ໃນວັນທີ 3 ມິຖຸນາ 2026 ທີ່ຜ່ານມາ, ທີ່ ນະຄອນຫຼວງນິວແດນລີ, ສາທາລະນະລັດ ອິນເດຍ, ທ່ານ ທອງສະຫວັນ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ເຂົ້າຢ້ຽມຂໍ່ານັບ ພະນະທ່ານ ນາງ ດຣໍປາດີ ເມີມູ (H.E. Droupadi Murmu), ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິນເດຍ
ໃນໂອກາດເດີນທາງເຢືອນ ສ.ອິນເດຍ ຢ່າງເປັນທາງການ ແລະ ປະຕິບັດໜ້າທີ່ເປັນປະທານຮ່ວມກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ອິນເດຍ (JC) ຄັ້ງທີ 10 ໃນລະຫວ່າງວັນທີ 1-3 ມິຖຸນາ 2026.
ໃນໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ ທອງສະຫວັນ ພົມວິຫານ ໄດ້ນໍາເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ໄມຕີຈິດມິດຕະພາບອັນສູງສົ່ງ ຈາກ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ສົ່ງເຖິງ ພະນະທ່ານ ປະທານາທິບໍດີ ນາງ ດຣໍປາດີ ເມີມູ.
ພ້ອມກັນນັ້ນ, ກໍໄດ້ແຈ້ງຈຸດປະສົງຂອງການເດີນທາງມາຢ້ຽມຢາມທາງການໃນຄັ້ງນີ້ ແລະ ລາຍງານສະພາບການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໂດຍສັງເຂບໃຫ້ຊາບ.
ທ່ານ ຮອງນາຍົກລັດຖະມົນຕີ ລາວ ຍັງໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການສະໜັບສະໜູນ ແລະ ຊ່ວຍເຫຼືອອັນລ້ຳຄ່າຈາກລັດຖະບານອິນເດຍ ຕະຫຼອດໄລຍະຜ່ານມາ. ໂດຍສະເພາະແມ່ນການຊ່ວຍເຫຼືອດ້ານການພັດທະນາຊັບພະຍາກອນມະນຸດ (ທຶນການສຶກສາ ແລະ ຝຶກອົບຮົມທັງໄລຍະສັ້ນ-ໄລຍະຍາວ), ການຍົກລະດັບທັກສະພາສາອັງກິດ, ພະລັງງານ, ກະສິກຳ, ວຽກງານປ້ອງກັນຊາດ, ຕະຫຼອດຮອດໂຄງການບູລະນະປະຕິສັງຂອນ ແຫຼ່ງມໍລະດົກໂລກ ວັດພູຈຳປາສັກ (ໄລຍະປີ 2018-2028) ແລະ ການສະໜອງສິນເຊື່ອເງິນກູ້ດອກເບ້ຍຕ່ຳ ເພື່ອຂັບເຄື່ອນໂຄງການພັດທະນາຕ່າງໆ ພາຍໃນ ສປປ ລາວ.
ໃນຂະນະດຽວກັນ, ພະນະທ່ານ ປະທານາທິບໍດີ ນາງ ດຣໍປາດີ ເມີມູ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ພ້ອມທັງຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ສ. ອິນເດຍ ຂອງຄະນະຜູ້ແທນຂັ້ນສູງຈາກ ສປປ ລາວ ເຊິ່ງຖືເປັນຂີດໝາຍອັນສຳຄັນໃນການຮັດແໜ້ນ ແລະ ຍົກລະດັບສາຍພົວພັນຮ່ວມມືລະຫວ່າງສອງຊາດໃຫ້ກ້າວເຂົ້າສູ່ລວງເລິກຢ່າງແທ້ຈິງ. ພ້ອມນີ້, ພະນະທ່ານ ປະທານາທິບໍດີ ຍັງໄດ້ຝາກຄວາມຢື້ຢາມຖາມຂ່າວອັນຈົບງາມ ເຖິງ ພະນະທ່ານ ປະທານປະເທດ ທອງລຸນ ສີສຸລິດ ເຊັ່ນດຽວກັນ.
ສອງຝ່າຍ ໄດ້ຮ່ວມກັນທົບທວນ ແລະ ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ລາວ – ອິນເດຍ ທີ່ໄດ້ຮັບການເພີ່ມພູນຄູນສ້າງ ແລະ ເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ຕະຫຼອດໄລຍະ 70 ປີຜ່ານມາ ໂດຍສະແດງອອກຜ່ານການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນທຸກລະດັບຢ່າງເປັນປົກກະຕິ. ໂດຍສະເພາະແມ່ນການເດີນທາງມາຢ້ຽມຢາມ ສປປ ລາວ ຂອງ ພະນະທ່ານ ນາຍົກລັດຖະມົນຕີ ນາເຣນດຣາ ໂມດີ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ອິນເດຍ ເມື່ອເດືອນຕຸລາ 2024 ທີ່ຜ່ານມາ.
ເນື່ອງໃນໂອກາດອັນເປັນມຸງຄຸນ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສ. ອິນເດຍ ໃນປີ 2026 ນີ້, ທັງສອງຝ່າຍໄດ້ສະແດງຄວາມຊົມເຊີຍຢ່າງສຸດຊຶ້ງ ແລະ ເຫັນດີເປັນເອກະພາບທີ່ຈະຮ່ວມກັນຈັດກິດຈະກຳສະເຫຼີມສະຫຼອງຕ່າງໆ ເພື່ອໃຫ້ວັນສຳຄັນດັ່ງກ່າວມີເນື້ອໃນເລິກເຊິ່ງ ແລະ ມີຄວາມໝາຍຄວາມສຳຄັນຢ່າງຍິ່ງໃຫຍ່.
ຕອນທ້າຍ, ສອງຝ່າຍຢືນຢັນຈະສືບຕໍ່ຮ່ວມມືກັນຢ່າງໃກ້ຊິດ ເພື່ອຊຸກຍູ້ສາຍພົວພັນມິດຕະພາບທີ່ມີມາແຕ່ດົນນານໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ, ພ້ອມທັງໃຫ້ການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ຢ່າງຕັ້ງໜ້າ ເປັນຕົ້ນແມ່ນ ພາຍໃຕ້ຂອບການຮ່ວມມື ແມ່ນ້ຳຂອງ-ແມ່ນ້ຳຄົງຄາ (MGC), ຂອບການຮ່ວມມື ອາຊຽນ-ອິນເດຍ, ອົງການສະຫະປະຊາຊາດ (UN) ແລະ ອົງການສາກົນອື່ນໆ.
Lao Youth Radio FM90MHz




