ອີງຕາມການລາຍງານຂ່າວຂອງ ວຽງຈັນທາຍ ໃຫ້ຮູ້ວ່າ: ລາວ ກຳລັງກະກຽມ ສົ່ງອອກເຂົ້າ ໄປປະເທດ ບຣູໄນ ດາຣູຊາລາມ ຊິ່ງປະຈຸບັນ ຢູ່ໃນຂັ້ນຕອນສົ່ງອອກທົດລອງ ເຂົ້າ ລວມທັງ ກາເຟ ແລະ ໝາກໄມ້ ອົບແຫ້ງ ຈຳນວນລວມ 50 ໂຕນ.
ພາກລັດ ໄດ້ສົມທົບກັບ ພາກທຸລະກິດ ທີ່ມີທ່າແຮງ ຄື: ກຸ່ມ ບໍລິສັດ ໂຊກໄຊ (ໂຮງສີເຂົ້າ ສະຫວັນນະເຂດ) ເປັນ ບໍລິສັດຄູ່ຄ້າຝ່າຍລາວ ແລະ ກໍາລັງລໍຖ້າ ຝ່າຍ ບຣູໄນ ດາຣູຊາລາມ ຄັດເລືອກ ບໍລິສັດຄູ່ຄ້າຝ່າຍ ບຣູໄນ ດາຣູຊາລາມ, ອິງຕາມ ການລາຍງານ ຂອງ ທ່ານ ປອ. ລິນຄໍາ ດວງສະຫວັນ, ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ຕໍ່ກອງປະຊຸມ ສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX.
ປະເທດ ບັງກລາເທດ ກໍ່ມີຄວາມສົນໃຈ ສັ່ງຊື້ເຂົ້າ ຈາກ ປະເທດລາວ ຈຳນວນ 200.000 ໂຕນ ຕໍ່ ປີ. ປັດຈຸບັນ ການສົ່ງອອກ ກຳລັງຢູ່ໃນຂັ້ນຕອນກະກຽມສັນຍາຮ່ວມມື, ຄາດວ່າ ຈະເຊັນສັນຍາຮ່ວມມືກັນ ພາຍໃນ ເດືອນ ມີຖຸນາ ຫຼື ກໍລະກົດ.
ທ່ານ ລິນທອງ ເວົ້າວ່າ: ແຜນຕໍ່ໜ້າ ຈະໄດ້ສົມທົບກັບພາກສ່ວນ ທຸລະກິດ ທີ່ມີທ່າແຮງ ດຳເນີນການ ເຊັ່ນດຽວກັບກໍລະນີ ຂອງ ປະເທດ ບຣູໄນ ດາຣູຊາລາມ.
ການສົ່ງອອກ ສິນຄ້າກະສິກຳ ຈາກ ສປປ ລາວ ໄປຕະຫຼາດຕ່າງປະເທດ ສະທ້ອນໃຫ້ເຫັນຄວາມພະຍາຍາມ ແລະ ໝາກຜົນ ຂອງລັດຖະບານ ໃນການສົ່ງເສີມການຜະລິດ ເປັນສິນຄ້າ ແລະ ເຈລະຈາເປີດຕະຫຼາດ ກັບປະເທດຄູ່ຄ້າ.
ລາຍງານຂອງ ທ່ານ ລັດຖະມົນຕີ ຍັງໃຫ້ຮູ້ອີກວ່າ: ສຳລັບ ສິນຄ້າກະສິກຳ ໄດ້ສຳເລັດການເຈລະຈາ ເປີດຕະຫຼາດ ໂດຍສະເພາະ ສປ ຈີນ, ຫວຽດນາມ ແລະ ໄທ ປັດຈຸບັນ ມີທັງໝົດ 74 ລາຍການເຈລະຈາ (ສັດມີ 4 ລາຍການ).
ອິງຕາມບົດລາຍງານ ການສົ່ງອອກ ສິນຄ້າກະສິກຳາ ແລະ ປ່າໄມ້ ໃນໄລຍະ 5 ເດືອນ ຕົ້ນປີຜ່ານມາ ປະຕິບັດໄດ້ 977 ລ້ານກວ່າ ໂດລາສະຫະລັດ ເທົ່າກັບ 65% ຂອງແຜນການສະພາແຫງຊາດ ຮັບຮອງ ແລະ ຄາດວ່າໝົດປີ ຈະບັນລຸໄດ້ລື່ນແຜນການ.