ຖືເປັນຂ່າວດີທີ່ສ້າງຄວາມພາກພູມໃຈໃຫ້ແກ່ປວງຊົນລາວ ເມື່ອ “ລາບ” ອາຫານພື້ນເມືອງທີ່ເປັນເອກະລັກຂອງຊາດ ມີຄວາມຄືບໜ້າຄັ້ງສຳຄັນໃນການສະເໜີຂຶ້ນທະບຽນເປັນມໍລະດົກວັດທະນະທຳທີ່ຈັບຕ້ອງບໍ່ໄດ້ຂອງມະນຸດຊາດ ໂດຍຫຼ້າສຸດ UNESCO ໄດ້ເຜີຍແຜ່ຮ່າງມະຕິແນະນຳໃຫ້ຂຶ້ນທະບຽນລາຍການ “Larb: a culinary symbol of Lao cultural identity” ຫຼື “ລາບ: ສັນຍະລັກທາງອາຫານຂອງເອກະລັກວັດທະນະທຳລາວ” ໃນວັນທີ 5 ພະຈິກ 2026. ທັງນີ້ ມະຕິຂັ້ນສຸດທ້າຍຈະຖືກພິຈາລະນາໃນກອງປະຊຸມຄະນະກຳມະການລະຫວ່າງລັດພາຄີຂອງ UNESCO ຄັ້ງທີ 21 ໃນວັນທີ 30 ພະຈິກ ຫາ 5 ທັນວາ 2026 ທີ່ນະຄອນຊຽມເໝິນ ປະເທດຈີນ.
ສຳລັບຄວາມເປັນມາຂອງການສະເໜີລາບຂຶ້ນທະບຽນນັ້ນ ແມ່ນສະມາຄົມນັກທຸລະກິດແມ່ຍິງ (Business Women’s Association) ເປັນຜູ້ລິເລີ່ມຜັກດັນໂຄງການດັ່ງກ່າວໃນຕົ້ນປີ 2025 ໂດຍປະສານງານຜ່ານກະຊວງວັດທະນະທຳ ແລະ ທ່ອງທ່ຽວ ເພື່ອສະເໜີເອກະສານຕໍ່ UNESCO. ຄະນະຮັບຜິດຊອບໄດ້ເລັ່ງລັດເກັບກຳຂໍ້ມູນພາຍໃນເວລາປະມານ 3 ເດືອນ ທັງການສຶກສາປະຫວັດຄວາມເປັນມາ, ສຳພາດຜູ້ຊ່ຽວຊານ, ຜູ້ເຖົ້າຜູ້ແກ່ຈາກພາກເໜືອຮອດພາກໃຕ້ ພ້ອມທັງຈັດທຳເອກະສານ ແລະ ສາລະຄະດີປະກອບການສະເໜີ.
ສິ່ງທີ່ເຮັດໃຫ້ “ລາບ” ມີຄຸນຄ່າຫຼາຍກວ່າອາຫານທົ່ວໄປ ແມ່ນການເປັນສ່ວນໜຶ່ງຂອງວິຖີຊີວິດ, ປະເພນີ ແລະ ຄວາມເຊື່ອຂອງຄົນລາວມາແຕ່ດົນນານ. ລາບເປັນອາຫານທີ່ນິຍົມຮັບປະທານໃນຊີວິດປະຈຳວັນ ແລະ ຂາດບໍ່ໄດ້ໃນງານບຸນ, ງານແຕ່ງດອງ, ງານຂຶ້ນເຮືອນໃໝ່ ຕະຫຼອດຮອດງານສຳຄັນຕ່າງໆ. ນອກຈາກລົດຊາດທີ່ເປັນເອກະລັກແລ້ວ ຄຳວ່າ “ລາບ” ຍັງສື່ເຖິງຄວາມໝາຍອັນເປັນມົງຄຸນ ຄື ໂຊກລາບ, ຄວາມມັ່ງຄັ່ງ ແລະ ຄວາມເປັນສິລິມຸງຄຸນ ເຊິ່ງສະທ້ອນເຖິງຮາກຖານທາງວັດທະນະທຳທີ່ສືບທອດຈາກຄົນຮຸ່ນໜຶ່ງສູ່ຄົນອີກຮຸ່ນໜຶ່ງ.
ພ້ອມນີ້ ຍັງມີການເຊີນຊວນໃຫ້ປະຊາຊົນລາວທຸກຄົນ ຮ່ວມກັນເຜີຍແຜ່ອາຫານລາວຊະນິດນີ້ສູ່ສາຍຕາຊາວໂລກ ຜ່ານການແບ່ງປັນຮູບພາບການປຸງແຕ່ງ ແລະ ການຮັບປະທານລາບຜ່ານສື່ສັງຄົມອອນລາຍ ເພື່ອຊ່ວຍປະຊາສຳພັນໃຫ້ນານາຊາດຮູ້ຈັກ ແລະ ເຂົ້າໃຈວ່າ ລາບແມ່ນໜຶ່ງໃນສັນຍະລັກທາງວັດທະນະທຳອັນສຳຄັນຂອງລາວ.
ປັດຈຸບັນ ສປປ ລາວ ມີລາຍການມໍລະດົກວັດທະນະທຳທີ່ຈັບຕ້ອງບໍ່ໄດ້ທີ່ໄດ້ຮັບການຂຶ້ນທະບຽນກັບ UNESCO ແລ້ວ 3 ລາຍການ ປະກອບມີ: ດົນຕີແຄນລາວ (2017), ຫັດຖະກຳການທໍລາຍນາກໃນຊຸມຊົນລາວ (2023) ແລະ ຟ້ອນລຳວົງລາວ (2024). ຖ້າລາບໄດ້ຮັບການຮັບຮອງຕາມຮ່າງມະຕິດັ່ງກ່າວ ກໍຈະເປັນລາຍການທີ 4 ຂອງລາວ ເຊິ່ງຈະເປັນອີກກ້າວສຳຄັນໃນການເຜີຍແຜ່ ແລະ ສືບສານມູນເຊື້ອວັດທະນະທຳອັນລ້ຳຄ່າຂອງຊາດລາວສູ່ສາກົນ.
ແຫຼ່ງຂໍ້ມູນ: ສະມາຄົມນັກທຸລະກິດແມ່ຍິງ, UNESCO.


