ດ້ວຍສະຖານີສົ່ງສັນຍານຫຼາຍກວ່າ 5.600 ແຫ່ງ, ສາຍໃຍແກ້ວນຳແສງຍາວກວ່າ 43.000 ກິໂລແມັດ ແລະ ເຄືອຂ່າຍ 5G ທີ່ຄອບຄຸມຄົບທັງ 18 ແຂວງ ແລະ ນະຄອນຫຼວງ, Unitel ສືບຕໍ່ ຕໍ່ຍອດຈຸດແຂງດ້ານໂຄງລ່າງໂທລະຄົມ ເພື່ອສ້າງພື້ນຖານການເຊື່ອມຕໍ່ໃຫ້ແກ່ປະຊາຊົນ, ພາກທຸລະກິດ ແລະ ການພັດທະນາລະບົບນິເວດດິຈິຕອນຢູ່ ສປປ ລາວ.
ໂຄງລ່າງການເຊື່ອມຕໍ່: ຮາກຖານຂອງເສດຖະກິດດິຈິຕອນ
ໃນຍຸກເສດຖະກິດດິຈິຕອນ, ໂຄງລ່າງໂທລະຄົມບໍ່ໄດ້ມີບົດບາດພຽງແຕ່ ການຕອບສະໜອງຄວາມຕ້ອງການດ້ານການຕິດຕໍ່ສື່ສານເທົ່ານັ້ນ, ແຕ່ຍັງເປັນພື້ນຖານສຳຄັນທີ່ຊ່ວຍໃຫ້ປະຊາຊົນ ເຂົ້າເຖິງບໍລິການອອນລາຍ, ຊ່ວຍໃຫ້ພາກທຸລະກິດດຳເນີນກິດຈະການ ໄດ້ຢ່າງມີປະສິດທິພາບ ແລະ ຊ່ວຍໃຫ້ສາມາດນຳໃຊ້ບັນດາວິທີແກ້ໄຂດ້ານເຕັກໂນໂລຊີໄດ້ຢ່າງກວ້າງຂວາງ.
ພາຍຫຼັງ 17 ປີ ແຫ່ງການພັດທະນາຢູ່ ສປປ ລາວ, Unitel ໄດ້ສ້າງເຄືອຂ່າຍໂທລະຄົມຂະໜາດໃຫຍ່ ດ້ວຍສະຖານີສົ່ງສັນຍານຫຼາຍກວ່າ 5.600 ແຫ່ງ ແລະ ສາຍໃຍແກ້ວນຳແສງຍາວກວ່າ 43.000 ກິໂລແມັດ. ໂຄງລ່າງຂອງບໍລິສັດຄອບຄຸມຄົບທຸກເມືອງ ຄິດເປັນ 100%, ຂະນະທີ່ບໍລິການ 4G ຄອບຄຸມປະຊາກອນປະມານ 90%. ໂດຍສະເພາະ, Unitel ເປັນຜູ້ໃຫ້ບໍລິການໂທລະຄົມລາຍທຳອິດທີ່ຂະຫຍາຍສັນຍານ 5G ຄອບຄຸມຄົບທັງ 18 ແຂວງ ແລະ ນະຄອນຫຼວງຂອງລາວ.
ຂະໜາດຂອງເຄືອຂ່າຍ ຍັງສະທ້ອນໃຫ້ເຫັນເຖິງ ສະຖານະຂອງບໍລິສັດໃນຕະຫຼາດ. ປັດຈຸບັນ Unitel ໃຫ້ບໍລິການຜູ້ໃຊ້ມືຖືປະມານ 3,6 ລ້ານເລກໝາຍ, ຄອງສ່ວນແບ່ງຕະຫຼາດ 57%; ສ່ວນບໍລິການອິນເຕີເນັດສາຍໃຍແກ້ວ FTTH ມີຜູ້ໃຊ້ບໍລິການປະມານ 170.000 ລາຍ, ຄອງສ່ວນແບ່ງຕະຫຼາດ 60%. ຕົວເລກເຫຼົ່ານີ້ສະແດງໃຫ້ເຫັນວ່າ ບົດບາດຂອງ Unitel ບໍ່ໄດ້ຈຳກັດຢູ່ພຽງຂະໜາດຂອງການເຊື່ອມຕໍ່, ແຕ່ຍັງລວມເຖິງຄວາມສາມາດໃນການພັດທະນາໂຄງລ່າງ ເພື່ອຮອງຮັບການນຳໃຊ້ບໍລິການດິຈິຕອນຢ່າງກວ້າງຂວາງ, ນັບແຕ່ເຂດຕົວເມືອງໄປຈົນເຖິງພື້ນທີ່ນອກຕົວເມືອງ.

