ທຫລ ເຜີຍ E-Payment ໄຕມາດ II ປີ 2026 ເຕີບໂຕ 9,36% ພ້ອມເດີນໜ້າພັດທະນາລະບົບຊຳລະດິຈິຕອນ

ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການລະບົບການຊຳລະຂອງສະພາບໍລິຫານ ຄັ້ງທີ 2 ປະຈຳປີ 2026 ໂດຍມີ ທ່ານ ສຸລິສັກ ທຳນຸວົງ ຮອງຜູ້ວ່າການ ທຫລ ເປັນປະທານ. ກອງປະຊຸມມີຜູ້ແທນຈາກພາກສ່ວນທີ່ກ່ຽວຂ້ອງ ແລະ ບໍລິສັດ LAPNet ເຂົ້າຮ່ວມລວມ 27 ທ່ານ.

ກອງປະຊຸມໄດ້ສະຫຼຸບຜົນການຄຸ້ມຄອງ ແລະ ຕິດຕາມລະບົບການຊຳລະໃນໄຕມາດ II ປີ 2026 ພ້ອມທັງທົບທວນການຈັດຕັ້ງປະຕິບັດມະຕິຈາກກອງປະຊຸມຄັ້ງກ່ອນ ແລະ ກຳນົດທິດທາງການດຳເນີນວຽກສຳລັບໄຕມາດ III ປີ 2026.

ຜົນການຕິດຕາມພົບວ່າ ການຊຳລະຜ່ານລະບົບອິເລັກໂຕຣນິກ (E-Payment) ໂດຍສະເພາະ Mobile Banking ແລະ Internet Banking ຍັງຂະຫຍາຍຕົວຢ່າງຕໍ່ເນື່ອງ ໂດຍຈຳນວນທຸລະກຳເພີ່ມຂຶ້ນ 9,36% ແລະ ມູນຄ່າການຊຳລະເພີ່ມຂຶ້ນ 7,38% ເມື່ອທຽບກັບໄຕມາດ I ຂອງປີ 2026.

ສ່ວນການຊຳລະແບບບໍ່ແມ່ນອິເລັກໂຕຣນິກ (Non E-Payment) ຫຼື ການເຮັດທຸລະກຳຜ່ານປ່ອງບໍລິການ ມີແນວໂນ້ມຫຼຸດລົງ ໂດຍຈຳນວນທຸລະກຳຫຼຸດລົງ 23,33% ແຕ່ມູນຄ່າທຸລະກຳຍັງເພີ່ມຂຶ້ນ 1,16%.

ນອກຈາກນັ້ນ ກອງປະຊຸມຍັງໄດ້ຫາລືກ່ຽວກັບແຜນພັດທະນາລະບົບການຊຳລະຂອງຂະແໜງທະນາຄານ–ການເງິນ ໄລຍະປີ 2026–2028, ແນວທາງການຄຸ້ມຄອງຜູ້ໃຫ້ບໍລິການ Fintech ດ້ານການຊຳລະເງິນຂ້າມແດນ ແລະ ຕິດຕາມຄວາມຄືບໜ້າການສຶກສາຄວາມເປັນໄປໄດ້ໃນການອອກ ເງິນດິຈິຕອນຂອງທະນາຄານກາງ (CBDC) ຂອງ ສປປ ລາວ.

ກອງປະຊຸມໄດ້ສິ້ນສຸດລົງດ້ວຍຜົນສຳເລັດ ໂດຍບັນດາຜູ້ເຂົ້າຮ່ວມໄດ້ແລກປ່ຽນຄວາມຄິດເຫັນ ແລະ ສະເໜີແນວທາງເພື່ອຍົກລະດັບລະບົບການຊຳລະຂອງປະເທດໃຫ້ທັນສະໄໝ, ປອດໄພ ແລະ ຮອງຮັບການຂະຫຍາຍຕົວຂອງເສດຖະກິດດິຈິຕອນໃນ ສປປ ລາວ.

ທີ່ມາ: ທະນາຄານແຫ່ງ ສປປລາວ

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles