ອັດຕາເງິນເຟີ້ຂອງ ສປປ ລາວ ໃນເດືອນພະຈິກ 2026 ຢູ່ໃນລະດັບ 7.7% ເທົ່າກັບເດືອນຕຸລາ 2026 ຂະນະທີ່ອັດຕາເງິນເຟີ້ສະເລ່ຍ 11 ເດືອນຂອງປີ 2026 ຢູ່ທີ່ 7.8% ຫຼຸດລົງເລັກນ້ອຍຈາກລະດັບ 7.9% ໃນໄລຍະດຽວກັນຂອງປີ 2025.
ຕາມຂໍ້ມູນສະຖິຕິລາຄາສິນຄ້າ ແລະ ອັດຕາເງິນເຟີ້ປະຈຳເດືອນພະຈິກ 2026 ພົບວ່າ ໝວດສິນຄ້າທີ່ມີລາຄາເພີ່ມຂຶ້ນສູງສຸດ ແມ່ນໝວດທີ່ພັກອາໄສ, ນ້ຳປະປາ, ໄຟຟ້າ ແລະ ເຊື້ອເພີງ ເພີ່ມຂຶ້ນ 28.4%; ໝວດການສຶກສາ ເພີ່ມຂຶ້ນ 16.3%; ໝວດຄົມມະນາຄົມ ແລະ ການຂົນສົ່ງ ເພີ່ມຂຶ້ນ 11.7%; ໝວດຮັກສາສຸຂະພາບ ແລະ ຢາ ເພີ່ມຂຶ້ນ 10%; ໝວດເຫຼົ້າ ແລະ ຢາສູບ ເພີ່ມຂຶ້ນ 9.5%; ໝວດຮ້ານອາຫານ ແລະ ໂຮງແຮມ ເພີ່ມຂຶ້ນ 8.3% ແລະ ໝວດເຄື່ອງນຸ່ງຫົ່ມ ແລະ ເກີບ ເພີ່ມຂຶ້ນ 5.8%.
ສຳລັບປັດໄຈທີ່ມີສ່ວນຜັກດັນໃຫ້ລາຄາສິນຄ້າເພີ່ມຂຶ້ນ ໃນເດືອນພະຈິກ 2026 ສ່ວນໜຶ່ງມາຈາກລາຄາໄຟຟ້າ, ນ້ຳມັນເຊື້ອໄຟ, ປະເພດອາຫານສົດ ແລະ ສິນຄ້າຕາມລະດູການ. ເມື່ອທຽບກັບໄລຍະດຽວກັນຂອງປີຜ່ານມາ ລາຄາໄຟຟ້າເພີ່ມຂຶ້ນ 28%; ນ້ຳມັນເຊື້ອໄຟເພີ່ມຂຶ້ນ 52.4%; ໄກ່ພັນປອກເພີ່ມຂຶ້ນ 7.3% ແລະ ປາກະຊັງເພີ່ມຂຶ້ນ 2.5%.
ຂະນະດຽວກັນ ສິນຄ້າຕາມລະດູການກໍມີລາຄາເພີ່ມຂຶ້ນເຊັ່ນກັນ ໂດຍໝາກມ່ວງເພີ່ມຂຶ້ນ 18.4%, ໝາກກ້ວຍເພີ່ມຂຶ້ນ 18.2%, ຜັກບົ່ວລິດເພີ່ມຂຶ້ນ 25.7%, ຜັກບົ້ງເພີ່ມຂຶ້ນ 15.8% ແລະ ຜັກກູດເພີ່ມຂຶ້ນ 10%.
ນອກຈາກນີ້ ຂໍ້ມູນໃນຕາຕະລາງຍັງສະແດງວ່າ ເມື່ອທຽບກັບເດືອນຕຸລາ 2026 ດັດຊະນີລາຄາສິນຄ້າໂດຍລວມໃນເດືອນພະຈິກຫຼຸດລົງ 0.6% ແຕ່ເມື່ອທຽບກັບເດືອນດຽວກັນຂອງປີກ່ອນ ລາຄາສິນຄ້າໂດຍລວມຍັງສູງຂຶ້ນ 7.7%.
ທັງນີ້ ຕົວເລກດັ່ງກ່າວສະທ້ອນໃຫ້ເຫັນວ່າ ເຖິງແມ່ນດັດຊະນີລາຄາສິນຄ້າບາງໝວດຈະປັບຫຼຸດລົງໃນເດືອນພະຈິກ ແຕ່ພາລະຄ່າຄອງຊີບຂອງປະຊາຊົນຍັງຄົງໄດ້ຮັບຜົນຈາກລາຄາສິນຄ້າ ແລະ ຄ່າບໍລິການທີ່ຢູ່ໃນລະດັບສູງ.
ທີ່ມາ: ສູນສະຖິຕິແຫ່ງຊາດລາວ

