ໃນວັນທີ 19 ພຶດສະພາ 2026,ຄະນະພັກ, ອໍານາດການປົກຄອງເມືອງຊະນະຄາມ ແຂວງວຽງຈັນ, ໄດ້ຈັດພິທີທຳລາຍເຮືອ ແລະອຸປະກອນທີ່ນໍາໃຊ້ເຂົ້າໃນການການລັກຂຸດຄົ້ນແຮ່ທາດ (ດູດຄຳຕົກຂ້ອນ) ຕາມລໍາແມ່ນໍ້າຂອງແບບຊະຊາຍ ແລະຜິດກົດຫມາຍ, ທີ່ທາງເຈົ້າໜ້າທີ່ກວດຢຶດໄດ້ ໃນໄລຍະຜ່ານມາ, ທັ້ງນີ້ເພື່ອເປັນການຈັດຕັ້ງປະຕິບັດຕາມຄໍາສັ່ງ, ເລກທີ 46 ຂອງນາຍົກລັດຖະມົນຕີ, ຄໍາສັ່ງເລກທີ 11 ຂອງຄະນະເລຂາທິການສູນກາງພັກ ຢ່າງເຂັ້ມງວດ, ປະຕິບັດຕາມທິດຊີ້ນໍາ ແລະການມອບຫມາຍ ຂອງເລຂາຄະນະບໍລິຫານງານພັກແຂວງ, ປະທານ-ຮອງປະທານຄະນະກຳມະການປົກຄອງແຂວງ, ທັງສະແດງເຈດຈຳນົງອັນເດັດຂາດໃນ ການປົກປັກຮັກສາຊັບພະຍາກອນທຳມະຊາດ ແລະ ຮັກສາຄວາມສະຫງົບຮຽບຮ້ອຍ ພາຍໃນທ້ອງຖິ່ນ.
ສໍາລັບເຮືອ ແລະອຸປະກອນດັ່ງກ່າວ ຄະນະສະເພາະກິດຂັ້ນສູນກາງ, ຂັ້ນແຂວງ ແລະ ຂັ້ນເມືອງ ໄດ້ສົມທົບກັນລົງກວດກາ ແລະອາຍັດໄວ້ໃນໄລຍະຜ່ານມາ.
ທີ່ມາ: ຊະນະຄາມ ໂພສ໌

