ບໍລິສັດ ຟຣີສແລນ ຄຳພີນ້າ (ປະເທດໄທ) ຈຳກັດ (ມະຫາຊົນ) ຜູ້ຜະລິດ ແລະ ຈັດຈຳໜ່າຍ ນົມໂຟໂມສ ໃນປະເທດໄທ ແລະ ອິນໂດຈີນ ໄດ້ຄໍານຶງເຖິງພາວະການໄດ້ຮັບສານອາຫານບໍ່ປົກກະຕິ
ມັນສົ່ງຜົນຕໍ່ການຈະເລີນເຕີບໂຕຂອງເດັກນ້ອຍ ດັ່ງນັ້ນ ໂຟໂມສ ຈຶ່ງໄດ້ດໍາເນີນໂຄງການ ໂຟໂມສ ສົ່ງຕໍ່ຮອຍຍິ້ມໃຫ້ເດັກໄທ ເປັນປີທີ 6 ແລ້ວ ໂດຍຮ່ວມກັບພັນທະມິດຈາກທາງພາກລັດ ແລະ ເອກະຊົນ, ນອກຈາກນີ້ບໍລິສັດ ໄດ້ຂະຫຍາຍໂຄງການ ມາຮອດປະເທດລາວ ໂດຍການຮ່ວມກັບ ບໍລິສັດ ທົງມະນີ ການຄ້າ ຂາອອກ-ຂາເຂົ້າ ຈຳກັດ ເຊິ່ງເປັນຕົວແທນຈໍາໜ່າຍ ນົມໂຟໂມສ ຜູ້ດຽວໃນປະເທດລາວ ເພື່ອເປັນການຕອກຢໍ້າເຖິງຄວາມສໍາຄັນ ຂອງພາລະກິດໃນການສົ່ງມອບໂພຊະນາການທີ່ດີທີ່ສຸດ ໃຫ້ກັບເດັກນ້ອຍ ຜ່ານຜະລິດຕະພັນນົມພ້ອມດື່ມ ທີ່ມີຄຸນນະພາບສູງ ຜ່ານໂຄງການ “ໂຟໂມສ ສົ່ງຕໍ່ຮອຍຍິ້ມ ໃຫ້ເດັກລາວ” ເປັນປີທີ 3 ຜູ້ດຽວໃນປະເທດລາວ
ປີນີ້ເປັນປີພິເສດ ເຮົາມີທາງຜູ້ໃຫຍ່ໃຈດີ ຊຸບເປີມາເກັດ ໂຊກທະວີ ມາຮ່ວມກັບເຮົາ ເພື່ອສານຕໍ່ໂຄງການ “ໂຟໂມສ ສົ່ງຕໍ່ຮອຍຍິ້ມ ໃຫ້ເດັກລາວ” ເພື່ອສົ່ງມອບຮອຍຍິ້ມ ແລະ ໂພຊະນາການທີ່ດີທີ່ສຸດຈາກນົມໂຟໂມສໃຫ້ເດັກນ້ອຍ ທີ່ 5 ໂຮງຮຽນ ຕາມເຂດຮອບນອກເມືອງໃນນະຄອນຫຼວງວຽງຈັນໄດ້ແກ່:
1. ໂຮງຮຽນ ປະຖົມສົມບູນ ນາຄວາຍ
2. ໂຮງຮຽນ ປະຖົມສົມບູນ ດ່ານຊ້າງ
3. ໂຮງຮຽນ ປະຖົມສົມບູນ ອຸດົມຜົນ
4. ໂຮງຮຽນ ປະຖົມສົມບູນ ສໍາພັນນາ (ເມືອງສັງທອງ)
5. ໂຮງຮຽນ ປະຖົມສົມບູນ ໂຄກເພີງ (ເມືອງສັງທອງ)

ໃນປັດຈຸບັນ ຍັງມີເດັກນ້ອຍຈໍານວນຫຼາຍທີ່ໄດ້ຮັບຜົນກະທົບຈາກພາວະການໄດ້ຮັບສານອາຫານທີ່ບໍ່ປົກກະຕິ ເຮັດໃຫ້ສົ່ງຜົນຕໍ່ການຈະເລີນເຕີບໂຕ, ພວກເຮົາເຊື່ອວ່ານົມເປັນເຄື່ອງດື່ມທີ່ມີສານອາຫານທີ່ຄົບຖ້ວນ ແລະ ອຸດົມໄປດ້ວຍຄຸນຄ່າທາງໂພຊະນາການ ທີ່ມີປະໂຫຍດຕໍ່ຮ່າງກາຍ. ດັ່ງນັ້ນ, ເດັກນ້ອຍທຸກຄົນຈຶ່ງຄວນໄດ້ຮັບໂພຊະນາການ ທີ່ເໝາະສົມ ເພື່ອການເຕີບໃຫຍ່ຢ່າງເຕັມສັກກະຍາພາບຂອງເຂົາເອງ ເຊິ່ງສອດຄ່ອງກັບວິໄສທັດ ຂອງແບຣນໃນການມຸ່ງໝັ້ນ ທີ່ຈະສົ່ງມອບໂພຊະນາການທີ່ດີໃຫ້ກັບຜູ້ຄົນທົ່ວໂລກໃຫ້ໄດ້ຫຼາຍທີ່ສຸດ ແລະ ພວກເຮົາຈະບໍ່ຢຸດຢັ້ງທີ່ຈະພັດທະນາ ເພື່ອເປັນແບຣນຜະລິດຕະພັນນົມພ້ອມດື່ມທີ່ໄດ້ຮັບຄວາມໄວ້ວາງໃຈຫຼາຍທີ່ສຸດ.


