ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແຫ່ງ ສປປ ລາວ ຮ່ວມກັບ ກະຊວງແຮງງານ ແຫ່ງລາຊະອານາຈັກໄທ ຈັດກອງປະຊຸມລະດັບວິຊາການ ລາວ-ໄທ ໃນວັນທີ 25 ພະຈິກ 2026 ທີ່ນະຄອນຫຼວງວຽງຈັນ ເພື່ອທົບທວນຜົນການຮ່ວມມືດ້ານແຮງງານ ພ້ອມປຶກສາຫາລືແກ້ໄຂບັນຫາ ແລະ ຂໍ້ຫຍຸ້ງຍາກທີ່ເກີດຂຶ້ນໃນການຈັດຕັ້ງປະຕິບັດຜ່ານມາ.
ກອງປະຊຸມມີ ທ່ານ ນາງ ອານຸສອນ ຄຳສິງສະຫວັດ ຫົວໜ້າກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແຫ່ງ ສປປ ລາວ ແລະ ທ່ານ ສາມາດ ພັດຕະມະສຸຄົນ ຫົວໜ້າກົມການຈັດຫາງານ ກະຊວງແຮງງານ ແຫ່ງລາຊະອານາຈັກໄທ ພ້ອມດ້ວຍຜູ້ແທນຈາກພາກສ່ວນກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມ.
ໃນໂອກາດນີ້ ທ່ານ ນາງ ອານຸສອນ ຄຳສິງສະຫວັດ ໃຫ້ຮູ້ວ່າ ກອງປະຊຸມຄັ້ງນີ້ມີຄວາມສຳຄັນຕໍ່ການຜັນຂະຫຍາຍຜົນການປະຊຸມຄະນະກຳມາທິການຮ່ວມວ່າດ້ວຍການຮ່ວມມື ລາວ-ໄທ ຄັ້ງທີ 23 ເຊິ່ງຈັດຂຶ້ນໃນວັນທີ 1-2 ຕຸລາ 2026 ທີ່ແຂວງຫຼວງພະບາງ. ພ້ອມທັງເປັນການທົບທວນການປະຕິບັດບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມມືດ້ານແຮງງານ ປີ 2016 ແລະ ຂໍ້ຕົກລົງວ່າດ້ວຍການຈ້າງງານ ປີ 2017 ໂດຍມີເປົ້າໝາຍສຳຄັນໃນການປົກປ້ອງສິດ ແລະ ຜົນປະໂຫຍດຂອງທັງຜູ້ອອກແຮງງານ ແລະ ນາຍຈ້າງ.
ທ່ານກ່າວວ່າ ຜ່ານມາການຮ່ວມມືດ້ານແຮງງານລະຫວ່າງສອງປະເທດມີຄວາມຄືບໜ້າດີ ໂດຍຈຳນວນແຮງງານລາວທີ່ເດີນທາງໄປເຮັດວຽກຢູ່ໄທຜ່ານລະບົບ MOU ມີແນວໂນ້ມເພີ່ມຂຶ້ນ. ສ່ວນໜຶ່ງເປັນຜົນມາຈາກການສະໜັບສະໜູນຂອງລັດຖະບານໄທ ແລະ ກະຊວງແຮງງານໄທ ທີ່ໄດ້ປັບປຸງກົນໄກ, ຂັ້ນຕອນ ແລະ ຂະບວນການຮັບແຮງງານໃຫ້ມີຄວາມກະທັດຮັດ, ສະດວກ ແລະ ວ່ອງໄວຂຶ້ນ. ການຮ່ວມມືດັ່ງກ່າວຈຶ່ງມີສ່ວນສຳຄັນໃນການສົ່ງເສີມເສດຖະກິດ-ສັງຄົມຂອງທັງສອງປະເທດ.
ສຳລັບປະເດັນສຳຄັນທີ່ທັງສອງຝ່າຍໄດ້ຫາລືໃນຄັ້ງນີ້ ປະກອບມີ: ການສ້າງ ແລະ ປັບປຸງກົດໝາຍ ແລະ ລະບຽບການດ້ານແຮງງານຂອງລາວ, ການປັບປຸງຮ່າງຂໍ້ຕົກລົງວ່າດ້ວຍການຈ້າງງານ ລາວ-ໄທ, ນະໂຍບາຍສຳລັບແຮງງານທີ່ຄົບກຳນົດໄລຍະເຮັດວຽກ 4 ປີ ເພື່ອກັບເຂົ້າເຮັດວຽກໃໝ່ໂດຍບໍ່ຕ້ອງລໍຖ້າ 30 ວັນ, ການຈັດງານນັດພົບແຮງງານສຳລັບແຮງງານລາວ ແລະ ການອຳນວຍຄວາມສະດວກໃຫ້ແຮງງານຢູ່ສູນແຮກຮັບ ແຂວງໜອງຄາຍ.
ນອກຈາກນັ້ນ ຍັງໄດ້ຫາລືກ່ຽວກັບການຂຶ້ນທະບຽນແຮງງານລາວທີ່ເຮັດວຽກຢູ່ໄທຢ່າງບໍ່ຖືກຕ້ອງຕາມກົດໝາຍ ເພື່ອໃຫ້ສາມາດເຂົ້າສູ່ລະບົບຢ່າງຖືກຕ້ອງ ລວມທັງການຊຸກຍູ້ໃຫ້ແຮງງານລາວສົ່ງເງິນກັບຄືນປະເທດຜ່ານລະບົບທະນາຄານ ເພື່ອເພີ່ມຄວາມປອດໄພ ແລະ ຄວາມສະດວກໃນການໂອນເງິນ.
ການປະຊຸມຄັ້ງນີ້ຖືເປັນກົນໄກສຳຄັນໃນການເສີມສ້າງຄວາມຮ່ວມມືດ້ານແຮງງານລາວ-ໄທ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ ພ້ອມມຸ່ງໝັ້ນປົກປ້ອງສິດຜົນປະໂຫຍດ ແລະ ຍົກລະດັບການຈ້າງງານໃຫ້ມີປະສິດທິຜົນຫຼາຍຂຶ້ນ.
ທີ່ມາ: ຂ່າວສານ ຮສສ


