ງານວາງສະແດງສິນຄ້າ ສະຫະກອນ, ກຸ່ມການຜະລິດ ແລະ ຜູ້ປະກອບການ ເພື່ອສະເຫຼີມສະຫຼອງວັນສະຫະກອນ (11 ພຶດສະພາ 1978 – 11 ພຶດສະພາ 2026) ຄົບຮອບ 48 ປີ ໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 4 ມິຖຸນາ 2026 ນີ້ ຢູ່ສູນການຄ້າ ລາວ-ໄອເຕັກ ນະຄອນຫຼວງວຽງຈັນ.
ໃຫ້ກຽດເຂົ້າຮ່ວມໃນພິທີໂດຍ ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ມີບັນດາຮອງລັດຖະມົນຕີ, ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ບັນດາທູຕານຸທູດ, ຕາງໜ້າອົງການຈັດຕັ້ງສາກົນ, ສະພາການຄ້າ, ສັນຕິບາດສະຫະກອນແຫ່ງຣາຊະອານາຈັກໄທ ພ້ອມດ້ວຍສະມາຄົມ, ກຸ່ມສະຫະກອນ ແລະ ຜູ້ປະກອບການ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ທ່ານ ອານົງສອນ ພົມມະຈັນ ຫົວໜ້າກົມສົ່ງເສີມກະສິກໍາ ແລະ ສະຫະກອນ ກ່າວວ່າ: ປັດຈຸບັນ ທຸກພາກສ່ວນໄດ້ຮ່ວມມືກັນພັດທະນາກຸ່ມການຜະລິດ ແລະ ສະຫະກອນ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ເຊິ່ງສາມາດສ້າງຕັ້ງໄດ້ແລ້ວ:
ກຸ່ມການຜະລິດ: ທັງໝົດ 3.705 ກຸ່ມ.
ສະຫະກອນ: ທັງໝົດ 114 ສະຫະກອນ (ແບ່ງເປັນ 6 ປະເພດ) ຄື:
– ສະຫະກອນກະສິກໍາ ແລະ ປ່າໄມ້: 58 ສະຫະກອນ.
– ສະຫະກອນສິນເຊື່ອ ແລະ ການເງິນຝາກປະຢັດ: 32 ສະຫະກອນ.
– ສະຫະກອນບໍລິການ: 13 ສະຫະກອນ.
– ສະຫະກອນການຄ້າ: 7 ສະຫະກອນ.
– ສະຫະກອນຫັດຖະກໍາ ແລະ ປຸງແຕ່ງ: 4 ສະຫະກອນ.
– ສະຫະກອນປະເພດອື່ນໆ.
ເພື່ອຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ມະຕິກອງປະຊຸມໃຫຍ່ ອົງຄະນະພັກກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຄັ້ງທີ VII ແລະ ແຜນພັດທະນາກະສິກໍາ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X (2026-2030) ໃຫ້ບັນລຸຜົນສໍາເລັດ, ວຽກງານສົ່ງເສີມກະສິກໍາ ແລະ ສະຫະກອນ ໄດ້ວາງຄາດໝາຍສູ້ຊົນໄວ້ດັ່ງນີ້:
ສ້າງຕັ້ງກຸ່ມການຜະລິດໃໝ່: ໃຫ້ໄດ້ 1.500 ຫາ 2.000 ກຸ່ມ.
ຍົກລະດັບກຸ່ມການຜະລິດ: ຊຸກຍູ້ ແລະ ປັບປຸງກຸ່ມການຜະລິດທີ່ມີແລ້ວໃຫ້ມີຄວາມເຂັ້ມແຂງ ເພື່ອຍົກລະດັບຂຶ້ນເປັນສະຫະກອນ.
ສ້າງຕັ້ງສະຫະກອນກະສິກໍາໃໝ່: ໃຫ້ໄດ້ຕື່ມ 100 ສະຫະກອນ.
ຫັນເປັນທັນສະໄໝ: ເນັ້ນການຖ່າຍທອດເຕັກນິກ, ວິທະຍາສາດ ແລະ ເຕັກໂນໂລຊີ ເຂົ້າໃນການປູກ-ການລ້ຽງ ເພື່ອຫັນໄປສູ່ລະບົບອຸດສາຫະກໍາທີ່ທັນສະໄໝ.
ພາຍຫຼັງກົດໝາຍ ວ່າດ້ວຍສະຫະກອນ ຖືກຮັບຮອງ ແລະ ປະກາດໃຊ້, ໂດຍສະເພາະ ມາດຕາ 72 ທີ່ກໍານົດໃຫ້ ວັນທີ 11 ພຶດສະພາ 1978 ເປັນວັນສ້າງຕັ້ງສະຫະກອນ; ພາກສ່ວນກ່ຽວຂ້ອງຕ້ອງໄດ້ເອົາໃຈໃສ່ເຜີຍແຜ່ ແລະ ເຊື່ອມຊຶມວຽກງານສະຫະກອນໃຫ້ສັງຄົມຮັບຮູ້ຢ່າງກວ້າງຂວາງ, ພ້ອມທັງອໍານວຍຄວາມສະດວກ ແລະ ສ້າງນະໂຍບາຍຕ່າງໆ ຕາມທີ່ກົດໝາຍກໍານົດ ເພື່ອໃຫ້ສະຫະກອນສາມາດເຂົ້າເຖິງແຫຼ່ງທຶນ ແລະ ຊຸກຍູ້ການນໍາໃຊ້ຜະລິດຕະພັນສະຫະກອນໃຫ້ຫຼາຍຂຶ້ນ.
ສໍາລັບງານວາງສະແດງສິນຄ້າສະຫຼອງວັນສະຫະກອນໃນຄັ້ງນີ້ ແມ່ນຈະດໍາເນີນໄປຈົນເຖິງ ວັນທີ 5 ມິຖຸນາ 2026.
ທີ່ມາ: ວຽງຈັນໃໝ່
Lao Youth Radio FM90MHz




