ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຂັ້ນສູງຂອງລາວ ເດີນທາງຢ້ຽມຢາມສາທາລະນະລັດອາແຊັກໄບຊານຢ່າງເປັນທາງການ ໃນວັນທີ 13-15 ຕຸລາ 2026 ຕາມຄຳເຊື້ອເຊີນຂອງພະນະທ່ານ ອີລຮາມ ອາລີເຢັບ (Ilham Aliyev), ປະທານາທິບໍດີແຫ່ງອາແຊັກໄບຊານ. ການຢ້ຽມຢາມຄັ້ງນີ້ຖືເປັນການຢ້ຽມຢາມຢ່າງເປັນທາງການຄັ້ງທຳອິດຂອງປະມຸກລັດລາວຕໍ່ອາແຊັກໄບຊານ ແລະ ເປັນຂີດໝາຍສຳຄັນໃນການຍົກລະດັບສາຍພົວພັນ ແລະ ການຮ່ວມມືຂອງສອງປະເທດ.
ໃນວັນທີ 13 ຕຸລາ 2026 ທີ່ນະຄອນບາກູ ປະເທດອາແຊັກໄບຊານ ໄດ້ມີພິທີຕ້ອນຮັບປະທານປະເທດລາວຢ່າງເປັນທາງການ ໂດຍມີພະນະທ່ານ ອີລຮາມ ອາລີເຢັບ ໃຫ້ການຕ້ອນຮັບ. ຈາກນັ້ນ ສອງຝ່າຍໄດ້ຈັດການພົບປະສອງຝ່າຍ ແລະ ການຫາລືຂັ້ນສູງ ເພື່ອທົບທວນຜົນການຮ່ວມມືທີ່ຜ່ານມາ ພ້ອມກຳນົດທິດທາງການຮ່ວມມືໃນອະນາຄົດ.
ສອງຝ່າຍໄດ້ຢືນຢັນຄວາມສຳຄັນຂອງສາຍພົວພັນມິດຕະພາບ ແລະ ການຮ່ວມມື ໂດຍຍຶດໝັ້ນຫຼັກການເຄົາລົບເຊິ່ງກັນ ແລະ ກັນ, ໄວ້ເນື້ອເຊື່ອໃຈ ແລະ ສະໜັບສະໜູນກັນທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ.
ພ້ອມນີ້ ສອງຝ່າຍຍັງເຫັນດີຊຸກຍູ້ການແລກປ່ຽນການຢ້ຽມຢາມຂອງການນຳຂັ້ນສູງ ແລະ ຂັ້ນຕ່າງໆຢ່າງສະໝ່ຳສະເໝີ ພ້ອມຂະຫຍາຍການຮ່ວມມືໃນຂົງເຂດການເມືອງ, ເສດຖະກິດ, ການຄ້າ, ການລົງທຶນ, ການຂົນສົ່ງ, ພະລັງງານ, ການສຶກສາ, ວັດທະນະທຳ, ສັງຄົມ ແລະ ກະສິກຳ ລວມທັງການປະສານງານໃນເວທີພາກພື້ນ ແລະ ສາກົນ ໂດຍສະເພາະພາຍໃຕ້ຂອບສະຫະປະຊາຊາດ.
ພາຍຫຼັງການພົບປະ ສອງປະມຸກລັດໄດ້ຮັບຮອງເອົາຖະແຫຼງການຮ່ວມລະຫວ່າງ ສປປ ລາວ ແລະ ສາທາລະນະລັດອາແຊັກໄບຊານ ພ້ອມທັງເປັນສັກຂີພິຍານໃນພິທີແລກປ່ຽນເອກະສານຮ່ວມມື 2 ສະບັບ ປະກອບມີ:
1. ສັນຍາວ່າດ້ວຍການຍົກເວັ້ນວີຊາເຊິ່ງກັນ ແລະ ກັນ ສຳລັບຜູ້ຖືໜັງສືຜ່ານແດນລັດຖະການ.
2. ບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືດ້ານກະສິກຳ ລະຫວ່າງກະຊວງກະສິກຳຂອງອາແຊັກໄບຊານ ແລະ ກະຊວງກະສິກຳ ແລະ ສິ່ງແວດລ້ອມຂອງລາວ.
ການຮັບຮອງຖະແຫຼງການຮ່ວມ ແລະ ການແລກປ່ຽນເອກະສານທັງສອງສະບັບນີ້ ຖືເປັນພື້ນຖານສຳຄັນໃນການສົ່ງເສີມການປະສານງານ ແລະ ຂະຫຍາຍໂອກາດຮ່ວມມືລະຫວ່າງສອງປະເທດໃຫ້ກວ້າງຂວາງຂຶ້ນ.
ໃນໂອກາດການພົບປະ ພະນະທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນອາແຊັກໄບຊານ ທີ່ເຄີຍໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອລາວ ໂດຍສະເພາະການສ້າງບຸກຄະລາກອນໃນຊ່ວງສະໄໝສະຫະພາບໂຊວຽດ ຊຶ່ງມີສ່ວນສຳຄັນຕໍ່ການພັດທະນາປະເທດລາວ.
ພ້ອມກັນນີ້ ປະທານປະເທດລາວຍັງໄດ້ເຊື້ອເຊີນປະທານາທິບໍດີອາແຊັກໄບຊານ ເດີນທາງມາຢ້ຽມຢາມລາວຢ່າງເປັນທາງການໃນປີ 2027 ຫຼື ໃນເວລາທີ່ສະດວກ.
ໃນໄລຍະຢ້ຽມຢາມ ພະນະທ່ານ ທອງລຸນ ສີສຸລິດ ຍັງໄດ້ພົບປະກັບພະນະທ່ານ ອາລີ ອາຊາໂດບ (Ali Asadov) ນາຍົກລັດຖະມົນຕີ ແລະ ພະນະທ່ານ ນາງ ຊາຮິບາ ກາຟາໂຣວາ (Sahiba Gafarova) ປະທານລັດຖະສະພາອາແຊັກໄບຊານ ພ້ອມທັງຢ້ຽມຊົມສະຖານທີ່ປະຫວັດສາດ ແລະ ວັດທະນະທຳທີ່ສຳຄັນ.
ນອກຈາກນັ້ນ ປະທານປະເທດລາວຍັງໄດ້ໄປຢ້ຽມຢາມມະຫາວິທະຍາໄລແຫ່ງລັດບາກູ ແລະ ບັນຍາຍກ່ຽວກັບປະຫວັດຄວາມສຳພັນລະຫວ່າງລາວ ແລະ ອາແຊັກໄບຊານ ໃຫ້ແກ່ຄູອາຈານ ແລະ ນັກສຶກສາ ເພື່ອສົ່ງເສີມຄວາມເຂົ້າໃຈ ແລະ ປູກຝັງມູນເຊື້ອມິດຕະພາບໃຫ້ແກ່ຄົນຮຸ່ນໃໝ່.
ການຢ້ຽມຢາມຄັ້ງປະຫວັດສາດນີ້ ສະທ້ອນໃຫ້ເຫັນເຖິງຄວາມຕັ້ງໃຈຂອງລາວ ແລະ ອາແຊັກໄບຊານ ໃນການສືບຕໍ່ເສີມສ້າງສາຍພົວພັນມິດຕະພາບ ແລະ ຂະຫຍາຍການຮ່ວມມືໃຫ້ເກີດຜົນເປັນຮູບປະທຳ ເພື່ອຜົນປະໂຫຍດຮ່ວມກັນຂອງສອງປະເທດ ແລະ ປະຊາຊົນສອງຊາດ.
ທີ່ມາ: ກະຊວງການຕ່າງປະເເທດ


