ພາຍຸບົວລອຍພັດເຂົ້າຫວຽດນາມເຮັດໃຫ້ມີຜູ້ເສຍຊີວິດແລ້ວ 6 ຄົນ

ອີງຕາມຂ່າວຈາກຫວຽດນາມ: ເຊົ້າມືດຂອງວັນທີ 29 ກັນຍາ, ພາຍຸໄຕ້ຝຸ່ນ “ບົວລອຍ” (ຫົວທີ 20 ປະຈຳປີ​ 2025) ໄດ້ພັດຂຶ້ນຝັ່ງປະເທດຫວຽດນາມແລ້ວ ໂດຍມີຄວາມຮຸນແຮງສູງ, ສົ່ງຜົນໃຫ້ເກີດຄວາມເສຍຫາຍຢ່າງໜັກໜ່ວງຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນ.

ຕາມລາຍງານຫຼ້າສຸດ, ພາຍຸ “ບົວລອຍ” ໄດ້ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 6 ຄົນ ແລະ ມີຜູ້ໄດ້ຮັບບາດເຈັບຫຼາຍລາຍ​ ໃນຂະນະທີ່ກຳລັງປະຕິບັດໜ້າທີ່ຮັບມືກັບພາຍຸ.

ພາຍຸ “ບົວລອຍ” ໄດ້ພັດຂຶ້ນຝັ່ງໃນເວລາປະມານ 01:00 ໂມງ ຂອງວັນທີ 29 ກັນຍາ, ໂດຍມີລົມພັດແຮງເຖິງ 130-149 ກິໂລແມັດຕໍ່ຊົ່ວໂມງ ແລະ ຄື້ນໃນທະເລສູງເຖິງ 5-6 ແມັດ. ຈຸດທີ່ພາຍຸພັດຂຶ້ນຝັ່ງໂດຍກົງແມ່ນບໍລິເວນແຂວງ ເຫງະອານ (Nghệ An) ແລະ ຮ່າຕິ໋ງ (Hà Tĩnh), ເຊິ່ງເປັນເຂດພາກກາງຕອນເໜືອຂອງຫວຽດນາມ. ອິດທິພົນຂອງພາຍຸໄດ້ເຮັດໃຫ້ເກີດມີຝົນຕົກໜັກເຖິງໜັກຫຼາຍໃນບໍລິເວນພາກກາງ ແລະ ພາກເໜືອຂອງປະເທດ.

ນອກຈາກລົມແຮງ ແລະ ຝົນຕົກໜັກແລ້ວ, ອິດທິພົນຂອງພາຍຸຍັງໄດ້ເຮັດໃຫ້ເກີດມີ ພາຍຸທໍນາໂດ ພັດຜ່ານຫຼາຍຕາແສງໃນແຂວງ ນິງບິ່ງ (Ninh Bình) ໃນຊ່ວງເວລາປະມານ 03:00-05:00 ໂມງ, ສ້າງຄວາມເສຍຫາຍຢ່າງຮຸນແຮງຕໍ່ບ້ານເຮືອນ ແລະ ຊັບສິນຂອງປະຊາຊົນໃນເຂດດັ່ງກ່າວ.

ລາຍງານໃນປັດຈຸບັນລະບຸວ່າ ຕຳແໜ່ງຂອງພາຍຸ “ບົວລອຍ” ໄດ້ເຄື່ອນຕົວເຂົ້າສູ່ເຂດປະເທດລາວແລ້ວ ຫຼັງຈາກອ່ອນກຳລັງລົງ, ເຊິ່ງຍັງຄົງເຮັດໃຫ້ມີຝົນຕົກໜັກໃນພາກກາງ ແລະ ພາກເໜືອຂອງຫວຽດນາມ ແລະ ຈະສົ່ງຜົນກະທົບຕໍ່ສະພາບອາກາດໃນ ສປປ ລາວ ຕໍ່ໄປ.

ທາງການຫວຽດນາມໄດ້ສັ່ງໃຫ້ມີການອົບພະຍົບປະຊາຊົນ ແລະ ກຽມພ້ອມຮັບມືກັບສະພາບນໍ້າຖ້ວມຊຸ ແລະ ດິນເຈື່ອນທີ່ອາດຈະເກີດຂຶ້ນຕາມມາ.

📰ທີ່ມາ: Vietnam News.vn, VN Express.

Related Articles

[td_block_social_counter facebook="#" youtube="#" tiktok="#"]
- Advertisement -spot_img

Latest Articles