ນ້ຳຕົກຕາດກວາງຊີ ຕິດອັນດັບ 1 ນ້ຳຕົກຕາດທີ່ດີທີ່ສຸດໃນອາຊີ ປະຈຳປີ 2026!

ອີກໜຶ່ງຄວາມພາກພູມໃຈທີ່ເຮັດໃຫ້ຊື່ສຽງຂອງການທ່ອງທ່ຽວລາວ ຫຼັງຈາກ ເວັບໄຊ Seasia Stats ໄດ້ເຜີຍແຜ່ຜົນການຈັດອັນດັບ 10 ນ້ຳຕົກຕາດທີ່ດີທີ່ສຸດໃນອາຊີ ປະຈຳປີ 2026 (Top 10 Best Waterfalls in Asia 2026) ໂດຍອ້າງອີງຂໍ້ມູນຈາກ Worldworthy 100 2026 ເຊິ່ງ ນ້ຳຕົກຕາດກວາງຊີ (Kuang Si Falls) ແຫ່ງນະຄອນຫຼວງພະບາງ ຂອງ ສປປ ລາວ ສາມາດຄອງ ອັນດັບທີ 1 ຮ່ວມ ດ້ວຍຄະແນນສູງເຖິງ 9.43 ຄະແນນ (ເທົ່າກັບນ້ຳຕົກຕາດ Tumpak Sewu ຂອງອິນໂດເນເຊຍ).

ນ້ຳຕົກຕາດກວາງຊີ ຄວ້າຄະແນນສະເລ່ຍ 9.43 ຄະແນນ ຂຶ້ນແທ່ນອັນດັບ 1 ຮ່ວມຂອງອາຊີໃນປີ 2026.

ດ້ວຍເອກະລັກຂອງສາຍນ້ຳໃສສີຟ້າອົມຂຽວມໍລະກົດ ທີ່ໄຫຼລົດຫຼັ່ນລົງມາຕາມຊັ້ນຫີນປູນ ທ່າມກາງປ່າໄມ້ອັນຂຽວງາມຂອງແຂວງຫຼວງພະບາງ ເຮັດໃຫ້ຕາດກວາງຊີເປັນຈຸດໝາຍປາຍທາງໃນຝັນຂອງນັກເດີນທາງຈາກທົ່ວທຸກມຸມໂລກ.

ການຕິດອັນດັບ 1 ໃນຄັ້ງນີ້ ບໍ່ພຽງແຕ່ຢືນຢັນເຖິງຄວາມສວຍງາມຂອງທຳມະຊາດລາວເທົ່ານັ້ນ ແຕ່ຍັງຊ່ວຍດຶງດູດຄວາມສົນໃຈ ແລະ ສ້າງພາບລັກທີ່ໂດດເດັ່ນໃຫ້ແກ່ການທ່ອງທ່ຽວ ສປປ ລາວ ໃນເວທີສາກົນອີກດ້ວຍ.

ຂໍ້ມູນຈາກ: Seasia Stats

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
35,500FollowersFollow
0SubscribersSubscribe
- Advertisement -spot_img

Latest Articles