ເລຂາພັກແຂວງຈຳປາສັກ ລົງກວດກາຄວາມເປັນລະບຽບຮຽບຮ້ອຍຕາມຈຸດສຳຄັນຕ່າງໆ ພາຍໃນນະຄອນປາກເຊ

ວັນທີ 14 ກັນຍາ 2026 ທ່ານ ປອ ອາລຸນໄຊ ສູນນະລາດ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຈຳປາສັກ ພ້ອມດ້ວຍຄະນະນໍາຂອງແຂວງ, ພະແນກການທີ່ກ່ຽວຂ້ອງອ້ອມຂ້າງແຂວງ, ເລຂາພັກນະຄອນ ແລະ ຄະນະນໍານະຄອນປາກເຊ ໄດ້ລົງກວດກາຄວາມເປັນລະບຽບຮຽບຮ້ອຍຕາມຈຸດສຳຄັນຕ່າງໆ ພາຍໃນນະຄອນປາກເຊ ໂດຍການເຄື່ອນໄຫວ, ຢ້ຽມຢາມ ແລະ ກວດກາຕົວຈິງ.

ຈຸດປະສົງຂອງການລົງ ຕິດ​ຕາມກວດກາໃນຄັ້ງນີ້ແມ່ນເພື່ອຍົກລະດັບການພັດທະນາເທດສະບານນະຄອນປາກເຊໃຫ້ມີຄວາມສະອາດ, ສວຍງາມ ແລະ ມີຄວາມເປັນລະບຽບຮຽບຮ້ອຍ. ພ້ອມດຽວກັນນີ້, ການເຄື່ອນໄຫວດັ່ງກ່າວ ຍັງເປັນການເສີມສ້າງຄວາມເປັນເຈົ້າການຂອງທຸກພາກສ່ວນທີ່ກ່ຽວຂ້ອງ ແລະ ຄວາມເປັນລະບຽບຮຽບຮ້ອຍໃນຕົວເມືອງ, ສ້າງພາບພົດທີ່ດີ ແລະ ສະພາບແວດລ້ອມທີ່ເໝາະສົມໃຫ້ແກ່ການດຳລົງຊີວິດຂອງປະຊາຊົນ; ລວມທັງການກະກຽມຄວາມພ້ອມຮອບດ້ານໄວ້ແຕ່ຫົວທີ ເພື່ອຮອງຮັບແຂກບ້ານແຂກເມືອງທີ່ຈະມາຢ້ຽມຢາມນະຄອນປາກເຊ ໂດຍສະເພາະໃນໄລຍະ ບຸນປະວໍລະນາອອກພັນສາ-ຊ່ວງເຮືອ ທີ່ຈະມາເຖິງນີ້, ເຊິ່ງລວມເຖິງການກະກຽມຄວາມພ້ອມໃຫ້ແກ່ງານມະຫາກຳກິລາແຫ່ງຊາດ ຄັ້ງທີ XIII ທີ່ແຂວງຈຳປາສັກ ຈະເປັນເຈົ້າພາບໃນປີ 2028 ນີ້ອີກດ້ວຍ.

ການລົງກວດກາໃນຄັ້ງນີ້ ໄດ້ເນັ້ນໃສ່ຈຸດສຳຄັນ ແລະ ເຂດທີ່ມີປະຊາຊົນສັນຈອນໜາແໜ້ນ, ລວມທັງບາງຈຸດຕາມເສັ້ນທາງເລກ 13 ໃຕ້ ແລະ ຈຸດສຳຄັນອື່ນໆ ເພື່ອກວດກາສະພາບຄວາມສະອາດ, ຄວາມເປັນລະບຽບຮຽບຮ້ອຍ, ການຈັດຈຸດຈອດລົດ ແລະ ຄວາມປອດໄພ. ພ້ອມກັນນັ້ນ, ທ່ານເລຂາພັກແຂວງ ຍັງໄດ້ໃຫ້ ຄຳເຫັນ ແລະ ທິດຊີ້ນຳສຳຄັນ ເພື່ອໃຫ້ພາກສ່ວນກ່ຽວຂ້ອງສຸມໃສ່ແກ້ໄຂບັນຫາຕ່າງໆ ໃຫ້ສຳເລັດກ່ອນຮອດງານບຸນຊ່ວງງານບຸນຊ່ວງເຮືອປະຈໍາປີ 2026 ໂດຍມີເນື້ອໃນສໍາຄັນຄື:

1) ຄວາມປອດໄພໃນຕົວເມືອງ: ໃຫ້ເອົາໃຈໃສ່ເພີ່ມທະວີຄວາມປອດໄພ ແລະ ຕິດຕັ້ງປັບປຸງ ລະບົບກ້ອງວົງຈອນປິດ ໃຫ້ສາມາດໃຊ້ການໄດ້ດີ.

2)​ ຄວາມເປັນລະບຽບຮຽບຮ້ອຍຕາມບ່າທາງ: ຈັດລະບຽບເຂດທາງຍ່າງໃຫ້ຄົນສາມາດຍ່າງໄດ້ສະດວກ, ພ້ອມທັງຈັດລະບຽບຮ້ານຂາຍເຄື່ອງແຄມທາງ.

3) ຄວາມສະອາດ: ໃຫ້ພາກສ່ວນກ່ຽວຂ້ອງເລັ່ງແກ້ໄຂບັນຫາຂີ້ເຫຍື້ອ ແລະ ຄວາມສະອາດຕົວເມືອງ.

4) ລະບົບໄຟເຍືອງທາງ: ກວດກາ ແລະ ສ້ອມແປງລະບົບໄຟເຍືອງທາງຕາມເສັ້ນທາງຕ່າງໆ ໃຫ້ມີຄວາມສະຫວ່າງ.

5) ລະບົບເສັ້ນທາງ: ສຳຫຼວດ ແລະ ປົວແປງເສັ້ນທາງທີ່ເປ່ເພ ໃຫ້ສັນຈອນໄປມາໄດ້ສະດວກ.

6) ການຕົບແຕ່ງ ແລະ ປະດັບປະດາ: ຈັດສັນການຕົບແຕ່ງຕົ້ນໄມ້ ແລະ ການປະດັບປະດາຕົວເມືອງໃຫ້ສວຍງາມ.

7) ສາຍໄຟ ແລະ ສາຍອິນເຕີເນັດ: ຈັດລະບຽບສາຍໄຟຟ້າ ແລະ ສາຍສື່ສານຕ່າງໆ ໃຫ້ເປັນລະບຽບຮຽບຮ້ອຍ.

ຄິວລົດ: ຈັດລະບຽບຈຸດຈອດລົດ ແລະ ຄິວລົດໃຫ້ເປັນລະບຽບຮຽບຮ້ອຍ.

ທີ່ມາ: ໜັງສືພິມຈຳປາໃໝ່

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles