ພິທີເປີດນໍາໃຊ້ລະບົບພາສີທັນສະໄໝລວມສູນ (Smart Customs) ຢ່າງເປັນທາງການ ຢູ່ດ່ານພາສີສາກົນຂົວມິດຕະພາບ 3 ແລະ ດ່ານພາສີສາກົນນາເພົ້າ ແຂວງຄໍາມ່ວນ ຈັດຂຶ້ນໃນວັນທີ 4 ພະຈິກ 2026 ເພື່ອຍົກລະດັບການຄຸ້ມຄອງພາສີໃຫ້ວ່ອງໄວ ໂປ່ງໃສ ແລະ ຫລຸດຂັ້ນຕອນການແຈ້ງພາສີ ໂດຍມີ ທ່ານ ວິໄລທອງ ສຸດທະວິໄລ ຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ, ກະຊວງການເງິນ, ທ່ານ ວົງ ແສງອາລຸນ ຮອງຫົວໜ້າພະແນກການເງິນແຂວງຄໍາມ່ວນ ພ້ອມດ້ວຍບັນດາຜູ້ຕາງໜ້າຈາກຫ້ອງການ, ກົມກອງ, ຜູ້ພັດທະນາລະບົບ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
ລະບົບ Smart Customs ປະກອບມີ 19 ໂມດູນ ໂດຍມີ Data Hub ເປັນສູນກາງເຊື່ອມໂຍງ ແລະ ແລກປ່ຽນຂໍ້ມູນລະຫວ່າງລະບົບພາສີ, ລະບົບຊຳລະສະສາງ ແລະ ໜ່ວຍງານທີ່ກ່ຽວຂ້ອງ ໃຫ້ສາມາດຈັດການຂໍ້ມູນແບບລວມສູນ ແລະ ດຳເນີນຂັ້ນຕອນພາສີໄດ້ມີປະສິດທິພາບສູງຂຶ້ນ. ການນຳໃຊ້ລະບົບນີ້ ຄາດວ່າຈະຊ່ວຍຫລຸດຄວາມຊັບຊ້ອນຂອງຂັ້ນຕອນພາສີ, ອຳນວຍຄວາມສະດວກໃຫ້ຜູ້ປະກອບການໃນການນຳເຂົ້າ-ສົ່ງອອກ ແລະ ຜ່ານແດນສິນຄ້າ ພ້ອມຍົກລະດັບການກວດສອບ ແລະ ຄຸ້ມຄອງລາຍຮັບຂອງລັດ.
ການເປີດໃຊ້ Smart Customs ສອດຄ່ອງກັບຍຸດທະສາດ ການພັດທະນາເສດຖະກິດດີຈິຕອນແຫ່ງຊາດ 2021-2030 ແລະ ແຜນຫັນການເກັບລາຍຮັບເປັນທັນສະໄໝ ໄລຍະ 2026-2030 ຕາມມະຕິລັດຖະບານ ເລກທີ 04/ລບ ລົງວັນທີ 23 ມີນາ 2026.
ໂອກາດດັ່ງກ່າວ, ຄະນະຍັງໄດ້ລົງກວດກາຕິດຕາມການຕິດຕັ້ງ ແລະ ການນຳໃຊ້ລະບົບການເກັບຄ່າທຳນຽມ, ຄ່າບໍລິການ ແລະ ກອງທຶນຕ່າງໆ ແບບລວມສູນ (FinPass) ພາຍໃນດ່ານສາກົນຂົວມິດຕະພາບ 3 ແລະ ທ່າບົກທ່າແຂກ ເພື່ອຕິດຕາມຄວາມພ້ອມ ແລະ ປະເມີນປະສິດທິພາບໃນການນຳໃຊ້ລະບົບດັ່ງກ່າວ.
ທີ່ມາ: ຂ່າວສານແຂວງຄຳມ່ວນ


