ຄວາມເຂັ້ມແຂງ ທາງເສດຖະກິດ ແລະ ອິດທິພົນທາງດ້ານພູມສາດການເມືອງ ຖືເປັນປັດໄຈຫຼັກ ທີ່ກຳນົດບົດບາດຂອງມະຫາອຳນາດໃນພາກພື້ນອາຊີ ຫຼ້າສຸດ ຈາກການຈັດອັນດັບປະເທດທີ່ຊົງອິດທິພົນທີ່ສຸດໃນອາຊີຂອງ ABC Asia ໄດ້ເປີດເຜີຍລາຍຊື່ 8 ປະເທດຊັ້ນນຳ ທີ່ມີບົດບາດໂດດເດັ່ນໃນພາກພື້ນ ໂດຍມີ 3 ປະເທດຈາກອາຊຽນ ຕິດອັນດັບນຳ.
8 ອັນດັບປະເທດທີ່ຊົງອິດທິພົນທີ່ສຸດໃນອາຊີປະຈຳປີ 2026:
ອັນດັບ 1: ຈີນ — 73.6 ຄະແນນ
ອັນດັບ 2: ອິນເດຍ— 40.5 ຄະແນນ
ອັນດັບ 3: ຍີ່ປຸ່ນ— 38.6 ຄະແນນ
ອັນດັບ 4: ອົດສະຕຣາລີ— 31.7 ຄະແນນ
ອັນດັບ 5: ສ. ເກົາຫຼີ — 31.0 ຄະແນນ
ອັນດັບ 6: ສິງກະໂປ— 26.9 ຄະແນນ (ອັນດັບ 1 ຂອງອາຊຽນ)
ອັນດັບ 7: ອິນໂດເນເຊຍ — 21.7 ຄະແນນ (ອັນດັບ 2 ຂອງອາຊຽນ)
ອັນດັບ 8: ມາເລເຊຍ — 20.5 ຄະແນນ (ອັນດັບ 3 ຂອງອາຊຽນ)
ຈຸດເດັ່ນທີ່ໜ້າຈັບຕາເບິ່ງຈາກການຈັດອັນດັບ:
1. ດ້ວຍຂະໜາດເສດຖະກິດທີ່ໃຫຍ່ອັນດັບຕົ້ນໆຂອງໂລກ ແລະ ອິດທິພົນທາງການທູດ-ການຄ້າທີ່ຄອບຄຸມທົ່ວພາກພື້ນ ເຮັດໃຫ້ຈີນຄວ້າອັນດັບ 1 ໄປຄອງດ້ວຍຄະແນນສູງເຖິງ 73.6 ຄະແນນ ຫ່າງຈາກອັນດັບ 2 ຢ່າງ ອິນເດຍ (40.5 ຄະແນນ) ເຖິງ 33.1 ຄະແນນ.
2. ໃນກຸ່ມປະເທດອາຊີຕາເວັນອອກສ່ຽງໃຕ້ ສິງກະໂປ (26.9 ຄະແນນ), ອິນໂດເນເຊຍ (21.7 ຄະແນນ) ແລະ ມາເລເຊຍ (20.5 ຄະແນນ) ຄອງອັນດັບທີ 6, 7 ແລະ 8 ຕາມລຳດັບ ຊຶ່ງສະທ້ອນເຖິງບົດບາດສຳຄັນຂອງພາກພື້ນອາຊຽນໃນເວທີເສດຖະກິດ ແລະ ການເມືອງລະຫວ່າງປະເທດ.
ການຈັດອັນດັບຄັ້ງນີ້ສະແດງໃຫ້ເຫັນວ່າ ຄວາມໝັ້ນຄົງທາງເສດຖະກິດ, ການຄ້າ, ການລົງທຶນ ແລະ ຍຸດທະສາດຄວາມສຳພັນລະຫວ່າງປະເທດ ລ້ວນເປັນກົນໄກສຳຄັນທີ່ຂັບເຄື່ອນອິດທິພົນຂອງແຕ່ລະຊາດໃນພາກພື້ນອາຊີ.
ແຫຼ່ງອ້າງອີງ: ABC Asia


