ພະແນກ ແຮງງານ ແລະ ສະຫັວດດີການສັງຄົມ ແຂວງ ໃນນາມຮອງປະທານຄະນະກຳມະການຄຸ້ມ ຄອງໄພພິບັດຂັ້ນ ແຂວງ ( ຜູ້ປະຈຳການ ) ຂໍຖືເປັນກຽດ ແຈ້ງມາຍັງ ປະທານ ຄະນະກຳມະການຄຸ້ມຄອງ ໄພພິບັດ ຂັ້ນ ເມືອງ 5 ເມືອງ ຊາບວ່າ ໃນວັນທີ 12 ມິຖຸນາ 2025 ນີ້ ທາງບໍລິສັດ ຫຸ້ນສ່ວນໄຟຟ້ານໍ້າຕົກ ພາກ ກາງ ( ເຄື່ອນໄຟຟ້າ ອາເລື່ອຍ ) ຈະໄດ້ມີການປ່ອຍນໍ້າ ໃນວັນທີ 12 ມີຖຸນາ 2025 ນີ້ ເຊິ່ງຄາດຄະເນປ່ອຍນໍ້າ ເຖິງ Boom3/ວິນາທີ ເຊິ່ງອາດເຮັດໃຫ້ປະລິມານນໍ້າມີການເພີ້ມຂື້ນຢ່າງກະທັນຫັນ ໃນບາງບ່ອນ, ບາງພື້ນທີຕໍ່າ ເຊິ່ງອາດເຮັດໃຫ້ ມີນໍ້າຖ້ວມອັ່ງ,ນໍ້າຖ້ວມສູ,ດິນເຈື່ອນ ແລະ ຕາຝັ່ງເຈື່ອນ
ສະນັ້ນພະແນກ ຮສສ ແຂວງ ໃນນາມຮອງປະທານ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນ ແຂວງ ( ຜູ້ປະຈຳການ ) ຈຶ່ງແຈ້ງການມາຍັງ ປະທານ ຄພມ 5 ເມືອງຊາບ ແລະ ແຈ້ງເຕືອນພໍ່ແມ່ປະຊາຊົນ ທີ່ອາໃສ່ຢູ່ ແຄມແມ່ນໍ້າລຳເຊ ຕ່າງໆໃຫ້ຮັບຊາບຂໍ້ມູນຂ່າວສານ ແລະ ມີສະຕິລະວັງຕົວພ້ອມປ້ອງກັນ, ຮັບມືກັບເຫດການ ໄພພິບັດທີ່ອາດເກີດຂຶ້ນໃຫ້ທັນເວລາ.