ໄພນ້ຳຖ້ວມໃນເມືອງເຊບັ້ງໄຟ ແຂວງຄຳມ່ວນ ສ້າງຄວາມເສຍຫາຍດ້ານກະສິກຳເບື້ອງຕົ້ນມູນຄ່າ 102,73 ຕື້ກີບ, ພື້ນທີ່ການຜະລິດຖືກກະທົບ 3,667 ເຮັກຕາ, ສັດປີກຕາຍ 3,085 ໂຕ ແລະ ໜອງລ້ຽງປາເສຍຫາຍ 256 ໜອງ. ຂະນະທີ່ເສັ້ນທາງມີມູນຄ່າຄວາມເສຍຫາຍປະມານ 500 ລ້ານກີບ. ປັດຈຸບັນ ທາງການເມືອງກຳລັງເລັ່ງວາງແຜນຟື້ນຟູ ໂດຍຕັ້ງເປົ້າສ້ອມແປງ 4 ເສັ້ນທາງສຳຄັນໃຫ້ສຳເລັດພາຍໃນເດືອນຕຸລາ 2026 ແລະ ຟື້ນຟູລະບົບຊົນລະປະທານໃຫ້ທັນການຜະລິດລະດູແລ້ງປີ 2026-2027.
ທ່ານ ອຶ່ງສິດ ນິມິດບັນຊາ ຮອງປະທານຄະນະກຳມະການປົກຄອງເມືອງ ແລະ ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ໃຫ້ຂໍ້ມູນວ່າ ຜົນການສຳຫຼວດພົບວ່າ ຂະແໜງກະສິກຳເປັນຂະແໜງທີ່ໄດ້ຮັບຜົນກະທົບໜັກທີ່ສຸດ ໂດຍນາເຂົ້າເສຍຫາຍ 3,247 ເຮັກຕາ, ພື້ນທີ່ປູກພືດ 410 ເຮັກຕາ ແລະ ສວນຢາງພາລາ 10 ເຮັກຕາ. ນອກຈາກນີ້ ຍັງມີລູກປາທີ່ປ່ອຍລ້ຽງເສຍຫາຍ 275,750 ໂຕ ແລະ ໂຄງການຊົນລະປະທານຖືກກະທົບ 10 ໂຄງການ.
ສຳລັບໂຄງລ່າງຄົມມະນາຄົມ ມີເສັ້ນທາງຫຼາຍສາຍເປ່ເພ ແລະ ບາງຈຸດຖືກນ້ຳເຊາະຈົນຂາດ ສົ່ງຜົນໃຫ້ການເດີນທາງຂອງປະຊາຊົນຫຍຸ້ງຍາກ. ເສັ້ນທາງທີ່ຖືກລະບຸວ່າເສຍຫາຍ ປະກອບມີ ເສັ້ນທາງບ້ານຫາດເພັກ–ບ້ານນາຊອຍ–ບ້ານຜາໂຄ້ງ, ບ້ານນາຊອຍ–ບ້ານກະພະ–ບ້ານນາວະລາ, ບ້ານທ່າຄໍ້–ບ້ານທ່າຫາດ ແລະ ບ້ານນາພອກ–ບ້ານຫາດຄຳຮຽງ. ນອກນັ້ນ ກຳແພງໂຮງຮຽນ ມສ ຍາງຄຳ ແລະ ໂຮງຮຽນປະຖົມບ້ານຫາດຄຳຮຽງ ກໍໄດ້ຮັບຄວາມເສຍຫາຍ.
ທາງການເມືອງວາງແຜນສ້ອມແປງເສັ້ນທາງທີ່ເສຍຫາຍໜັກ 4 ເສັ້ນ ໃຫ້ສຳເລັດພາຍໃນເດືອນຕຸລາ 2026. ພ້ອມກັນນັ້ນ ຈະຟື້ນຟູໂຄງການຊົນລະປະທານວັງວຽງພິ ລວມທັງໂຄງການຂະໜາດກາງ ແລະ ຂະໜາດນ້ອຍ ໃຫ້ທັນກາງເດືອນພະຈິກ 2026 ເພື່ອສະໜອງນ້ຳໃຫ້ປະຊາຊົນຜະລິດໃນລະດູແລ້ງປີ 2026-2027.
ພ້ອມນີ້ ຍັງມີແຜນຈັດຫາແນວພັນເຂົ້າ ແລະ ແນວພັນພືດຊ່ວຍເຫຼືອຄອບຄົວທີ່ຖືກຜົນກະທົບ, ສະເໜີຂໍງົບປະມານຈາກຂັ້ນແຂວງ ແລະ ລະດົມແຮງງານປະຊາຊົນເຂົ້າຮ່ວມອະນາໄມຄອງຊົນລະປະທານ ຟື້ນຟູລະບົບສົ່ງນ້ຳ.
ໃນໄລຍະຍາວ ເມືອງຍັງມີແຜນຍົກລະດັບເສັ້ນທາງບາງສາຍໃຫ້ສູງຂຶ້ນເພື່ອໃຊ້ເປັນຄູກັນນ້ຳ, ປັບປຸງຈຸດສ່ຽງຂອງລະບົບຊົນລະປະທານ ແລະ ຍົກພື້ນອາຄານຂອງສຸກສາລາບ້ານຖ້ຳລາຍ ແລະ ບ້ານຍາງຄຳໃຫ້ສູງຂຶ້ນ ພ້ອມປັບປຸງສະຖານສຶກສາບາງແຫ່ງ. ແຜນຟື້ນຟູດັ່ງກ່າວມີເປົ້າໝາຍໃຫ້ປະຊາຊົນກັບຄືນສູ່ການຜະລິດ ຟື້ນຟູລາຍຮັບ ແລະ ຫຼຸດຜ່ອນຄວາມເສຍຫາຍຈາກໄພນ້ຳຖ້ວມໃນອະນາຄົດ.
ທີ່ມາ: Khammouane News


