ນະຄອນຫຼວງວຽງຈັນ ກວດກາປະກົດການສໍ້ລາດບັງຫຼວງ ພົບພະນັກງານກະທຳຜິດ 12 ຄົນ ເສຍຫາຍ 1.7 ຕື້ກີບ

ວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ພາຍໃຕ້ການເປັນປະທານຂອງທ່ານ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ. ມີທ່ານ ອາດສະພັງທອງ ສີພັນດອນ ເລຂາຄະນະບໍລິຫານງານພັກ ແລະ ປະທານສະພາປະຊາຊົນ ນວ, ທ່ານ ບຸນເພັງ ສີນະວົງພອນ ກຳມະການປະຈຳພັກ ປະທານຄະນະກວດກາພັກ ແລະ ອົງການກວດກາລັດ ນວ ພ້ອມຮອງປະທານຄະນະກຳມະການປົກຄອງ ນວ, ຫົວໜ້າ-ຮອງຫົວໜ້າພະແນກການ ແລະ ເລຂາພັກເມືອງ ເຂົ້າຮ່ວມ.

ທ່ານ ບຸນເພັງ ສີນະວົງພອນ ໄດ້ຜ່ານຮ່າງບົດສະຫຼຸບວຽກງານກວດກາ 5 ປີ ແລະ ທິດທາງແຜນການ 5 ປີ (2026-2030). ໃນໄລຍະ 5 ປີ ນະຄອນຫຼວງວຽງຈັນກວດກາປະກົດການສໍ້ລາດບັງຫຼວງ ມີທັງໝົດ 67 ກໍລະນີ ໃນນັ້ນກວດພົບຂໍ້ມູນຫຼັກຖານການສວຍໃຊ້ໜ້າທີ່ຕຳແໜ່ງຂອງພະນັກງານ 12 ຄົນ. ໄດ້ເກັບກູ້ເງິນ ແລະ ວັດຖຸທີ່ເສຍຫາຍຄືນລັດ, ບຸກຄົນ ແລະ ການຈັດຕັ້ງ ລວມ 1.7 ຕື້ກີບ ແລະ ສະເໜີປະຕິບັດວິໄນຜູ້ລະເມີດ 31 ຄົນ.

ໃນຕອນທ້າຍ ທ່ານ ວັນໄຊ ພອງສະຫວັນ ໄດ້ເນັ້ນວ່າ ຄະນະພັກ, ອົງການປົກຄອງ ແລະ ຄະນະກວດກາແຕ່ລະຂັ້ນ ຕ້ອງຕັ້ງໜ້າແກ້ໄຂຈຸດອ່ອນ ແລະ ຂໍ້ຄົງຄ້າງທີ່ພົບໃນ 5 ປີ, ເປັນເຈົ້າການນຳພາວຽກງານກວດກາໃຫ້ເຂັ້ມແຂງ ໂປ່ງໃສ ເປັນທຳ, ສຸມໃສ່ຕີຖອຍການສວຍໃຊ້ໜ້າທີ່ຕຳແໜ່ງເພື່ອຜົນປະໂຫຍດສ່ວນຕົວ ແລະ ເມື່ອກວດພົບການລະເມີດວິໄນພັກ, ກົດໝາຍລັດ ຫຼື ສິດເປັນເຈົ້າຂອງປະຊາຊົນ ຕ້ອງເດັດຂາດປະຕິບັດມາດຕະການທາງວິໄນ ແລະ ດຳເນີນຄະດີຕາມຂັ້ນຕອນກົດໝາຍຢ່າງເຂັ້ມງວດ ແລະ ມີປະສິດທິຜົນສູງ.

ຂໍ້ມູນ: ໜັງສືພິມວຽງຈັນໃໝ່

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
5,720FollowersFollow
0SubscribersSubscribe
- Advertisement -spot_img

Latest Articles