ໂອກາດດີສຳລັບປະຊາຊົນເມືອງແກ້ວອຸດົມ ແຂວງວຽງຈັນ ທີ່ສົນໃຈຢາກໄປເຮັດວຽກຢ່າງຖືກຕ້ອງຕາມລະບຽບກົດໝາຍ ຢູ່ ສ.ເກົາຫຼີ ໂດຍມີການເປີດຮັບລົງທະບຽນຄັດເລືອກເອົາແຮງງານ ເພື່ອໄປເຮັດວຽກດ້ານກະສິກຳ ແລະ ການປູກຝັງຕາມລະດູການ ຈຳນວນທັງໝົດ 200 ຄົນ, ໃນນັ້ນແຮງງານຍິງ 130 ຄົນ.
ລາຍລະອຽດການຮັບສະໝັກ:
– ຕຳແໜ່ງວຽກ: ວຽກກະສິກຳທົ່ວໄປ ແລະ ການປູກຝັງຕາມລະດູການ
– ຈຳນວນຮັບ: 200 ຄົນ
– ແຮງງານຍິງ: 130 ຄົນ
ກຳນົດການສຳຄັນ:
– ໄລຍະເປີດລົງທະບຽນ: ວັນທີ 26 ພະຈິກ ຫາ 21 ທັນວາ 2026
– ສະຖານທີ່ລົງທະບຽນ: ຫ້ອງການແຮງງານເມືອງແກ້ວອຸດົມ
– ວັນສຳພາດຄັດເລືອກ: ວັນທີ 22 ທັນວາ 2026
– ສະຖານທີ່ສຳພາດ: ສະໂມສອນ ຫ້ອງການແຮງງານເມືອງແກ້ວອຸດົມ ແຂວງວຽງຈັນ
ພິເສດ: ໃນມື້ສຳພາດມີເຝີ ໃຫ້ແກ່ຜູ້ເຂົ້າຮ່ວມກິນຟຣີ.
ສອບຖາມຂໍ້ມູນເພີ່ມເຕີມໄດ້:
+856 20 57 779 532
+856 20 52 780 351
ຝາກແຊຣຂ່າວນີ້ເພື່ອແຈ້ງໃຫ້ຜູ້ທີ່ສົນໃຈ ແລະ ປະຊາຊົນທີ່ຕ້ອງການໂອກາດໄປເຮັດວຽກຢູ່ຕ່າງປະເທດໄດ້ຮັບຊາບຮູ້ແດ່.
ທີ່ມາ: ຂ່າວສານຮສສ


