ເມືອງຊຳເໜືອ, ແຂວງຫົວພັນ – ວັນທີ 6 ພະຈິກ 2026 ເວລາປະມານ 12:00 ໂມງ ປະຊາຊົນເລີ່ມພົບເຫັນປາຕາຍຫຼາຍຈຸດ ຢູ່ເຂດກ້ອງຂົວນ້ຳແວ່ນ ເມືອງຊຳເໜືອ ແຂວງຫົວພັນ. ເບື້ອງຕົ້ນຍັງບໍ່ຮູ້ສາເຫດການຕາຍຂອງປາ ແລະ ຍັງບໍ່ຢືນຢັນວ່າກ່ຽວຂ້ອງກັບເຫດການອ່າງກັກນ້ຳຂອງບໍລິສັດຂຸດຄົ້ນແຮ່ຫາຍາກ ທີ່ແຕກໄຫຼຊຸລົງສູ່ນ້ຳແວ່ນ ຫຼື ບໍ່.
ກ່ອນໜ້ານີ້ ວັນທີ 4 ພະຈິກ 2026 ຄະນະຮັບຜິດຊອບໄດ້ລົງກວດກາສະພາບນ້ຳ ແລະ ຊີ້ແຈງວ່າ ເຫດການເກີດຈາກຝົນຕົກໜັກຢູ່ເຂດພູສົງຊັນ ເຮັດໃຫ້ດິນຊາຍຍຸບໂຕ ແລະ ໄຫຼຊຸລົງສູ່ອ່າງເກັບນ້ຳທຳມະຊາດ ເຊິ່ງເປັນຫ້ວຍນ້ຳທີ່ບໍລິສັດເຮັດຂັ້ນຄູກັນໄວ້ເພື່ອດູດນ້ຳໃຊ້ໃນການຜະລິດ ບໍ່ແມ່ນອ່າງເຄມີ ຕາມທີ່ມີຂ່າວລົງໃນສື່ອອນລາຍ. ຄະນະຍັງແຈ້ງວ່າ ຜົນການວິໄຈຄຸນນະພາບນ້ຳໂດຍລວມຢູ່ໃນເກນມາດຕະຖານສິ່ງແວດລ້ອມ ແຕ່ປັດຈຸບັນຍັງລໍຖ້າຜົນການຢັ້ງຢືນຢ່າງເປັນທາງການຈາກສະຖາບັນວິໄຈຄຸນນະພາບນ້ຳແຫ່ງຊາດ.
ກໍລະນີທີ່ເກີດຂຶ້ນຢູ່ແມ່ນ້ຳແວ່ນ ແມ່ນເລີ່ມຕັ້ງແຕ່ວັນທີ 2 ພະຈິກ 2026 ເປັນຕົ້ນມາ.
ຂໍ້ມູນ: Aongkham Phonvisay


