ທ່ານນາງ Veronika Skvortsova, ຜູ້ອໍານວຍການອົງການການແພດ ແລະ ຊີວະວິທະຍາຂອງລັດຖະບານກາງລັດເຊຍ (FMBA), ອະດີດລັດຖະມົນຕີກະຊວງສາທາລະນະສຸກຂອງລັດເຊຍ, ປະກາດເມື່ອໄວໆມານີ້ວ່າວັກຊີນປ້ອງກັນມະເຮັງຊະນິດໃຫມ່ຂອງລັດເຊຍແມ່ນລໍຖ້າການອະນຸຍາດນໍາໃຊ້ທາງດ້ານຄລີນິກຈາກກະຊວງສາທາລະນະສຸກຂອງປະເທດ.
ຫຼັງຈາກການທົດລອງກ່ອນທາງຄລີນິກຂອງວັກຊີນປ້ອງກັນມະເຮັງຊະນິດໃໝ່ນີ້ ໄດ້ພິສູດໃຫ້ເຫັນຜົນສຳເລັດ, ທັງດ້ານຄວາມປອດໄພ ແລະ ປະສິດທິພາບສູງ.
ວັກຊີນດັ່ງກ່າວໄດ້ຖືກສຶກສາກ່ອນໃນການທົດລອງທາງຄລີນິກຕາມມາດຕະຖານສາກົນ ເປັນໄລຍະເວລາ 3 ປີຕິດຕໍ່ກັນ ຜົນໄດ້ຮັບສະແດງໃຫ້ເຫັນວ່າຢາວັກຊີນແມ່ນມີປອດໄພຢ່າງແນ່ນອນ ເຖິງແມ່ນວ່າຈະສີດຢາຊ້ຳຫຼາຍຄັ້ງ ແລະ ມີປະສິດທິພາບສູງໃນການຍັບຍັ້ງການເຕີບໃຫຍ່ຂອງເນື້ອງອກ.
ຜົນທີ່ໄດ້ຮັບແມ່ນຫນ້າອັດສະຈັນໃຈ ໂດຍຂະຫນາດ ແລະ ອັດຕາການຂະຫຍາຍຕົວຫຼຸດລົງ 60-80% ແລະ ເປັນທີ່ໂດດເດັ່ນຄືວັກຊີນຍັງມີສັກກະຍະພາບໃນການປັບປຸງອັດຕາການລອດຊີວິດຂອງຜູ້ປ່ວຍໄດ້ຢ່າງຫຼວງຫຼາຍ.
ໃນໄລຍະທ້າຍລະດູຮ້ອນປີ 2025 FMBA ໄດ້ຍື່ນຄໍາຮ້ອງຂໍການອະນຸມັດວັກຊີນສຳລັບມະນຸດຕໍ່ກະຊວງສາທາລະນະສຸກລັດເຊຍ ນີ້ຫມາຍຄວາມວ່າຖ້າໄດ້ຮັບການອະນຸມັດ, ວັກຊີນຈະສາມາດເລີ່ມຕົ້ນການທົດສອບຢູ່ໃນໂຮງຫມໍ ແລະ ສູນມະເຮັງໄດ້ພາຍໃນໄລຍະເວລາສັ້ນໆ ອີງຕາມອົງການຂ່າວ TASS.
ເປົ້າໝາຍເບື້ອງຕົ້ນແມ່ນມະເຮັງລຳໄສ້
ໃນໄລຍະເບື້ອງຕົ້ນ ວັກຊີນແມ່ນແນ່ໃສ່ມະເຮັງລໍາໃສ້ໃຫຍ່ ແລະ ທະວານໜັກ ເຊິ່ງເປັນມະເຮັງທີ່ພົບຫຼາຍທີ່ສຸດໃນທົ່ວໂລກ ໃນຂະນະດຽວກັນ ນັກວິທະຍາສາດຍັງກໍາລັງພັດທະນາວັກຊີນຕ້ານ glioblastoma ເຊິ່ງເປັນເນື້ອງອກຮ້າຍຊະນິດໜຶ່ງ ແລະ ເປັນມະເຮັງ melanoma ຊະນິດພິເສດ.
ທ່ານນາງ Skvortsova ກ່າວວ່າ ລັກສະນະພິເສດຂອງວັກຊີນນີ້ແມ່ນຄວາມສາມາດຂອງມັນໃນການສົ່ງຜົນຕໍ່ລະບົບພູມຄຸ້ມກັນໂດຍກົງ, ເຮັດໃຫ້ຮ່າງກາຍສາມາດຮັບຮູ້ ແລະ ຕ້ານກັບເຊລມະເຮັງໄດ້ ນີ້ເປັນຕົວແທນວິທີການໃຫມ່ເມື່ອທຽບກັບການປິ່ນປົວແບບດັ້ງເດີມເຊັ່ນການປິ່ນປົວດ້ວຍທາງເຄມີ ຫຼື ການປິ່ນປົວດ້ວຍລັງສີ.
ວັກຊີນພ້ອມໃຊ້ງານແລ້ວ, ພວກເຮົາກຳລັງລໍຖ້າການອະນຸມັດໃບອະນຸຍາດຢູ່ “Skvortsova ກ່າວ ຖ້ານຳໄປໃຊ້ໃນທາງຄລີນິກ ວັກຊີນນີ້ອາດຈະກາຍເປັນໜຶ່ງໃນຄວາມກ້າວຫນ້າທີ່ສຳຄັນທີ່ສຸດໃນວົງການແພດລັດເຊຍໃນການປິ່ນປົວມະເຮັງ.
ທີ່ມາຈາກ: Thanhnien