ປີ 2025 ພິຈາລະນາ ອະໄພຍະໂທດ ຫຼຸດຜ່ອນໂທດ ແລະ ປ່ອຍນັກໂທດ 2867 ຄົນ

ຄະນະກໍາມະການອະໄພຍະໂທດ ລະດັບຊາດ ຈັດກອງຄົ້ນຄວ້າພິຈາລະນາ ການສະເໜີຂໍໃຫ້ອະໄພຍະໂທດຫລຸດຜ່ອນໂທດ ແລະ ການໃຫ້ອະໄພຍະໂທດປ່ອຍຕົວ ແກ່ນັກໂທດ ປະຈຳປີ 2025 ໃນວັນທີ 10 ກັນຍາ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ພົອ ວິໄລ ຫລ້າຄໍາຟອງ ກຳ ມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະ ຫງົບ, ປະທານຄະນະກຳມະການອະໄພຍະໂທດລະດັບຊາດ, ມີທ່ານ ໄຊຊະນະ ໂຄດພູທອນ ກຳມະ ການສູນກາງພັກ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ຮອງປະທານຄະນະກໍາມະການອະໄພຍະໂທດ ລະດັບຊາດ(ຜູ້ປະຈໍາການ), ພ້ອມຄະນະກໍາມະການອະໄພຍະໂທດ ລະດັບຊາດ ແລະ ກອງເລຂາຄະນະກໍາມະການອະໄພຍະໂທດ ລະດັບຊາດ ເຂົ້າຮ່ວມ.

ທ່ານ ໄຊຊະນະ ໂຄດພູທອນ ໄດ້ລາຍງານຜົນການກວດກາ ແລະ ຄົ້ນຄວ້າພິຈາລະນາການສະ ເໜີຂໍໃຫ້ອະໄພຍະໂທດຫລຸດຜ່ອນໂທດ ແລະ ອະໄພຍະໂທດປ່ອຍຕົວ ແກ່ນັກໂທດ ປະຈຳປີ 2025 ເຊິ່ງມີນັກໂທດທີ່ສະເໜີຂໍໃຫ້ອະໄພຍະໂທດ 2.867 ຄົນ, ຍິງ 364 ຄົນ, ຕ່າງປະເທດ 59 ຄົນ, ຍິງ 7 ຄົນ. ໃນນີ້, ມີນັກໂທດສະເໜີຂໍອະໄພຍະໂທດຫລຸດຜ່ອນໂທດ 2.640 ຄົນ, ຍິງ 334 ຄົນ, ຕ່າງ ປະເທດ 58 ຄົນ, ຍິງ 7 ຄົນ; ນັກໂທດຂໍອະໄພຍະໂທດປ່ອຍຕົວ 227 ຄົນ, ຍິງ 30 ຄົນ, ຕ່າງ ປະເທດ 1 ຄົນ. ພ້ອມນັ້ນ, ຄະນະກໍາມະການອະໄພຍະໂທດແຕ່ລະຂັ້ນ ຍັງໄດ້ຊຸກຍູ້ພະແນກຍຸຕິທຳ ແລະ ອົງການປະຕິບັດຄໍາຕັດສີນຂອງສານໃນຂອບເຂດທົ່ວປະເທດ ເກັບຄ່າປັບໃໝ ແລະ ຄ່າເສຍຫາຍທາງແພ່ງ ທີ່ນັກໂທດໄດ້ຊຳລະ ໃນບັ້ນການຄົ້ນຄວ້າ.

ທີ່ມາ: ຂປລ

Related Articles

[td_block_social_counter facebook="#" youtube="#" tiktok="#"]
- Advertisement -spot_img

Latest Articles