28 C
Vientiane
Saturday, June 14, 2025

8 ຂໍ້ຫ້າມ ໃນການອະນຸລັກສັດນ້ຳ-ສັດປ່າ ບຸກຄົນໃດລະເມີດຈະປັບໃໝ ແລະ ດໍາເນີນຄະດີຢ່າງເຂັ້ມງວດ

ອີງຕາມ ແຈ້ງການຂອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ເລກທີ 0045/ກປ, ລົງວັນທີ 21 ມິຖຸນາ 2021 ເລື່ອງການສ້າງຂະບວນການປົກປັກຮັກສາ ແລະ ພັດທະນາສັດນ້ໍາ ແລະ ສັດປ່າ ເນື່ອງໃນວັນປ່ອຍປາ ແລະ ອະນຸລັກສັດ ແລະ ນ້ຳສັດປ່າ 13 ກໍລະກົດ 2021 ວ່າ: ຫ້າມ ບຸກຄົນ, ຄອບຄົວ ແລະ ການຈັດຕັ້ງ ມີການກະທໍາ ດັ່ງນີ້:

1. ຈັບ, ຊື້-ຂາຍ, ສັດນໍ້າ ແລະ ລ່າສັດປ່າ ປະເພດຫວງຫ້າມ (ບັນຊີ I) ແລະ ປະເພດຄຸ້ມຄອງ (ບັນຊີ II) ໃນທຸກລະດູການຢ່າງເດັດຂາດ.

2. ນໍາເອົາສັດນໍ້າ, ສັດປ່າປະເພດຫວງຫ້າມ ທີ່ຍັງມີຊີວິດ, ຊາກ, ຊິ້ນສ່ວນ ແລະ ອະໄວຍະວະຕ່າງໆ ຂອງສັດ ອອກຈາກຖິ່ນທີ່ຢູ່ອາໄສ ຫຼື ແຫຼ່ງກໍາເນີດ ມາໄວ້ໃນຄອບຄອງໂດຍບໍ່ໄດ້ຮັບອະນຸຍາດ.

3.​ ລ່າສັດນໍ້າ, ສັດປ່າປະເພດທົ່ວໄປ (ບັນຊີ III) ໃນສະຖານທີ່ຫວງຫ້າມ, ເຂດອະນຸລັກພັນສັດ, ເຂດວັງສະຫງວນ ໂດຍສະເພາະຊ່ວງລະດູປາວາງໄຂ່ ຫຼື ເຂົ້າພັນສາ.

4. ບຸກລຸກທໍາລາຍເຂດອະນຸລັກພັນສັດ, ວັງສະຫງວນ, ຖິ່ນທີ່ຢູ່ອາໄສ ແລະ ແຫຼ່ງອາຫານຂອງສັດນໍ້າ ແລະ ສັດປ່າ ໂດຍທາງກົງ ແລະ ທາງອ້ອມ ເຊັ່ນ: ດ້ວຍການບຸກເບີກ, ຕັ້ງຖິ່ນຖານໃໝ່, ຖາກຖາງປ່າໄມ້, ຈູດປ່າ, ຕັດໄມ້, ນໍາໃຊ້ຢາປາບສັດຕູພືດ ແລະ ຢາຂ້າຫຍ້າເກີນກໍານົດ ແລະ ການກະທໍາອື່ນໆ ທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ.

5. ຈັບຈອງ, ຍ້າຍ, ປ່ຽນແປງ ຫຼື ທໍາລາຍ ເຄື່ອງໝາຍເຂດແດນ ວັງສະຫງວນ, ເຂດອະນຸລັກພັນສັດ ແລະ ຖິ່ນທີ່ຢູ່ອາໄສ.

6)ຫາປາໃນຊ່ວງລະດູວາງໄຂ່ ຫຼື ຊ່ວງເຂົ້າພັນສາ ຢູ່ຕາມເຂດທີ່ປາຂຶ້ນວາງໄຂ່ ເປັນຕົ້ນແມ່ນ ເຂດວັງສະຫງວນຕ່າງໆ.

7. ຕັນທາງເດີນຂອງປາຂຶ້ນວາງໄຂ່ຕາມຫ້ວຍ ແລະ ສາຍນໍ້າ ດ້ວຍວິທີການເຮັດຕ້ອນ, ເຮັດລີ່, ໃສ່ລອບ ຫຼື ໂຕ່ງ, ມອງຕາຖີ່, ນໍາໃຊ້ລະເບີດ, ທາດເບື່ອ, ສານເຄມີ, ໃຊ້ໄຟຟ້າຊ໊ອດ ແລະ ເຄື່ອງມືຫາປາທີ່ມີລັກສະນະດັບສູນ.

8. ມີພຶດຕິກໍາອື່ນ ທີ່ເປັນການລະເມີດລະບຽບກົດໝາຍ ກ່ຽວກັບສັດນໍ້າ ແລະ ສັດປ່າ ແລະ ກົດໝາຍວ່າດ້ວຍການປະມົງ. ກໍລະນີພົບເຫັນຜູ້ລະເມີດຂໍ້ຫ້າມດັ່ງກ່າວ ໃຫ້ສົມທົບກັບພາກສ່ວນກ່ຽວຂ້ອງ ດໍາເນີນມາດຕະການກ່າວເຕືອນ, ສຶກສາອົບຮົມ, ປັບໃໝ ແລະ ດໍາເນີນຄະດີ ຢ່າງເຂັ້ມງວດ ຕາມແຕ່ລະກໍລະນີ ເບົາ ຫຼື ໜັກ ທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍສັດນໍ້າ ແລະ ສັດປ່າ ເລກທີ 07/ສພຊ, ລົງວັນທີ 24 ທັນວາ 2007 ແລະ ກົດໝາຍວ່າດ້ວຍການປະມົງ ເລກທີ 03/ສພຊ, ລົງວັນທີ 09 ກໍລະກົດ 2009.

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles