ວັງວຽງ, ແຂວງວຽງຈັນ (30 ກໍລະກົດ 2026) – ກອງປະຊຸມຄັ້ງທີ 9 ຂອງຄະນະກຳມະການຊາຍແດນຮ່ວມ ລາວ-ກຳປູເຈຍ ແລະ ກຳປູເຈຍ-ລາວ (JBC9) ໄດ້ອັດລົງດ້ວຍຜົນສະໝົດຢ່າງຈົບງາມ. ໂດຍຝ່າຍລາວນໍາໂດຍ ທ່ານ ທອງສະຫວັນ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຝ່າຍກຳປູເຈຍ ນໍາໂດຍ ພະນະທ່ານ ລາມ ເຈຍ, ລັດຖະມົນຕີປະຈໍາເລຂາທິການກ່ຽວກັບຊາຍແດນ, ພ້ອມດ້ວຍຄະນະຜູ້ແທນຈາກສູນກາງ ແລະ ທ້ອງຖິ່ນຂອງທັງສອງຝ່າຍ.
ໝາກຜົນ ແລະ ຄວາມຄືບໜ້າທີ່ສໍາຄັນ:
ການປັກຫຼັກໝາຍຊາຍແດນ (ເດືອນ 5/2023 – 6/2026):
ກຳນົດຈຸດທີ່ຕັ້ງ: ສໍາເລັດແລ້ວ 364 ຈຸດ ຢູ່ພື້ນທີ່ຕົວຈິງ (ກວມເອົາ 70.7%).
ກໍ່ສ້າງຫຼັກໝາຍ: ສໍາເລັດແລ້ວ 270 ຫຼັກໝາຍ (ກວມເອົາ 52.9%) ຈາກແຜນການທັງໝົດ 510 ຫຼັກໝາຍ.
ແກ້ໄຂຂໍ້ຄົງຄ້າງ:
ຮັບຮອງວິທີແກ້ໄຂຂໍ້ຄົງຄ້າງຮ່ວມກັນໃນຕອນຊາຍແດນ 86% ທີ່ໄດ້ສໍາເລັດການສໍາຫຼວດ.
ຕົກລົງປັກ ຫຼັກໝາຍເລກທີ 033 (ຫຼັກໝາຍໃຫຍ່ທີ່ສໍາຄັນ) ບໍລິເວນດ່ານສາກົນ ໜອງນົກຂຽນ-ຕຣາປຽງກຼຽນ.
ທິດທາງຕໍ່ໜ້າ:
ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບເຂດແດນ 14% ທີ່ຍັງຄົງຄ້າງ, ໂດຍມອບໃຫ້ຄະນະວິຊາການສອງຝ່າຍສືບຕໍ່ປຶກສາຫາລືແກ້ໄຂໃນອະນາຄົດອັນໃກ້ນີ້.
ຄວາມຄືບໜ້າໃນຄັ້ງນີ້ຖືເປັນບາດກ້າວປະຫວັດສາດ ທີ່ຊ່ວຍເພີ່ມຄວາມຈະແຈ້ງໃນການຄຸ້ມຄອງຊາຍແດນ, ອໍານວຍຄວາມສະດວກໃຫ້ປະຊາຊົນສອງຊາດດໍາລົງຊີວິດ ແລະ ເດີນທາງຫາສູ່ກັນຢ່າງສະຫງົບ. ທັງໝົດນີ້ ແມ່້ນເພື່ອມຸ່ງຫວັງສ້າງເສັ້ນຊາຍແດນ ລາວ-ກໍາປູເຈຍ ໃຫ້ເປັນ “ຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມືພັດທະນາ” ຢ່າງຍືນຍົງ.
ທີ່ມາ: ວສລ


