ໃນວັນທີ 19 ພຶດສະພາ 2026 ທີ່ຜ່ານມາ, ທີ່ທຳນຽບປະທານາທິບໍດີ ແຫ່ງ ສາທາລະນະລັດ ສະໂລວາກີ, ທ່ານ ຄຳແພງ ດວງທອງລາ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ທ່ານ Peter Pellegrini ປະທານາທິບໍດີ ແຫ່ງ ສາທາລະນະລັດ ສະໂລວາກີ ເພື່ອດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສາທາລະນະລັດ ສະໂລວາກີ (ໂດຍມີສໍານັກງານຕັ້ງຢູ່ ນະຄອນຫຼວງວຽນ, ປະເທດ ໂອຕຣິດ).
ໃນໂອກາດພົບປະໂອ້ລົມ, ທ່ານປະທານາທິບໍດີ Peter Pellegrini ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ທ່ານ ຄຳແພງ ດວງທອງລາ ຢ່າງອົບອຸ່ນ ພ້ອມທັງເຊື່ອໝັ້ນວ່າ ທ່ານທູດຄົນໃໝ່ຈະເປັນຂົວຕໍ່ທີ່ສຳຄັນໃນການສົ່ງເສີມການພົວພັນຮ່ວມມືລະຫວ່າງສອງປະເທດໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ.
ທາງດ້ານ ທ່ານເອກອັກຄະລັດຖະທູດລາວ ກໍໄດ້ສະແດງຄວາມຂອບໃຈ ແລະ ໄດ້ນຳເອົາຄຳຢ້ຽມຢາມຖາມຂ່າວອັນອົບອຸ່ນ ພ້ອມດ້ວຍພອນໄຊອັນປະເສີດຈາກ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ສົ່ງເຖິງທ່ານປະທານາທິບໍດີ, ລັດຖະບານ ແລະ ປະຊາຊົນສະໂລວາກີທຸກທົ່ວໜ້າ.
ທັງສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບທີ່ມີມາຢ່າງຍາວນານ ເຊິ່ງໃນປີ 2026 ນີ້ ແມ່ນໝູນວຽນມາຄົບຮອບ 64 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດຮ່ວມກັນ (ນັບຕັ້ງແຕ່ວັນທີ 5 ກັນຍາ 1962).
ນອກຈາກນີ້, ສອງຝ່າຍຍັງໄດ້ແລກປ່ຽນຄຳຄິດເຫັນເພື່ອເພີ່ມທະວີການຮ່ວມມື ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ເປັນຕົ້ນແມ່ນ:
ການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂັ້ນຕ່າງໆ ຢ່າງເປັນປະຈຳ.
ການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີສາກົນ.
ການຊຸກຍູ້ການຮ່ວມມືໃນດ້ານຕ່າງໆ ໃຫ້ແຕກດອກອອກຜົນ ແລະ ມີປະສິດທິພາບສູງສຸດໃນຕໍ່ໜ້າ.
ທີ່ມາ: ຂປລ
Lao Youth Radio FM90MHz

