ຫົວໜ້າແຜນງານອະນຸລັກ ອົງການ WWF ປະຈຳລາວ ເຜີຍວ່າ: ການບໍລິໂພກສັດປ່າ ທີ່ຫຼາຍຄົນມີຄວາມເຊື່ອວ່າເປັນຢາກຳລັງ, ດີຕໍ່ສຸຂະພາບນັ້ນ ແມ່ນຍັງບໍ່ທັນມີການຢັ້ງຢຶນທາງວິທະຍາສາດ ແລະ ສິ່ງທີ່ແນ່ໆແມ່ນມີຄວາມສ່ຽງຕໍ່ການຕິດພະຍາດຈາກສັດຫຼາຍກວ່າ.
ການບໍລິໂພກສັດປ່າ ແມ່ນຕິດພັນກັບຄົນລາວມາຫຼາຍຮຸ່ນຄົນ ດ້ວຍຄວາມເຊື່ອວ່າ ບໍລິໂພກແລ້ວມີກໍລັງວັງຊາ ເຮັດໃຫ້ສຸຂະພາບແຂງແຮງ ແຕ່ເບິ່ງອີກດ້ານໜຶ່ງແລ້ວ ການບໍລິໂພກສັດປ່າ ຖືວ່າເປັນພຶດຕິກຳທີ່ມີຄວາມສ່ຽງໃນການຕິດພະຍາດຈາກສັດສູ່ຄົນ ແລະ ຍັງຈະເຮັດໃຫ້ສັດບາງຊະນິດສູນພັນໄດ້ ຖ້າຫາກບໍ່ມີການປ່ຽນແປງພຶດຕິກຳມັນຈະສົ່ງຜົນກະທົບໂດຍກົງຕໍ່ລະບົບນະເວດ ແລະ ແນ່ນອນຈະກະທົບການດຳລົງຊີວິດຂອງປະຊາຊົນໃນຖ້ອງຖິ່ນ.
ທ່ານ ນາງ ປອ. ອາຈູສັນ ຣາຊພົນ ຫົວໜ້າແຜນງານອະນຸລັກ ອົງການ WWF ປະຈຳລາວ ໄດ້ໃຫ້ສຳພາດໃນວັນທີ 19 ພຶດສະມາ 2025 ວ່າ: ການດຳລົງຊີວິດຂອງປະຊາຊົນໃນ ສປປ ລາວ ຫຼາຍໆທ້ອງຖິ່ນແມ່ນຕິດພັນກັບທຳມະຊາດ ແນ່ນອນການລ່າ, ການນຳໃຊ້ສັດປ່າມາປຸງແຕ່ເປັນອາຫານເພື່ອຫາລ້ຽງຊີວິດຄອບຄົວກໍເປັນເລື່ອງປົກກະຕິທີ່ໄດ້ປະຕິບັດມາຫຼາຍຮຸ່ນຄົນ ແຕ່ຖ້າຫາກການລ່າເປັນການຄ້າ ແມ່ນສົ່ງຜົນກະທົບໂດຍກົງຕໍ່ຄວາມສົມດູນຂອງລະບົບນິເວດຢ່າງແນ່ນອນ ສ້າງຜົນປະໂຫຍດໃຫ້ກັບຜູ້ຄ້າຜູ້ຂາຍ ສ່ວນປະຊາຊົນທີ່ອາໄສຢູ່ບໍລິເວນດັ່ງກ່າວກໍໄດ້ຮັບຜົນກະທົບເຊັ່ນກັນ. ດັ່ງນັ້ນ, WWF ກໍໄດ້ເຂົ້າມາເຮັດວຽກໃນສ່ວນນີ້ ເພື່ອສ້າງຄວາມສົມດູນໃຫ້ລະບົບນິເວດ ສາມາດປະກອບສ່ວນເຂົ້າໃນການຄ່ໍາປະກັນສະບຽງອາຫານໃນຊຸມຊົນນັ້ນໆ.
ແຕ່ຢ່າງໃດກໍຕາມ ຈະເປັນການລ່າມາບໍລິໂພກເອງ ຫຼື ການລ່າເພື່ອເປັນການຄ້າ ທັງໝົດນີ້ຖືວ່າແມ່ນມີຄວາມສ່ຽງໃນການຕິດພະຍາດຈາກສັດສູ່ຄົນ, ນັບຕັ້ງແຕ່ການສຳຜັດ ການບໍລິໂພກອາຫານທີ່ປຸງແຕ່ງບໍ່ສຸກດີ ກໍຈະມີຄວາມສ່ຽງຕໍ່ການຕິດພະຍາດຈາກສັດໄດ້, ເນື່ອງຈາກປັດຈຸບັນມີພະຍາດທີ່ເກີດຈາກສັດປ່າຫຼາຍຊະນິດ ໂດຍສະເພາະພະຍາດທີ່ຖືກເອີ້ນວ່າ ພະຍາດວັນໃໝ່ ຫຼື emerging infectious diseases ເປັນພະຍາດຫຼາຍຊະນິດທີ່ເກີດຈາກສັດຕາມແຕ່ລະໄລຍະ ທີ່ສາມາດຕິດຕໍ່ໃສ່ຄົນ, ນອກຈາກປັດຈຸບັນທາງ WWF ຍັງໄດ້ເຝົ້າລະວັງການລະບາດຂອງພະຍາດຈາກສັດລ້ຽງ ສູ່ສັດປ່າ ເຊັ່ນ: ພະຍາດອະຫິວາໝູອາຟຣິກກາ (ໝູຫູກ່ຳ) ທີ່ຈະຕິດໃສ່ສັດປ່າ (ໝູປ່າ) ເຂົ້າມາຫາກິນຊຸມຊົນ ຫຼື ໝູລ້ຽງ ເຂົ້າໄປຫາກິນໃນປ່າ. ນອກນັ້ນ, ຍັງມີພະ ຍາດໄຂ້ເລືອດດຳ ແລະ ພະຍາດວໍ້.
ຂໍ້ມູນຈາກ ສູນວິໄຈພະຍາດ LOMWRU & ພະແນກຈຸລິນຊີຂອງໂຮງໝໍມະໂຫສົດ ເຫັນໄດ້ວາ: ສັດປ່າສ່ວນໃຫຍ່ທີ່ຜູ້ບໍລິໂພກໄດ້ມາແມ່ນຊື້ຈາກແມ່ຄ້າຄົນກາງ ທີ່ເຂົາເຈົ້າຮັບຊື້ຈາກນາຍພານ ຜູ້ທີ່ຊື້ກໍມີຫຼາຍກຸ່ມຄົນທີ່ມີລາຍຮັບປະມານ 100-350 ໂດລາຕໍ່ເດືອນ ແລະ 95% ທີ່ຊື້ໄປແມ່ນນຳໄປປຸງແຕ່ງເປັນອາຫານ ແລະ 46% ຂອງຜູ້ຊື່ເຊື່ອວ່າສັດປ່າສາມາດບຳລຸງສຸຂະພາບ ນັ້ນກໍເປັນຄວາມເຊື່ອຂອງບຸກຄົນ ໃນເມື່ອຄວາມເປັນຈິງຂອງການບໍລິໂພກສັດປ່າແມ່ນຈະສົ່ງຜົນກະທົບຕໍ່ສຸຂະພາບ ເນື່ອງຈາກສັດປ່າມີພະຍາດຫຼາຍຊະນິດທີ່ສາມາດຕິດຕໍ່ໃສ່ຄົນ ເຊິ່ງຈາກການວິໄຈຂອງ ສູນວິໄຈພະຍາດ LOMWRU & ພະແນກຈຸລິນຊີຂອງໂຮງໝໍມະໂຫສົດ ພົບເຫັນຫຼາຍພະຍາດໃນສັດຢ່າທີ່ເກັບຕົວຢ່າງມາກວດເຊັ່ນ: Corona viruses, Influenza viruses, Paramyxo viruses, Lyssa viruses. ນອກນັ້ນ, ຍັງໄດ້ພົບພະຍາດຕ່າງໆອີກຫຼາຍພະຍາດ.
ທ່ານຫົວໜ້າແຜນງານອະນຸລັກ ໃຫ້ຮູ້ຕື່ມອີກວ່າ: ການບໍລິໂພກສັດປ່າ ທີ່ຫຼາຍຄົນມີຄວາມເຊື່ອເປັນຢາກຳລັງ ແລະ ດີຕໍ່ສຸຂະພາບນັ້ນ ແມ່ນຍັງບໍ່ທັນມີການຢັ້ງຢຶນທາງວິທະຍາສາດ ແຕ່ສິ່ງແນ່ໆ ແມ່ນມີຄວາມສ່ຽງຕໍ່ການຕິດພະຍາດຈາກສັດຫຼາຍກວ່າ. ດັ່ງນັ້ນ, ຖ້າຫາກຄົນເຮົາສາມາດປັບປ່ຽນພຶດຕິກຳໃນການບໍລິໂພກສັດປ່າ ຈະເປັນການປະກອບສ່ວນສຳຄັນເຂົ້າໃນການຟື້ນຄວາມສົມດູນຂອງລະບົບນິເວດ.
ອີງຕາມຂໍ້ມູນຈາກບົດລາຍງານ ຂອງອົງການ WWF ສາກົນ ປີ 2024 ປະຊາກອນສັດປ່າໂດຍລວມໃນທົ່ວໂລກຫຼຸດລົງ ປະມານ 73% ນັບແຕ່ປີ 1970, ສ່ວນສັດນໍ້າຈືດ 85%, ສັດເທິງບົກ 69%, ສັດນໍ້າທະເລ 56%.
ຢຸດຊື້, ຢຸດກິນສັດປ່າ ເປັນອີກໜຶ່ງທາງທີ່ຊ່ອຍເຮັດໃຫ້ການລ່າ ແລະ ການຂາຍສັດປ່າລຸດລົງ, ແລະ ຍັງເປັນການລີກລ້ຽງຄວາມສ່ຽງຕໍ່ການຕິດເຊື້ພະຍາດຕ່າງໆ ເພາະການກິນສັດປ່າ ລວມທັງການມີໄວ້ໃນຄອບຄອງ ເປັນທີ່ມາຂອງເຊື້ອພະຍາດຫຼາຍຊະນິດ ແລະ ການບໍລິໂພກສັດປ່າ ທີ່ຫຼາຍຄົນມີຄວາມເຊື່ອເປັນຢາກຳລັງ ແລະ ດີຕໍ່ສຸຂະພາບນັ້ນ ແມ່ນຍັງບໍ່ທັນມີການຢັ້ງຢຶນທາງວິທະຍາສາດ ແຕ່ສິ່ງແນ່ໆແມ່ນມຄວາມສ່ຽງຕໍ່ການຕິດພະຍາດຈາກສັດຫຼາຍກວ່າ.