ຈາກເຄືອຂ່າຍມືຖື ແລະ ອິນເຕີເນັດສາຍໃຍແກ້ວ ສູ່ເຕັກໂນໂລຊີ 5G
ໃນລະບົບນິເວດດ້ານໂທລະຄົມຂອງ Unitel, ໂຄງລ່າງແຕ່ລະປະເພດຕອບສະໜອງຄວາມຕ້ອງການທີ່ແຕກຕ່າງກັນ. ເຄືອຂ່າຍມືຖືຊ່ວຍຮອງຮັບການຕິດຕໍ່ສື່ສານ ແລະ ການເຂົ້າເຖິງບໍລິການອອນລາຍ; ສ່ວນ FTTH ຕອບສະໜອງຄວາມຕ້ອງການດ້ານການເຊື່ອມຕໍ່ອິນເຕີເນັດແບບມີສາຍສຳລັບຄອບຄົວ, ຫ້ອງການ ແລະ ສະຖານປະກອບການ. ນອກຈາກນັ້ນ, ລະບົບກ້ອງວົງຈອນປິດທີ່ເຊື່ອມຕໍ່ຜ່ານເຄືອຂ່າຍ ຍັງຊ່ວຍຂະຫຍາຍການນຳໃຊ້ໂຄງລ່າງໄປສູ່ການຕິດຕາມ ແລະ ຄຸ້ມຄອງຈາກໄລຍະໄກ.
ບົນພື້ນຖານດັ່ງກ່າວ, 5G ຖືເປັນບາດກ້າວສຳຄັນຕໍ່ໄປ ໃນການຍົກລະດັບຂີດຄວາມສາມາດດ້ານການເຊື່ອມຕໍ່. Unitel ໄດ້ເລີ່ມທົດລອງເຕັກໂນໂລຊີນີ້ຕັ້ງແຕ່ປີ 2019 ແລະ ໄດ້ເປີດໃຫ້ບໍລິການ 5G ຢ່າງເປັນທາງການໃນເດືອນພະຈິກ 2024, ເຊິ່ງເປັນການຍົກລະດັບຂີດຄວາມສາມາດດ້ານເຕັກໂນໂລຊີ ໃນລະບົບໂທລະຄົມຂອງຕົນຢ່າງຕໍ່ເນື່ອງ.

ດ້ວຍຄວາມສາມາດໃນການຮັບສົ່ງຂໍ້ມູນດ້ວຍຄວາມໄວສູງ, ຄວາມລ່າຊ້າຕ່ຳ ແລະ ຮອງຮັບການເຊື່ອມຕໍ່ຈຳນວນຫຼາຍ ໃນພື້ນທີ່ດຽວກັນ, 5G ຊ່ວຍສ້າງເງື່ອນໄຂໃໝ່ ໃຫ້ແກ່ການພັດທະນາແອັບພລິເຄຊັນ ທີ່ຕ້ອງການການເຊື່ອມຕໍ່ຢ່າງຕໍ່ເນື່ອງ, ການຕອບສະໜອງຢ່າງວ່ອງໄວ ແລະ ການແລກປ່ຽນຂໍ້ມູນແບບທັນທີ. ນອກເໜືອຈາກການຍົກລະດັບປະສົບການ ການໃຊ້ອິນເຕີເນັດມືຖືແລ້ວ, ເຕັກໂນໂລຊີ ຍັງມີທ່າແຮງໃນການຮອງຮັບລະບົບຕິດຕາມອັດສະລິຍະ, ອິນເຕີເນັດເພື່ອສັບພະສິ່ງ (IoT), ການຮັບສົ່ງພາບຄວາມຄົມຊັດສູງ ແລະ ລະບົບບໍລິຫານຈັດການທີ່ອີງໃສ່ຂໍ້ມູນ.
ແນວໃດກໍຕາມ, ຄຸນຄ່າຂອງ 5G ບໍ່ໄດ້ຈຳກັດຢູ່ພຽງຄວາມໄວໃນການເຂົ້າເຖິງອິນເຕີເນັດ. ໃນໄລຍະຍາວ, ເຕັກໂນໂລຊີນີ້ ຍັງເປັນໜຶ່ງໃນພື້ນຖານສຳຄັນທີ່ຊ່ວຍຂະຫຍາຍການນຳໃຊ້ເຕັກໂນໂລຊີເຂົ້າໃນຂະແໜງການຜະລິດ, ທຸລະກິດ ແລະ ການບໍລິຫານ. ໃນການປ່ຽນທ່າແຮງເຫຼົ່ານີ້ ໃຫ້ເກີດປະໂຫຍດທີ່ເປັນຮູບປະທຳ ຍັງຂຶ້ນກັບຄວາມຕ້ອງການນຳໃຊ້, ຄວາມພ້ອມຂອງອຸປະກອນ ແລະ ການພັດທະນາວິທີແກ້ໄຂຕ່າງໆທີ່ສາມາດນຳໃຊ້ເຕັກໂນໂລຊີການເຊື່ອມຕໍ່ນີ້ໄດ້.
