ອົດສະຕຣາລີແມ່ນໜຶ່ງໃນບັນດາປະເທດທີ່ສະໜັບສະໜູນການແກ້ໄຂບັນຫາລະເບີດທີ່ບໍ່ທັນແຕກ (UXO)ຢູ່ ສປປ ລາວ

ເມື່ອເວົ້າເຖິງການພົວພັນພັນຮ່ວມມືລະຫວ່າງ ສປປ ລາວ ແລະ ເຄືອຈັກກະພົບອົດສະຕຣາລີ ໃນຂອບອົງການສະຫະປະຊາຊາດໜຶ່ງໃນສິ່ງທີ່ພົ້ນເດັ່ນແມ່ນການພົວພັນຮ່ວມມືໃນວຽກງານເກັບກູ້ລະເບີດທີ່ທັນແຕກ.ເຖິງແມ່ນວ່າສົງຄາມຈະສິ້ນສຸດລົງເປັນເວລາຫຼາຍທົດສະວັດແລ້ວ ນັບແຕ່ປີ 1975 ເປັນຕົ້ນມາພາຍຫຼັງທີ່ສະຖາປະນາເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວກໍຕາມ ແຕ່ບັນຫາລະເບີດທີ່ບໍ່ທັນແຕກຍັງສືບຕໍ່ ເປັນໄພຂົ່ມຂູ່ຕໍ່ການດຳລົງຊີວິດ,ຊັບສິນ ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ມາໂດຍຕະຫຼອດ ເຊິ່ງປະເທດອົດສະຕຣາລີແມ່ນໜຶ່ງໃນບັນດາປະເທດ ທິ່ໃຫ້ການຊ່ວຍເຫຼືອດ້ານງົບປະມານ ແລະ ສະໜັບສະໜູນ ສປປລາວ ໃນການແກ້ໄຂບັນຫາດັ່ງກ່າວ ຢ່າງຫຼວງຫຼາຍ ແລະ ຕໍ່ເນື່ອງ ເຊິ່ງນັບແຕ່ປີ 1996 ຈົນຮອດປີ 2020 ລວມຈຳນວນເງິນທັງໝົດປະມານ 35 ລ້ານໂດລາສະຫະລັດ.

ສຳລັບການຊ່ວຍເຫຼືອ ຂອງລັດຖະບານອົດສະຕຣາລີໃນການແກ້ໄຂບັນຫາລະເບີດທິ່ບໍ່ທັນແຕກ ແມ່ນໄດ້ສຸມໃສ້ 3 ຂົງເຂດວຽກງານຫຼັກ ຄື:ການສຳຫຼວດ-ເກັບກູ້ ແລະ ທຳລາຍ,ການໂຄສະນາສຶກສາຄວາມສ່ຽງໄພ ແລະ ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍ ຈາກລະເບີດທີ່ບໍ່ທັນແຕກ.ໃນໄລຍະຜ່ານມາການສະໜັບສະໜູນດ້ານງົບປະມານຂອງລັດຖະບານອົດສະຕຣາລີ ແມ່ນຜ່ານ2 ຊ່ອງທາງຄື:

1.ຂອບການຮ່ວມມືຫຼາຍຝ່າຍຜ່ານອົງການສະຫະປະຊາຊາດ ສະໜັບສະໜູນໃຫ້ແກ່ ຄຊກລ ແລະ

2.ຜ່ານອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ສະມາຄົມຄົນພິການ ຂອງ ສປປ ລາວ ເຊິ່ງປະກອບມີອົງການ HI,ອົງກນ MACCC,ອົງການ CARE

International,ອົງການ World Education,ອົງການ FSD),ອົງການ COPE ແລະ ສະມາຄົມຄົນພິການແຫ່ງຊາດລາວ.

ຂໍຂອບໃຈຂໍ້ມູນຈາກ:

ປຶ້ມການພົວພັນການທູດລາວ-ອົດສະຕຣາລີ 70 ປີ (16/1/1952-16/1/2022),ພິມໂດຍສະຖາບັນການຕ່າງປະເທດ,ກະຊວງການຕ່າງປະເທດ,ໜ້າທີ149-154

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles