ອີງຕາມຂໍ້ມູນຈາກທີມນັກວິໄຈ ຈາກສະຖາບັນວິທະຍາສາດ ແລະ ເຕັກໂນໂລຊີຂັ້ນສູງແຫ່ງ ສ. ເກົາຫຼີ (KAIST) ໄດ້ສ້າງປະກົດການໃໝ່ໃຫ້ແກ່ວົງການແພດ ດ້ວຍການຄິດຄົ້ນວິທີການປິ່ນປົວແບບໃໝ່ທີ່ເອີ້ນວ່າ “ການບຳບັດແບບຍ້ອນກັບ”. ທີມວິໄຈໄດ້ໃຊ້ລະບົບຄອມພິວເຕີຈຳລອງຂໍ້ມູນ ເພື່ອຄົ້ນຫາຈຸດອ່ອນຂອງຈຸລັງມະເຮັງລຳໄສ້ໃຫຍ່ ຈົນຄົ້ນພົບ “ປຸ່ມຄວບຄຸມຫຼັກ” 3 ໂຕ ທີ່ຊື່ວ່າ MYB, HDAC2 ແລະ FOXA2 ເຊິ່ງເປັນໂຕການສຳຄັນທີ່ເຮັດໃຫ້ຈຸລັງມະເຮັງແບ່ງຕົວຢ່າງຜິດປົກກະຕິ.
ເມື່ອທີມວິໄຈທົດລອງປິດສະວິດທັງ 3 ໂຕນີ້ພ້ອມກັນ ສິ່ງມະຫັດສະຈັນກໍເກີດຂຶ້ນຈຸລັງມະເຮັງທີ່ເຄີຍແບ່ງຕົວບໍ່ຢຸດ ໄດ້ຢຸດການຂະຫຍາຍຕົວ ແລະ ຄ່ອຍໆປັບສະພາບກັບຄືນມາເຮັດໜ້າທີ່ເປັນຈຸລັງເຍື່ອບຸລຳໄສ້ປົກກະຕິໄດ້ອີກຄັ້ງ ປຽບເໝືອນການກົດປຸ່ມຣີເຊັດລະບົບໃໝ່ໂດຍບໍ່ຕ້ອງຂ້າຈຸລັງຖິ້ມ.
ຜົນງານການວິໄຈນີ້ໄດ້ຮັບການຕີພິມລົງໃນວາລະສານວິຊາການລະດັບໂລກ ໂດຍຜົນການທົດລອງໃນຫ້ອງແລັບ ແລະ ໃນໜູທົດລອງ ຢືນຢັນຢ່າງຊັດເຈນວ່າ ກ້ອນເນື້ອງອກມີຂະໜາດນ້ອຍລົງຢ່າງເຫັນໄດ້ຊັດ.
ເຖິງຢ່າງໃດກໍຕາມ ນະວັດຕະກຳນີ້ຍັງຢູ່ໃນຂັ້ນຕອນການທົດລອງກັບຈຸລັງມະເຮັງລຳໄສ້ໃຫຍ່ໃນຫ້ອງທົດລອງ ແລະ ສັດທົດລອງເທົ່ານັ້ນ ຍັງຕ້ອງຜ່ານຂະບວນການທົດສອບຄວາມປອດໄພໃນມະນຸດອີກຫຼາຍຂັ້ນຕອນ ກ່ອນຈະສາມາດນຳມາໃຊ້ປິ່ນປົວຄົນເຈັບໃນໂຮງໝໍໄດ້ຢ່າງເປັນທາງການ.
ນີ້ຖືເປັນກ້າວກະໂດດຄັ້ງສຳຄັນຂອງວົງການແພດໂລກ ທີ່ປ່ຽນແນວຄິດຈາກການ “ທຳລາຍລ້າງ” ມາເປັນການ “ຟື້ນຟູໃຫ້ກັບຄືນສູ່ສະພາບປົກກະຕິ” ເຊິ່ງອາດເປັນຄວາມຫວັງອັນຍິ່ງໃຫຍ່ທີ່ຊ່ວຍໃຫ້ຜູ້ປ່ວຍມະເຮັງໃນອະນາຄົດ ບໍ່ຕ້ອງທົນທຸກທໍລະມານກັບການປິ່ນປົວແບບເກົ່າອີກຕໍ່ໄປ.
ແຫຼ່ງອ້າງອີງຂໍ້ມູນ: Korea Advanced Institute of Science and Technology – KAIST