ສຳລັບ Unitel, ການພັດທະນາ 5G ແມ່ນສ່ວນໜຶ່ງຂອງທິດທາງການຍົກລະດັບຂີດຄວາມສາມາດ ຂອງໂຄງລ່າງ ພ້ອມທັງສ້າງຮາກຖານ ເພື່ອຂະຫຍາຍໄປສູ່ການບໍລິການ ແລະ ວິທີແກ້ໄຂດ້ານເຕັກໂນໂລຊີດິຈິຕອນ. ນີ້ຍັງເປັນບາດກ້າວ ທີ່ສອດຄ່ອງກັບການຫັນປ່ຽນຈາກຜູ້ໃຫ້ບໍລິການໂທລະຄົມ (Telco) ໄປສູ່ບໍລິສັດເຕັກໂນໂລຊີດິຈິຕອນ (Techco), ໂດຍມີຄວາມສາມາດດ້ານການເຊື່ອມຕໍ່ເປັນຈຸດແຂງຫຼັກທີ່ສຳຄັນຕໍ່ໄປ.

ຈາກໂຄງລ່າງການເຊື່ອມຕໍ່ ສູ່ອະນາຄົດດິຈິຕອນຂອງລາວ
ໂຄງລ່າງໂທລະຄົມ ຈະສາມາດສ້າງຄຸນຄ່າໄດ້ຢ່າງແທ້ຈິງ ກໍຕໍ່ເມື່ອສາມາດສ້າງເງື່ອນໄຂໃຫ້ບໍລິການ ແລະ ແອັບພລິເຄຊັນດິຈິຕອນຕ່າງໆເຕີບໂຕໄດ້. ຈາກພື້ນຖານເຄືອຂ່າຍມືຖື, FTTH ແລະ 5G, Unitel ສືບຕໍ່ຂະຫຍາຍລະບົບນິເວດດິຈິຕອນ ໄປສູ່ຂະແໜງການເງິນດິຈິຕອນ, ວິທີແກ້ໄຂສຳລັບພາກລັດ ແລະ ພາກທຸລະກິດ, ການສຶກສາ, ສາທາລະນະສຸກ, ຄວາມບັນເທີງ ແລະ ໂລຈິສຕິກ. ການປະສານລະຫວ່າງໂຄງລ່າງການເຊື່ອມຕໍ່ກັບແພລດຟອມດິຈິຕອນ ຊ່ວຍຂະຫຍາຍໂອກາດໃນການເຂົ້າເຖິງບໍລິການ, ສະໜັບສະໜູນກິດຈະກຳທາງທຸລະກິດ ແລະ ສ້າງເງື່ອນໄຂໃຫ້ສາມາດນຳໃຊ້ເຕັກໂນໂລຊີ ເຂົ້າໃນຫຼາຍຂະແໜງການຂອງເສດຖະກິດ-ສັງຄົມ. ນີ້ຍັງເປັນພື້ນຖານສຳຄັນທີ່ຊ່ວຍໃຫ້ Unitel ສືບຕໍ່ຮ່ວມເດີນທາງກັບ ສປປ ລາວ ໃນການພັດທະນາລັດຖະບານດິຈິຕອນ, ເສດຖະກິດດິຈິຕອນ ແລະ ສັງຄົມດິຈິຕອນ.
ໃນງານ Lao Digital Week 2026 ຈະຈັດຂື້ນ ໃນລະຫວ່າງ ວັນທີ 21 ຫາ 25 ຕຸລາ 2026 ທີ່ສູນການຄ້າລາວ-ໄອເຕັກ ຕຶກເກົ່າ (ITEC), ນະຄອນຫຼວງວຽງຈັນ, Unitel ຈະນຳສະເໜີບັນດາຂະແໜງການເຕັກໂນໂລຊີພາຍໃນລະບົບນິເວດດິຈິຕອນຂອງຕົນ, ໂດຍມີໂຄງລ່າງໂທລະຄົມ ແລະ 5G ເປັນໜຶ່ງໃນເສົາຄ້ຳສຳຄັນ. ຜ່ານພື້ນທີ່ຈັດສະແດງ ແລະ ປະສົບການຈິງພາຍໃນງານ, ຜູ້ເຂົ້າຊົມຈະມີໂອກາດຮຽນຮູ້ເພີ່ມເຕີມກ່ຽວກັບບົດບາດຂອງໂຄງລ່າງການເຊື່ອມຕໍ່, ເຕັກໂນໂລຊີ 5G ແລະ ແນວທາງການນຳໃຊ້ເຕັກໂນໂລຊີໃນຊີວິດປະຈຳວັນ, ກິດຈະກຳທາງທຸລະກິດ ແລະ ຂະບວນການຫັນປ່ຽນສູ່ດິຈິຕອນ.
ພາຍຫຼັງ 17 ປີ ແຫ່ງການພັດທະນາ, Unitel ຍັງຄົງສືບຕໍ່ເສີມສ້າງຮາກຖານໂທລະຄົມ, ຂະຫຍາຍຂີດຄວາມສາມາດດ້ານເຕັກໂນໂລຊີ ແລະ ເພີ່ມທະວີຄຸນຄ່າຂອງການເຊື່ອມຕໍ່. ຈາກໂຄງລ່າງໄປສູ່ແອັບພລິເຄຊັນດິຈິຕອນ, ບໍລິສັດມຸ່ງໝັ້ນ ທີ່ຈະປະກອບສ່ວນຢ່າງເປັນຮູບປະທຳ ໃນຂະບວນການພັດທະນາເສດຖະກິດດິຈິຕອນຂອງ ສປປ ລາວ.

