ກະຊວງສຶກສາທິການ ແລະ ກີລາ ຮ່ວມກັບລັດຖະບານອົດສະຕາລີ ເລີ່ມຕົ້ນໂຄງການແມ່ຍິງສຳລັບເປັນຜູ້ນຳ

ກະຊວງສຶກສາທິການ ແລະ ກິລາ (ສສກ) ແຫ່ງ ສປປ ລາວ ໂດຍການສະໜັບສະໜູນຈາກ ລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ (BEQUAL) ໄດ້ຈັດກອງປະຊຸມເປີດຕົວ ໂຄງການແມ່ຍິງໃນການເປັນຜູ້ນຳ (Women in Leadership) ຢ່າງເປັນທາງການ ໃນລະຫວ່າງວັນທີ 18-20 ພຶດສະພາ 2026 ນີ້​ ທີ່ຫ້ອງປະຊຸມນາປາກກວາງ, ເມືອງທຸລະຄົມ, ແຂວງວຽງຈັນ.

ກອງປະຊຸມຄັ້ງນີ້ ໃຫ້ກຽດເປັນປະທານໂດຍ ທ່ານ ປອ ຕຸລາວັນ ໜໍ່ເມືອງເສດ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ກະຊວງສຶກສາທິການ ແລະ ກິລາ, ໂດຍມີຜູ້ບໍລິຫານ, ຄະນະສະຫະພັນແມ່ຍິງ ແລະ ພະນັກງານວິຊາການເຂົ້າຮ່ວມທັງໝົດ 30 ທ່ານ.

ໂຄງການດັ່ງກ່າວຖືກອອກແບບມາເພື່ອຂັບເຄື່ອນ ແລະ ສົ່ງເສີມການປ່ຽນແປງ ທັງໃນລະດັບບຸກຄົນ ແລະ ສະຖາບັນ ໂດຍຜ່ານ 3 ອົງປະກອບສຳຄັນ ຄື:

1. ການສ້າງຄວາມສາມາດໃນການເປັນຜູ້ນຳ (Leadership Capacity Building): ເນັ້ນການພັດທະນາທັກສະສ່ວນບຸກຄົນ, ການສື່ສານ, ການຮຽນຮູ້ຕະຫຼອດຊີວິດ ແລະ ຄວາມເຂົ້າໃຈກ່ຽວກັບຄວາມສະເໝີພາບຍິງ-ຊາຍ. ພ້ອມທັງສ້າງພື້ນທີ່ແລກປ່ຽນບົດຮຽນ ແລະ ວາງແຜນປະຕິບັດງານເພື່ອສົ່ງເສີມການສຶກສາຮຽນຮ່ວມ (Inclusive Education).

2. ການສ້າງຄູຝຶກເພື່ອການເຊື່ອມໂຍງ (Training of Trainers): ສົ່ງເສີມການນຳເອົາຄວາມສະເໝີພາບຍິງ-ຊາຍ ແລະ ການສະໜັບສະໜູນຜູ້ພິການເຂົ້າສູ່ບ່ອນເຮັດວຽກ. ຜູ້ເຂົ້າຮ່ວມຈະໄດ້ຝຶກຝົນເປັນຜູ້ອຳນວຍຄວາມສະດວກ ເພື່ອຈັດກອງປະຊຸມອົບຮົມຮ່ວມກັບຜູ້ນຳອາວຸໂສ ແລະ ພະນັກງານພາຍໃນກະຊວງ.

3. ການສ້າງຄວາມເຂັ້ມແຂງໃຫ້ແກ່ສະຖາບັນ (Institutional Strengthening): ເນັ້ນການຫັນປ່ຽນທິດສະດີໄປສູ່ການປະຕິບັດຕົວຈິງ ໂດຍການທົດລອງນຳໃຊ້ ເຄື່ອງມືປະເມີນຕົນເອງດ້ານການຄຸ້ມຄອງຄວາມສະເໝີພາບຍິງ-ຊາຍ (GEM) ໃນບ່ອນເຮັດວຽກ ເພື່ອປັບປຸງນະໂຍບາຍ ແລະ ສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ຄວາມກ້າວໜ້າຂອງແມ່ຍິງ.

ການມີສ່ວນຮ່ວມ ແລະ ກຸ່ມເປົ້າໝາຍ:

​ກຸ່ມຫຼັກ: ຄະນະບໍລິຫານງານສະຫະພັນແມ່ຍິງລາວ ຂອງກະຊວງ ສສກ ຈຳນວນ 19 ທ່ານ ທີ່ຈະເຂົ້າຮ່ວມກິດຈະກຳຢ່າງເຂັ້ມຂຸ້ນໃນທັງ 3 ອົງປະກອບ.

ກຸ່ມສະໜັບສະໜູນ: ສະມາຊິກອີກ 75 ທ່ານ ທີ່ຈະຮ່ວມຊຸກຍູ້ການພັດທະນາວິຊາຊີບ, ສ້າງຈິດສຳນຶກ ແລະ ເຂົ້າຮ່ວມການຝຶກອົບຮົມທີ່ກ່ຽວຂ້ອງ.

ໂຄງການນີ້ ຖືເປັນກ້າວເດີນຄັ້ງສຳຄັນໃນການຍົກລະດັບບົດບາດຍິງ-ຊາຍ ແລະ ສ້າງໂອກາດທີ່ເທົ່າທຽມໃນຂະແໜງການສຶກສາ ແລະ ກິລາ ໃຫ້ມີຄວາມເຂັ້ມແຂງຍິ່ງໆຂຶ້ນໄປ. 📈✨

Lao Youth​ ​Radio​ FM​90​MHz

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles