນຄວ້າ ແລະ ວິໄຈຫຼ້າສຸດ ໄດ້ສະແດງໃຫ້ເຫັນວ່າ 77% ຜູ້ຊາຍ ເຄີຍ ຫຼື ຄາດວ່າມີອາການ ຂອງພາວະຊຶມເສົ້າ. ໃນຈໍານວນນີ້ ມີພຽງແຕ່ ເຄິ່ງໜຶ່ງເທົ່ານັ້ນ ທີ່ຈະໄດ້ຮັບການປິ່ນປົວ ຫຼື ບອກເລົ່າສະຖານະສຸຂະພາບຈິດຂອງຕົນເອງໃຫ້ກັບຄົນອ້ອມຂ້າງໄດ້ຮັບຮູ້.
ສິ່ງທີ່ມັກເກີດ ຕາມມາກໍ່ແມ່ນ ຜູ້ຊາຍມີໂອກາດ ຄິດສັ້ນ ຈາກການຂ້າຕົວຕາຍ ຫຼາຍກວ່າຜູ້ຍິງ ເຖິງ 4 ເທົ່າ, ຄິດເປັນ 4 ໃນ 5 ຂອງການຂ້າຕົວຕາຍທັງໝົດ.
ເຫດຜົນໜຶ່ງກໍຄືຜູ້ຊາຍຖືກປູກຝັງຈາກສັງຄົມວ່າ: ຜູ້ຊາຍຈະຕ້ອງເປັນຄົນທີ່ເກັ່ງ, ເຂັ້ມແຂງ ແລະ ອົດທົນ ຈຶ່ງເປັນສາເຫດເຮັດໃຫ້ຜູ້ຊາຍບາງຄົນອຶດອັດໃຈ ແລະ 73% ຂອງຜູ້ຊາຍອາຍຸ 16-24 ປີ ຍອມຮັບວ່າເຄີຍຮຽນຮູ້ ທີ່ຈະຮັບມືກັບບັນຫາສຸຂະພາບຈິດແທນທີ່ຈະຂໍຄວາມຊ່ວຍເຫຼືອ ແລະ 1 ໃນ 3 ຂອງຜູ້ຊາຍ ແມ່ນຮູ້ສຶກອາຍ ທີ່ຈະບອກຄວາມຮູ້ສຶກທີ່ຕົວເອງເປັນຢູ່ ໃຫ້ຜູ້ອື່ນຮັບຮູ້.
ຜົນວິໄຈຍັງຊີ້ໃຫ້ເຫັນວ່າ ອາການຂອງພາວະຊຶມເສົ້າຂອງຜູ້ຍິງ ແລະ ຊາຍອາດສະແດງອອກທີ່ແຕກຕ່າງກັນ ເຊິ່ງການມີອາການຊຶມເສົ້າບໍ່ໄດ້ໝາຍຄວາມວ່າທ່ານເປັນຄົນທີ່ອ່ອນແອ ພຽງແຕ່ທ່ານກ້າຍອມຮັບ ແລະ ພ້ອມທີ່ຈະປ່ຽນແປງຕົວເອງໂດຍໄດ້ຮັບການປຶກສາປິ່ນປົວທ່ານກໍມີໂອກາດຫາຍດີເປັນປົກກະຕິຄືກັບຄົນທົ່ວໄປໄດ້.
ສຳລັບທ່ານໃດທີ່ມີບັນຫາຄວາມທ້າທ້າຍ ຕໍ່ເລື່ອງສຸຂະພາບຈິດ ແລະ ຢາກປຶກສາຫາລືຕໍ່ບັນຫາດັ່ງກ່າວແມ່ນສາມາດຕິດຕໍ່ມາໄດ້ທີ່ເບີ:
+ 1554 ສາຍດ່ວນຂອງສູນກາງຊາວໜຸ່ມ
+ 1362 ສາຍດ່ວນຂອງສະຫະພັນແມ່ຍິງ
+ 1361 ສາຍດ່ວນສໍາລັບທ່ານຍິງ
+ 137 ສາຍດ່ວນສໍາລັບທ່ານຊາຍ
ພະແນກສຸຂະພາບຈິດຢູ່ນະຄອນຫຼວງວຽງຈັນ
+ ໂຮງໝໍມະໂຫສົດ
+ ໂຮງໝໍ 103
ທີ່ມາ: workplaceoptions