ລັກລອບຊື້ – ຂາຍຊິ້ນສ່ວນສັດປ່າຫວງຫ້າມ ຈະຖືກປັບໄໝ 2 ເທົ່າ ຕັດອິດສະລະພາບ 3ເດືອນ – 5ປີ

ອີງຕາມປະມວນ ກົດໝາຍວ່າດ້ວຍ ສັດນໍ້າ ແລະ ສັດປ່າ ມາດຕາ 52 ຫ້າມບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ຢູ່ ສປປ ລາວ ນໍາເອົາສັດນໍ້າ ແລະ ສັດປ່າ ປະເພດຫວງຫ້າມ ທີ່ຍັງມີຊີວິດ, ຊາກ, ຊິ້ນນສ່ວນ ແລະ ອະໄວຍະວະຕ່າງໆ ຂອງສັດອອກຈາກຖິ່ນທີ່ຢູອາໃສມາໄວ້ໃນຄອບຄອງ; ຫ້າມລັກລອບຫາ, ລ່າ, ຊື້-ຂາຍ ແລະ ມີໄວ້ໃນຄອບຄອງ ສັດນໍ້າ ແລະ ສັດປ່າ ໂດຍບໍ່ໄດ້ຮັບອະນຸຍາດ ແລະ ຍັງຜິດຕໍ່ປະມວນກົດໝາຍອາຍາ ມາດຕາ 334 ບຸກຄົນໃດ ຫາກລັກເອົາສັດນໍ້າ ແລະ ສັດປ່າປະເພດຫວງຫ້າມ ທີ່ຍັງມີຊີວິດ, ຊາກ ຫຼື ຊິ້ນສ່ວນ ແລະ ອະໄວຍະວະຕ່າງໆ ຂອງສັດ ເພື່ອຄ້າຂາຍ ຫຼື ມີໄວ້ໃນຄອບຄອງ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ສາມເດືອນ ຫາ ຫ້າປີ ແລະ ຈະຖືກປັບໃໝ ແຕ່ 3.000.000 ກີບ ຫາ 10.000.000 ກີບ.

ມາດຕາ 335 ບຸກຄົນໃດ ຫາກໄດ້ນຳເຂົ້າ, ສົ່ງອອກ, ສົ່ງ ອອກຄືນ, ນຳຜ່ານ ຫຼື ເຄື່ອນຍ້າຍສັດນ້ຳ ແລະ ສັດປ່າ ລວມທັງຊິ້ນສ່ວນ, ອະໄວຍະວະ ແລະ ຜະລິດຕະພັນຕ່າງໆໂດຍບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງກັບສົນທິສັນຍາວ່າດ້ວຍການຄຸ້ມຄອງສັດປ່າ ແລະ ພັນພືດທີ່ໃກ້ຈະສູນພັນ ຈະຖືກລົງໂທດ ຕັດອິດສະລະພາບ ແຕ່ ສາມເດືອນ ຫາ ຫ້າປີ ແລະ ຈະຖືກປັບໃໝສອງເທົ່າ ຂອງມູນຄ່າຄວາມເສຍຫາຍ.

ຮູບພາບ: Lao Security News

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles