ຂໍໃຫ້ກວດຄືນ ການຂັບຂີ່ຂະນະມີທາດເລົ້າໃນຮ່າງກາຍເປັນສູນ ປະຕິບັດໄດ້ແທ້ບໍ່?

ທ່ານ ສອນໄຊ ສີສົມພັນ ສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 1ນະຄອນຫຼວງວຽງຈັນ (ນວ)ໄດ້ປະກອບຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 14 ຕຸລາຜ່ານມາ, ທີ່ສະພາແຫ່ງຊາດພາຍໃຕ້ການເປັນປະທານຂອງທ່ານມອນໄຊລາວມົວຊົ່ງຮອງປະທານສະພາແຫ່ງຊາດ.

ທ່ານ ສອນໄຊ ສີສົມພັນ ໄດ້ປະກອບຄຳເຫັນແລກປ່ຽນຕໍ່ຮ່າງກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າໃນ3ຈຸດ ດັ່ງນີ້: ຈຸດທີ 1 ມາດຕາ 6 ວັກສາມ ກ່ຽວກັບການກໍານົດຄວາມເຂັ້ມຂຸ້ນຂອງເຄື່ອງດື່ມທີ່ມີທາດເຫຼົ້າ ໂດຍສະເພາະຜູ້ຂັບຂີ່ຍານພາຫະນະ ແລະ ນໍາໃຊ້ກົນຈັກໜັກ ຕ້ອງໃຫ້ມີທາດເຫຼົ້າໃນລົມຫາຍໃຈ, ໃນເລືອດ ແລະ ໃນປັດສະວະເປັນສູນ ໂດຍລວມແມ່ນເຫັນດີເປັນເອກະພາບ ແຕ່ໃຫ້ກໍານົດຄືນຖ້າຂຽນລົງໄປແລ້ວຈະສາມາດປະຕິບັດໄດ້ບໍ ຫຼື ວ່າເຮົາຈະເບິ່ງປະເທດອ້ອມຂ້າງຄືນ ໂດຍສະເພາະແມ່ນປະເທດອາຊຽນຂອງເຮົາ, ຈຸດທີ 2 ໃນມາດຕາ 54 ໂດຍສະເພາະແມ່ນແຫຼ່ງທຶນທີ່ໄດ້ຈາກອາກອນກຳໄລສອງສ່ວນຮ້ອຍ ຊຶ່ງຕາມມາດຕາ 16 ຂໍ້ 1.2 ຂອງກົດໝາຍວ່າດ້ວຍອາກອນລາຍໄດ້ທີ່ກຳນົດໃຫ້ວິສາຫະກິດທີ່ຜະລິດ, ນຳເຂົ້າ ແລະ ຂາຍເຄື່ອງດື່ມທີ່ມີທາດເຫຼົ້າຕ້ອງມອບ 2% ເຂົ້າກອງທຶນສຸຂະພາບແຫ່ງຊາດ ແລະ ເກັບເພີ່ມອີກ 2% ເຂົ້າກອງທຶນເຄື່ອງດື່ມທີ່ມີທາດເຫຼົ້າເພີ່ມອີກ 2% ລວມເປັນ 4% ແມ່ນເຫັນດີ ເພາະພວກເຮົາບໍ່ສົ່ງເສີມຢູ່ແລ້ວ ຖ້າຈະຊອກແຫຼ່ງທຶນອື່ນກໍ່ເຫັນວ່າຫຍຸ້ງຍາກ, ຈຸດທີ 3 ມາດຕາ 72 ຫາ ມາດຕາ 79 ກ່ຽວກັບສິດ ແລະ ໜ້າທີ່ ເຫັນຄວນເພີ່ມອົງການຈັດຕັ້ງມະຫາຊົນເຂົ້າຕື່ມ ເພາະຈໍານວນນີ້ແມ່ນດື່ມຫຼາຍກວ່າໝູ່ ເພາະໃນມາດຕາດັ່ງກ່າວນີ້ແມ່ນໄດ້ກໍານົດແຕ່ຂະແໜງສາທາ, ຂະແໜງການຄ້າ, ຂະແໜງການເງິນ, ຂະແໜງວັດທະນະທໍາ ແລະ ການທ່ອງທ່ຽວ.

ທີ່ມາ: ໜັງສືພິມປະຊາຊົນ

Related Articles

0FansLike
87,400FollowersFollow
0SubscribersSubscribe
- Advertisement -spot_img

Latest Articles