ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ, ສະຖານເອກອັກຄະລັດຖະທູດແຫ່ງ ສປ ຈີນ ປະຈຳ ສປປ ລາວ ແລະ ວິທະຍຸ-ໂທລະພາບສູນກງຈີນ (CMG) ໄດ້ຮ່ວມກັນຈັດກອງປະຊຸມສົນທະນາລາວ – ຈີນ ກ່ຽວກັບການສ້າງຄູ່ຮ່ວມຊາຕາກຳ ໃນທຸກສະພາບຂອງຍຸກສະໄໝ ພາຍໃຕ້ຫົວຂໍ້ “ການສ້າງຄູ່ຮ່ວມຊາຕາກຳ ໃນທຸກສະພາບການຂອງຍຸກສະໄໝ: ການຄຸ້ມຄອງພັກ ເພື່ອສ້າງຊາດໃຫ້ຈະເລີນ” ຂຶ້ນໃນວັນທີ 6 ພະຈິກ 2026 ນີ້ ທີ່ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ, ໂດຍການເປັນປະທານຮ່ວມຂອງທ່ານ ນາງ ແກ້ວວິວອນ ອຸດທະຈັກ ຮອງປະທານ ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ ແລະ ທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳສປປ ລາວ, ທ່ານ ນາງ ແສງແກ້ວ ຜູ້ຕາງໜ້າວິທະຍຸ-ໂທລະພາບສູນກາງຈີນ, ມີຫົວໜ້າຫ້ອງການ, ກົມ, ສະຖາບັນຄົ້ນຄວ້າ, ນັກວິທະຍາ ກອນ, ສຳມະນາກອນ ແລະ ຜູ້ຊ່ຽວຊານ ເຂົ້າຮ່ວມ.
ທ່ານ ນາງ ແກ້ວວິວອນ ອຸດທະຈັກ ໄດ້ສະແດງຄວາມຊົມເຊີຍຜົນສຳເລັດຂອງກອງປະຊຸມຄົບຄະນະ ຄັ້ງທີ 5 ຂອງຄະນະບໍລິຫານງານສູນກາງພັກກອມມູນິດຈີນ ສະໄໝທີ XX ແລະ ຕີລາຄາສູງ ຕໍ່ຜົນງານການນຳພາຂອງສະຫາຍ ສີຈິ້ນຜິງ ໃນການຄຸ້ມຄອງພັກຢ່າງເຂັ້ມງວດ ທ່ານກ່າວວ່າ: ກອງປະຊຸມຄັ້ງນີ້, ແມ່ນ “ການຄຸ້ມຄອງພັກ ເພື່ອສ້າງຊາດໃຫ້ຈະເລີນ” ໄດ້ສະທ້ອນໃຫ້ພວກເຮົາເຫັນຢ່າງເລິກເຊິ່ງ ເຖິງບົດຮຽນອັນລໍ້າຄ່າ ທີ່ທັງສອງພັກໄດ້ສະສົມມາຈາກການຕໍ່ສູ້ ແລະ ການສ້າງສາປະເທດຊາດ. ພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຈີນ ລ້ວນແຕ່ເລີ່ມຕົ້ນຈາກການເປັນພັກນ້ອຍໆ ທີ່ຕໍ່ສູ້ເພື່ອປົດປ່ອຍຊາດ ຈົນກາຍເປັນພັກທີ່ນໍາພາການສ້າງສາ ແລະ ພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ.
ທ່ານ ນາງ ຟາງ ຫົງ ກ່າວວ່າ: ກອງປະຊຸມຄົບຄະນະຄັ້ງທີ 5 ຂອງຄະນະກໍາມະການສູນກາງພັກກອມມູນິດຈີນ ສະໄໝທີ XX ໄດ້ຈັດຂຶ້ນຢ່າງສົມກຽດ ທີ່ນະຄອນຫຼວງປັກກິ່ງ, ກອງປະຊຸມໄດ້ຄົ້ນຄວ້າ ແລະ ຮັບຮອງເອົາ “ມະຕິຂອງສູນກາງພັກກອມມູນິດຈີນ ກ່ຽວກັບບັນຫາສໍາຄັນຈໍານວນໜຶ່ງ ໃນການຊຸກຍູ້ການຄຸ້ມຄອງພັກຢ່າງເຂັ້ມງວດ ຮອບດ້ານຢ່າງສະເໝີຕົ້ນສະເໝີປາຍ” ຊຶ່ງໄດ້ວາງທິດທາງຢ່າງເປັນລະບົບ ເພື່ອເພີ່ມທະວີການກໍ່ສ້າງພັກ ແລະ ລົງເລິກຊຸກຍູ້ການຄຸ້ມຄອງພັກຢ່າງເຂັ້ມງວດ ຮອບດ້ານໃນສະພາບການໃໝ່, ຈີນ-ລາວ ລ້ວນແຕ່ແມ່ນປະ ເທດສັງຄົມນິຍົມທີ່ນໍາພາໂດຍພັກກອມມູນິດ, ທັງສອງພັກ ຕ່າງກໍປະເຊີນກັບຫົວຂໍ້ທີ່ມີຄວາມສົນໃຈນໍາກັນຈຳນວນຫຼາຍ, ທັງໄດ້ແລກປ່ຽນບົດຮຽນ ແລະ ຮຽນຮູ້ຊຶ່ງກັນ ແລະ ກັນຢ່າງເປັນປະຈຳ, ເຊື່ອວ່າບັນດາທ່ານລ້ວນແຕ່ໃຫ້ຄວາມສົນໃຈຕໍ່ກອງປະຊຸມສໍາຄັນຄັ້ງນີ້ ແລະ ໄດ້ຮັບຮູ້ຂໍ້ມູນພື້ນຖານຂອງກອງປະຊຸມ ຜ່ານການລາຍງານຂອງສື່ມວນຊົນມາແລ້ວ.
ໂອກາດນີ້, ຂໍແບ່ງປັນຄວາມຮູ້ສຶກ ແລະ ບົດຮຽນ ການຮຽນຮູ້ຂອງຕົນເອງໂດຍສະເໜີເນື້ອໃນຕົ້ນຕໍຂອງກອງປະຊຸມຄົບຄະນະຄັ້ງທີ 5 ສະໄໝທີ XX ຂອງພັກກອມມູນິດຈີນ ໃນ 4 ດ້ານດັ່ງນີ້:
1) ເປັນຫຍັງກອງປະ ຊຸມຄົບຄະນະ ຈຶ່ງຄົ້ນຄວ້າກ່ຽວກັບການຊຸກຍູ້ ການຄຸ້ມຄອງພັກຢ່າງເຂັ້ມງວດ ຮອບດ້ານຢ່າງສະເໝີຕົ້ນສະເໝີ ປາຍ;
2) “ມະຕິ” ທີ່ກອງປະຊຸມຄົບຄະນະ ໄດ້ຮັບຮອງເອົານັ້ນໄດ້ສ້າງຂຶ້ນຄືແນວໃດ;
3) ຈະເຂົ້າໃຈ ແລະ ກຳທິດທາງລວມຂອງ “ມະຕິ” ແນວໃດ;
4) ສົມກັບເປັນທິດທາງສໍາຄັນໃນການເພີ່ມທະວີ ການກໍ່ສ້າງພັກຂອງຝ່າຍລາວ, ສະເໜີບັນດາແຜນການທີ່ສໍາຄັນຂອງ “ມະຕິ” ໃນການຊຸກຍູ້ ການຄຸ້ມຄອງພັກຢ່າງເຂັ້ມງວດ ຮອບດ້ານຢ່າງສະເໝີຕົ້ນສະເໝີປາຍ.


